ສມປຊ ເປີດສົກຮຽນ ພ້ອມທັງສະເຫຼີມສະຫຼອງວັນຄູແຫ່ງຊາດ

    ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີເປີດສົກຮຽນ 2022-2023 ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 28 ປີ ຂຶ້ນວັນທີ 6 ຕຸລາ 2022 ທີ່ສະຖາບັນດັ່ງກ່າວ ເປັນປະທານຂອງທ່ານ ພູວົງ ອຸ່ນຄໍາແສນ ຫົວໜ້າ ສມປຊ ມີພະນັກງານຄູ-ອາຈານ ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ທ່ານນາງ ໄກສອນ ຈັນສີນາ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ ໄດ້ຂຶ້ນສະເໜີແຜນການຮຽນ-ການສອນ ປະຈໍາສົກຮຽນ 2022-2023 ວ່າ: ການເປີດການຮຽນ-ການສອນຄັ້ງນີ້ ເພື່ອກໍ່ສ້າງບໍາລຸງຍົກລະດັບພະນັກງານນໍາພາ-ຄຸ້ມຄອງ ພະນັກງານຫຼັກແຫຼ່ງຂອງພັກ-ຂອງລັດ ແລະ ອົງການຈັດຕັ້ງມະຫາຊົນໃນຂອບເຂດທົ່ວປະເທດ ສືບຕໍ່ຍົກສູງຄຸນນະພາບການຄຸ້ມຄອງການຮຽນ-ການສອນຢູ ສມປຊ ໄປຕາມມາດຕະຖານທີ່ກໍານົດໄວ້ໃນແຕ່ລະໄລຍະ ພ້ອມທັງສ້າງ ແລະ ປັບປຸງປັດໄຈຕ່າງໆທີ່ຈໍາເປັນຕໍ່ການຈັດຕັ້ງປະຕິບັດການຮຽນ-ການສອນໃຫ້ມີຄວາມກົມກຽວ ແລະ ເອື້ອອໍານວຍຄວາມສະດວກຮອບດ້ານ ເຊິ່ງການຈັດຕັ້ງການຮຽນ-ການສອນ ໄດ້ເລີ່ມແຕ່ວັນທີ 3 ຕຸລາ 2022 ເປັນຕົ້ນມາ ປະກອບມີລະບົບຊັ້ນສູງເລັ່ງລັດ 5 ເດືອນ ມີ 1 ຮຸ່ນຄື: ຮຸ່ນທີ 31 ມີຜູ້ເຂົ້າຮຽນທັງໝົດ 57 ຄົນ ຍິງ 12 ຄົນ ລະບົບປະລິນຍາຕີ 4 ປີ ຮຸ່ນທີ XXV ມີນັກສຶກສາ 119 ຄົນ ຍິງ 28 ຄົນ ລະບົບປະລິນຍາໂທປີທີ 1 ຮຸ່ນທີ XVIII ມີນັກຄົ້ນຄວ້າທັງໝົດ 140 ຄົນ ຍິງ 38 ຄົນ ປະລິນຍາໂທປີທີ 2 ຮຸ່ນທີ XVII ມີນັກຄົ້ນຄວ້າ 120 ຄົນ ຍິງ 37 ຄົນ ສະເພາະລະບົບຮຽນທິດສະດີການເມືອງຂັ້ນຕົ້ນມີ 1 ຮຸ່ນ ມີຜູ້ເຂົ້າຮ່ວມທັງໝົດ 60 ຄົນ ຍິງ 28 ຄົນ (ຈັດຕັ້ງການຮຽນ-ການສອນມາແຕ່ເດືອນສິງຫາ 2022 ເປັນຕົ້ນມາ ແລະ ຈະສໍາເລັດໃນກາງເດືອນ ພະຈິກ 2022 ຕາມແຜນການ) ລະບົບຮຽນທິດສະດີການເມືອງ ຂັ້ນສູງ ຄາດຄະເນຈະສາມາດເປີດການຮຽນ-ການສອນໄດ້ 4 ຮຸ່ນ ມີຜູ້ເຂົ້າຮຽນ 60 ຄົນ ຕໍ່ຊຸດຮຽນ ສັງລວມສົກຮຽນນີ້ຈະມີນັກສຶກສາທັງໝົດ 731 ຄົນ ເຊິ່ງທຸກລະບົບປະຕິບັດການຮຽນ-ການສອນຕາມຂໍ້ກໍານົດຂອງແຕ່ລະຫຼັກສູດທີ່ ສມປຊ ກໍານົດໄວ້. ໃນພິທີດັ່ງກ່າວທ່ານ ພູວົງ ອຸ່ນຄໍາແສນ ໄດ້ມອບໃບຍ້ອງຍໍໃຫ້ແກ່ຄູ-ອາຈານສອນດີເດັ່ນປະເພດ 1 ຂອງ ສມປຊ ປະຈໍາປີ 2022 ຈໍານວນ 38 ທ່ານ ຍິງ 15 ທ່ານ ແລະ ມອບໃບຍ້ອງຍໍຄູດີເດັ່ນປະເພດ 2 ຕື່ມອີກ ຈໍານວນ 3 ທ່ານ ຍິງ 1 ທ່ານ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!