ຍົກລະດັບວຽກງານຊັບສິນທາງປັນຍາໃຫ້ພະນັກງານ

    ວັນທີ 6-7 ຕຸລາ 2022 ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບກົມຊັບສິນທາງປັນຍາ ແລະ ກົມມາດຕະຖານ ແລະ ວັດແທກ ກະວງອຸດສາຫະກໍາ ແລະ ການຄ້າ ຈັດສໍາມະນາ-ເຜີຍແຜ່ ແລະ ເຝິກອົບຮົມກ່ຽວກັບວຽກງານຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ເພື່ອສ້າງຄວາມເຂັ້ມແຂງດ້ານວຽກງານວິຊາສະເພາະໃຫ້ແກ່ຂະແໜງການທ້ອງຖິ່ນ ໂດຍສະເພາະ ຫ້ອງການອຸດສາຫະກໍາ ແລະ ການຄ້າ ປະຈໍາເມືອງ ແລະ ຜູ້ປະກອບການ ບັນດາຫົວໜ່ວຍການຜະລິດສິນຄ້າໂອດ໋ອບພາຍໃນ ນວ ເປັນປະທານຂອງທ່ານນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ມີທ່ານ ມາຄະ ຈັນທະລາ ຮອງຫົວໜ້າກົມຊັບສິນທາງປັນຍາ ທ່ານ ພວງມະລາ ຈູມພະຈັນ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ ພ້ອມດ້ວຍຫົວໜ້າ ຮອງຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຕ້າ 9 ຕົວເມືອງ ຫົວໜ້າຂະແໜງ ພະນັກງານວິຊາການພາຍໃນພະແນກ ແລະ ຫົວໜ່ວຍການຜະລິດສິນຄ້າໂອດ໋ອບເຂົ້າຮ່ວມ.

    ການຈັດກອງປະຊຸມຄັ້ງນີ້ ເພື່ອເຜີນແຜ່ຄວາມໝາຍ ຄວາມສໍາຄັນ ແລະ ຄວາມຮູ້ທາງດ້ານຊັບສິນທາງປັນຍາ ວຽກງານມາດຕະຖານ ແລະ ວັດແທກ ເຮັດໃຫ້ພະນັກງານຢູ່ຂັ້ນທ້ອງຖິ່ນ ແລະ ຜູ້ປະກອບການ ເຂົ້າໃຈສາມາດນໍາໃຊ້ຊັບສິນທາງປັນຍາ ມາດຕະຖານ ແລະ ການວັດແທກ ເຂົ້າສູ່ການດໍາເນີນທຸລະກິດ ການຜະລິດສິນຄ້າ ແລະ ການບໍລິການໃນຂົງເຂດວຽກງານຕ່າງໆ ທັງເປັນການປົກປ້ອງສິດທາງດ້ານຊັບສິນທາງປັນຍາໃນສັງຄົມລາວ ໂດຍຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ສູງຂຶ້ນເທື່ອລະກ້າວ ພ້ອມນັ້ນ ຍັງເປັນການຄຸ້ມຄອງການຜະລິດສິນຄ້າໃຫ້ໄດ້ມາດຕະຖານແຫ່ງຊາດກໍານົດ ແລະ ຄຸ້ມຄອງການຕິດຕາມກວດກາເຄື່ອງມື ອຸປະກອນວັດແທກໃຫ້ໄດ້ມາດຕະຖານເປັນເອກະພາບກັນໃນ ນວ.

    ກອງປະຊຸມຄັ້ງນີ້ ສໍາມະນາກອນໄດ້ມີໂອກາດຮັບຟັງການເຜີຍແຜ່ບັນຍາຍເອກະສານຕ່າງໆ ກ່ຽວກັບວຽກງານຊັບສິນທາງປັນຍາ ວຽກງານມາດຕະຖານ ແລະ ການວັດແທກເຊັ່ນ: ວຽກງານຮັບຄໍາຮ້ອງທາງດ້ານຊັບສິນທາງປັນຍາ ວຽກງານລິຂະສິດ ວຽກງານເຄື່ອງໝາຍການຄ້າ ວຽກງານແກ້ໄຂຂໍ້ຂັດແຍ່ງ ການສ້າງມາດຕະຖານຢູ່ລາວ ການຢັ້ງຢືນຄຸນນະພາບຜະລິດຕະພັນສິນຄ້າ ການຢັ້ງຢືນເຄື່ອງມີການວັດແທກ ແລະ ວຽກງານປົກປ້ອງຜູ້ຊົມໃຊ່ຢູ່ລາວ ຈາກນັ້ນ ກອງປະຊຸມໄດ້ເປີດເວທີໃຫ້ສໍາມະນາກອນໄດ້ມີໂອກາດແລກປ່ຽນຄໍາຄິດເຫັນກ່ຽວກັບວຽກງານດັ່ງກ່າວ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!