ນະຄອນຫຼວງວຽງຈັນ ຮ່ວມສະເຫຼີມສະຫຼອງວັນຄູແຫ່ງຊາດ 07 ຕຸລາ

    ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 28 ປີ (07/10/1994-07/10/2022) ໃນວັນທີ 6 ຕຸລາ 2022 ທີ່ໂຮງຮຽນ ມສ ວຽງຈັນ ໂດຍມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຄູອາວຸໂສ ແຂກຖືກເຊີນ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

    ໂອກາດນີ້ ທ່ານ ສົມພອນ ສອນດາລາ ໄດ້ຂຶ້ນຜ່ານປະຫວັດ ຄວາມໝາຍຄວາມສຳຄັນຂອງວັນຄູແຫ່ງ ຊາດ ໂດຍສະເພາະ ປະຫວັດຂອງນາຍຄູຄຳ ຄູລາວຄົນທຳອີດ ພ້ອມຍົກຜົນງານການເຄື່ອນໄຫວຂອງຄູ-ອາຈານ ພາຍໃນປີຜ່ານມາ ໂດຍສະເພາະ ການນໍາພາວຽກງານວິຊາສະເພາະ ສອບເສັງນັກຮຽນເກ່ງລະດັບ ນວ ໄດ້ອັນດັບຊະນະເລີດ 11 ຄົນ ຍິງ 5 ຄົນ ນັກຮຽນເກ່ງລະດັບຊາດ ອັນດັບທີ 1 ມີ 4 ຄົນ ຍິງ 1 ຄົນ ອັນດັບທີ 2 ມີ 2 ຄົນ ອັນດັບທີ 3 ມີ 1 ຄົນ ໄດ້ປະກາດໂຮງຮຽນຊັ້ນປະຖົມ ແລະ ຊັ້ນມັດທະຍົມ ເປັນໂຮງຮຽນຕົວແບບຄຸນນະພາບ ຈໍານວນ 5 ແຫ່ງ ແລະ ໂຮງຮຽນຂຽວສະອາດ ສະພາບແວດລ້ອມດີ ຈານວນ 15 ແຫ່ງ.

    ຜົນການສອບເສັງຈົບຊັ້ນຂອງນັກຮຽນ ມ4 ຈໍານວນນັກຮຽນມີໜ້າສອບເສັງຕົວຈິງ 11.238 ຄົນ ຍິງ 5.742 ຄົນ ເສັງໄດ້ທັງໝົດ 11.229 ຄົນ ຍິງ 5.737 ຄົນ ເທົ່າກັບ 99,90% ໄດ້ຮອບດ້ານ (ຄະແນນ 7 ຂຶ້ນໄປທຸກວິຊາ) ມີ: 1.372 ຄົນ ຍິງ 827 ຄົນ ເທົ່າກັບ 12,21% ເສັງໄດ້ໃບປະກາສະນິຍະບັດແດງຈໍານວນ 30 ຄົນ ຍິງ 21 ຄົນ ຜົນການສອບເສັງຈົບຊັ້ນຂອງນັກຮຽນ ມ7 ຈໍານວນນັກຮຽນມີໜ້າສອບເສັງຕົວຈິງ 9.344 ຄົນ ຍິງ 4.821 ຄົນ ເສັງໄດ້ທັງໝົດ 9.333 ຄົນ ຍິງ 4.818 ຄົນ ເທົ່າກັບ 99,88% ນັກຮຽນເສັງໄດ້ຮອບດ້ານ ມີຈໍານວນ 2.609 ຄົນ ຍິງ 1.602 ຄົນ ເທົ່າກັບ 27,92% ເສັງໄດ້ໃບປະກາສະນິຍະບັດແດງຈໍານວນ 29 ຄົນ ຍິງ 23 ຄົນ ສົມທຽບໃສ່ສົກຮຽນຜ່ານມາ ເພີ່ມຂຶ້ນຈໍານວນ 8 ຄົນ ແລະ ຈໍານວນໂຮງຮຽນທີ່ມີນັກຮຽນເສັງໄດ້ຮອບດ້ານ 50% ຂຶ້ນໄປ ມີຈານວນ 24 ໂຮງຮຽນ ແລະ ຜົນງານປິ່ນອ້ອມອື່ນອີກ.

    ໂອກາດນີ້ ທ່ານຮອງເຈົ້າຄອງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງຄະນະຜູ້ບໍລິຫານ ການສຶກສາ ນວ ກໍຄືທ່ານຜູ້ອຳນວຍການໂຮງຮຽນ ຄູ-ອາຈານ ແລະ ພໍ່ແມ່ຜູ້ປົກຄອງ ລວມທັງອົງການປົກ ຄອງທາງສັງຄົມ ທຸກພາກສ່ວນທີ່ມີສ່ວນຮ່ວມໃນການພັດທະນາວຽກງານຂະແໜງການສຶກສາໃຫ້ໄດ້ຮັບ ການພັດທະນາຢ່າງຕໍ່ເນື່ອງ ພ້ອມກ່າວເນັ້ນ ສຸມໃສ່ປັບປຸງ ແກ້ໄຂ ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງຈິງຈັງ ໂດຍສະເພາະ ບັນຫາປາກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະ ບັນຫາຢາເສບຕິດ ເຊິ່ງຍົກເປັນວາລະແຫ່ງ ຊາດ ເຮັດໃຫ້ຖັນແຖວນັກຮຽນ-ນັກສຶກສາ ໄວໜຸ່ມທຸກທົ່ວໜ້າ ໃຫ້ເຂົ້າໃຈ ເຊື່ອມຊືມເລິກເຊິ່ງ ເຖິງຜົນ ຮ້າຍຂອງຢາເສບຕິດ ພ້ອມກັບການພັດທະນາຕົນເອງ ເປັນຄູທີ່ສະດຸ້ງໄວ ນຳຍຸກນຳສະໄໝ ທັດສະນະຫຼັກໝັ້ນ ເປັນແບບຢ່າງ ແລະ ຈັນຍາບັນຄູ.

    ໃນພິທີຍັງໄດ້ມອບໃບຍ້ອງຍໍ ໃຫ້ກັບພະນັກງານຄູ-ອາຈານ ທີ່ມີຜົນງານການປະກອບສ່ວນ ພັດທະຍາ ວຍກງານຂະແໜງການສຶກສາ ໃນປີຜ່ານມາ ແລະ ມອບຂອງຂວັນໃຫ້ກັບ ອະດີດ ຄະນະຜູ້ບໍລິການການ ສຶກສາ ນວ ແລະ ຄູອະວຸໂສບຳນານຕື່ມອີກ.

error: Content is protected !!