ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ຕ້ານ ແລະ ສະກັດກັ້ນ ແກ້ໄຂບັນຫາຢາເສບຕິດ

     ໃນວັນທີ 6 ຕຸລາ 2022 ທີ່ນະຄອນຫຼວງວຽງຈັນ ທ່ານ ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ອ່ານສານເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 21 ປີ (12/10/2001-12/10/2022) ໂດຍມີເນື້ອໃນບາງຕອນວ່າ: ຢາເສບຕິດ ແມ່ນບັນຫາລວມຂອງວົງຄະນະຍາດສາກົນ ເຊິ່ງເປັນໄພຂົ່ມຂູ່ທີ່ຮ້າຍແຮງຕໍ່ມວນມະນຸດ ເປັນບໍ່ເກີດຂອງອາຊະຍາກໍາຕ່າງໆ ທີ່ກົດໜ່ວງຖ່ວງດຶງການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງຊາດ ທັງຍັງສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ບຸກຄົນ ແລະ ຄອບຄົວ ຜູ້ຕົກເປັນທາດຂອງຢາເສບຕິດ ປັດຈຸບັນ ການຄ້າຂາຍຢາເສບຕິດໄດ້ກາຍເປັນຂະບວນການຂ້າມຊາດ ທີ່ລັດຖະບານ ແລະ ປະຊາຊົນລາວ ກໍຄືບັນດາປະຊາຊາດໃນທົ່ວໂລກ ພ້ອມກັນຕ້ານ ແລະ ສະກັດກັ້ນຢ່າງແຂງແຮງ.

    ເຖິງແມ່ນວ່າຫຼາຍປະເທດໄດ້ເພີ່ມທະວີມາດຕະການ ຄວາມພະຍາຍາມໃນການຄວບຄຸມ ສະກັດກັ້ນ ປາບປາມ ແລະ ແກ້ໄຂບັນຫາດັ່ງກ່າວຢ່າງຕໍ່ເນື່ອງປານໃດກໍຕາມ ແຕ່ການຜະລິດ ການນໍາໃຊ້ ການຄ້າຂາຍ ການລໍາລຽງຂົນສົ່ງຢາເສບຕິດຢູ່ໃນທົ່ວໂລກ ກໍຄືຢູ່ ສປປ ລາວ ກໍຍັງບໍ່ຫຼຸດລົງ ແລະ ມີທ່າອ່ຽງເພີ່ມຂຶ້ນຢ່າງໜ້າເປັນຫ່ວງ ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນຕົວຈິງ ໃນການແກ້ໄຂບັນຫາດັ່ງກ່າວໃຫ້ເດັດຂາດ ໃນປີ 2021 ພັກ ລັດຖະບານລາວ ຈຶ່ງໄດ້ຍົກລະດັບເອົາການຄວບຄຸມ ສະກັດກັ້ນ ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດເປັນວາລະແຫ່ງຊາດ ພ້ອມທັງໄດ້ນໍາພາ ຊີ້ນໍາການຈັດຕັ້ງຜັນຂະຫຍາຍວຽກງານດັ່ງກ່າວ ຢ່າງຈົດຈໍ່ຕະຫຼອດມາ  1 ປີຜ່ານມາ ໄດ້ເອົາໃຈໃສ່ສຶກສາອົບຮົມ ແລະ ສ້າງຄວາມຮັບຮູ້ທົ່ວສັງຄົມ ເປັນຕົ້ນ ຊາວຫນຸ່ມ-ເຍົາວະຊົນ ໄດ້ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ກ່ຽວກັບພິດໄພ ຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງຢາເສບຕິດ ໂດຍໄດ້ໂຄສະນາເຜີຍແຜ່ແນວທາງນະໂຍບາຍ ກົດໝາຍ ລະບຽບການ ແລະ ນິຕິກໍາ ທີ່ກ່ຽວຂ້ອງຂອງພັກ ລັດ ກ່ຽວກັບບັນຫາຢາເສບຕິດຜ່ານສື່ຕ່າງໆເປັນປົກກະຕິ ຕໍ່ເນື່ອງ ແລະ ກວ້າງຂວາງ ໂດຍສະເພາະແມ່ນເຜີຍແຜ່ເນື້ອໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023) ແຕ່ສູນກາງ ລົງຮອດທ້ອງຖິ່ນ.

    ລັດຖະບານຍັງໄດ້ເອົາໃຈໃສ່ ແລະ ສ້າງເງື່ອນໄຂໃຫ້ບັນດາຄອບຄົວປະຊາຊົນຢູ່ເຂດພູດອຍຫ່າງໄກສອກຫຼີກເຂດພາກເໜືອ ຫັນໄປປະກອບອາຊີບທີ່ໝັ້ນຄົງ ແລະ ຖືກກົດໝາຍ ແທນການປູກພືດທີ່ມີສານເສບຕິດ ໄດ້ດໍາເນີນການບໍາບັດ ຟື້ນຟູສຸຂະພາບຜູ້ຖືກເຄາະຮ້າຍຈາກຢາເສບຕິດ ປັບປຸງ-ຂະຫຍາຍໂຮງໝໍຊຸມຊົນ ເພື່ອເປັນບ່ອນໃຫ້ຄໍາປຶກສາ ປິ່ນປົວ ໃຫ້ເຂົາເຈົ້າກັບຄືນເປັນຄົນດີຂອງສັງຄົມ ໄດ້ຕັ້ງໜ້າເຂົ້າຮ່ວມໃນວຽກງານ 3 ສ້າງ ທີ່ຕິດພັນກັບການສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ ໂດຍໄດ້ເອົາໃຈໃສ່ສ້າງບ້ານ ສະຖາບັນການສຶກສາ ກົມກອງ ຫົວຫນ່ວຍການຜະລິດ ການບໍລິການ ທັງພາກລັດ ແລະ ເອກະຊົນຢູ່ຕາມທ້ອງຖິ່ນຕ່າງໆ ໃຫ້ປອດຈາກຢາເສບຕິດ ໃນປີນີ້ ເຈົ້າໜ້າທີ່ຕໍາຫຼວດໄດ້ຮັບຄວາມຮ່ວມມືຈາກພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ໄດ້ມ້າງຄະດີ ຢຶດຢາເສບຕິດ ຢຶດອາວຸດເສິກ ຢຶດຊັບສິນ ວັດຖຸມີຄ່າ ສານເຄມີຕ່າງໆ ທີ່ນໍາມາຜະລິດເປັນຢາເສບຕິດ ແລະ ທີ່ສໍາຄັນແມ່ນສາມາດຈັບກຸມຜູ້ກະທໍາຜິດມາດໍາເນີນຄະດີຕາມລະບຽບກົດໝາຍ.

    ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ຊີ້ໃຫ້ເຫັນຕື່ມວ່າ: ສໍາລັບຢູ່ ສປປ ລາວ ການເສບ ການຄ້າຂາຍ ຂົນສົ່ງຢາເສບຕິດໄດ້ລະບາດ ແລະ ແຜ່ລາມຈາກຕົວເມືອງໄປສູ່ເຂດຊົນນະບົດ ຈາກທົ່ງພຽງຂຶ້ນສູ່ພູດອຍຫ່າງໄກສອກຫຼີກ ປັດຈຸບັນ ຢູ່ຫຼາຍທ້ອງຖິ່ນໄດ້ມີຊາວຫນຸ່ມ-ເຍົາວະຊົນ ນັກຮຽນ-ນັກສຶກສາ ກໍາມະກອນຢູ່ຕາມໂຮງຈັກໂຮງງານ ແລະ ຊາວໄຮ່-ນາ ຈໍານວນບໍ່ໜ້ອຍ ໄດ້ຕົກເປັນທາດຂອງຢາເສບຕິດ ຈໍານວນຜູ້ໄດ້ຮັບເຄາະຮ້າຍສ່ວນໜຶ່ງໄດ້ພາກັນສ້າງຄວາມສັບສົນວຸ້ນວາຍ ກໍ່ໃຫ້ເກີດມີສິ່ງຫຍໍ້ທໍ້ຕ່າງໆພາຍໃນຄອບຄົວ ກໍຄືຢູ່ຊຸມຊົນ ເກີດມີການຂີ້ລັກງັດແງະ ປຸ້ນຈີ້ ຊີງຊັບ ຄາຕະກໍາ ລັກພາຕົວ ຄ້າໂສເພນີ ລະເມີດກົດຈາລະຈອນ ພາໃຫ້ເກີດອຸບັດເຫດຕາມທ້ອງຖະໜົນຫຼວງ ກໍ່ອາລະວາດຜິດຖຽງຕີກັນ ແລະ ອື່ນໆ.

    ສະນັ້ນ ຈຶ່ງສະເໜີມາຍັງກະຊວງ ອົງການ ແລະ ທ້ອງຖິ່ນຂັ້ນຕ່າງໆ ຈົ່ງໄດ້ໃຫ້ຄວາມຮ່ວມມື ໃຫ້ຖືເອົາວຽກງານຄວບຄຸມ ສະກັດກັ້ນ ແລະ ຕ້ານຢາເສບຕິດເປັນພັນທະ ເປັນໜ້າທີ່ຂອງທຸກພາກສ່ວນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານໂຄສະນາ ສຶກສາອົບຮົມ ສ້າງຄວາມຮັບຮູ້ໃນທົ່ວສັງຄົມໃຫ້ກວ້າງຂວາງ ດ້ວຍຫຼາຍຮູບການ ເພື່ອປູກຈິດສໍານຶກໃຫ້ປະຊາຊົນລາວທຸກຊັ້ນຄົນ ໂດຍສະເພາະແມ່ຍິງ ຊາວໜຸ່ມ ເຍົາວະຊົນ ເຫັນໄດ້ເຖິງພິດໄພ ຜົນຮ້າຍຂອງຢາເສບຕິດ ຮັບຮູ້ ເຂົ້າໃຈລະບຽບກົດໝາຍ ທີ່ພົວພັນກັບຢາເສບຕິດ ປຸກລະດົມຂົນຂວາຍ ໃຫ້ເຂົາເຈົ້າເຂົ້າໃຈ ຕື່ນຕົວສະໝັກໃຈ ແລະ ມີສ່ວນຮ່ວມໃນວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ ເພື່ອຟື້ນຟູຕໍ່ຜູ້ຖືກເຄາະຮ້າຍ ວຽກງານບໍາບັດປິ່ນປົວ ຟື້ນຟູສຸຂະພາບ ແລະ ເຝິກວິຊາຊີບ ເພື່ອໃຫ້ເຂົາເຈົ້າມີສຸຂະພາບແຂງແຮງດີຂຶ້ນເປັນປົກກະຕິ ກັບຄືນສູ່ຄວາມອົບອຸ່ນຂອງຄອບຄົວ ແລະ ສັງຄົມ.

    ໃນຂະນະທີ່ພາກລັດ ກໍຕ້ອງສຸມໃສ່ສ້າງ ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ລວມທັງການສ້າງຄວາມເຂັ້ມແຂງກ່ຽວກັບວຽກງານຄວບຄຸມ ສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ບຸຄະລາກອນໃນຂະແໜງ ການທີ່ກ່ຽວຂ້ອງ ມີການຈັດສັນງົບປະມານທີ່ເຫມາະສົມ ກົງຈັກຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຮັບປະກັນໃຫ້ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄດ້ຮັບການຈັດຕັ້ງປະຕິບັດຖືກທິດ ມີປະສິດທິພາບ ແລະ ບັນລຸຄາດໝາຍທີ່ວາງໄວ້ ເອົາໃຈໃສ່ຕິດຕາມກວດກາ ແລະ ສຶກສາອົບຮົມປະຊາຊົນ ບໍ່ໃຫ້ລັກລອບປູກພືດທີ່ມີສານເສບຕິດ ຊຸກຍູ້ສົ່ງເສີມ ແລະ ຊ່ວຍເຫຼືອໃຫ້ເຂົາເຈົ້າໄດ້ມີເງື່ອນໄຂ ຫັນໄປປະກອບອາຊີບອື່ນທີ່ໝັ້ນຄົງ ແທນການປູກພືດທີ່ມີສານເສບຕິດ ທີ່ຜິດກົດໝາຍ ພ້ອມທັງໃຫ້ດໍາເນີນມາດຕະການດ້ານກົດໝາຍຢ່າງເຂັ້ມງວດຕໍ່ຜູ້ກະທໍາຜິດ.

error: Content is protected !!