ປຶກສາຫາລື 2 ຝ່າຍ (ລາວ-ໄທ) ກ່ຽວກັບການເຊື່ອມຈອດທາງລົດໄຟ

    ກອງປະຊຸມປຶກສາຫາລື 2 ຝ່າຍ (ລາວ-ໄທ) ກ່ຽວກັບການເຊື່ອມຈອດທາງລົດໄຟ ນະຄອນຫຼວງວຽງຈັນ-ໜອງຄາຍ ຈັດຂຶ້ນວັນທີ 6 ຕຸລາ 2022 ທີ່ໂຮງແຮມເມືອງແທງ ນະຄອນຫຼວງວຽງຈັນ ຮ່ວມເປັນປະທານຂອງທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ອານຸທິນ ຊານວິຣະກຸນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ແຫ່ງລາຊະອານາຈັກໄທ ມີທ່ານ ສັກສະຫຍາມ ຊິດຊອບ ລັດຖະມົນຕີວ່າການກະຊວງຄົມມະນາຄົມ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ທ່ານ ວຽງສະຫວັດ ສີພັນດອນ ກ່າວວ່າ: ລັດຖະບານ ສປປ ລາວ ໄດ້ເຫັນດີເປັນເອກະພາບຕາມການກຳນົດເອົາແລວຂົວລົດໄຟແຫ່ງໃໝ່ ເຊິ່ງຫ່າງຈາກຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໄປທາງໃຕ້ ຕາມທິດລຸ່ມນ້ຳໄຫຼ 30 ແມັດ ສຳລັບການອອກແບບ ແລະ ການກໍ່ສ້າງຂົວທາງລົດໄຟແຫ່ງໃໝ່ນີ້ ຈະເປັນຂົວສະເພາະຮັບໃຊ້ລົດໄຟ ເຊິ່ງບໍ່ລວມເອົາລົດໂອໂຕ ແລະ ຈະຮອງຮັບເອົາລົດໄຟຂະໜາດ 1,435 ແມັດ ແລະ ທາງລົດໄຟ 1 ແມັດ ໃນຂົວດຽວກັນ ປັດຈຸບັນ ໄດ້ມີການກະກຽມຄວາມພ້ອມ ແລະ ໄດ້ມອບໝາຍໃຫ້ກົມທາງລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງກັບຝ່າຍໄທ ໃນການດຳເນີນຂະບວນການກະກຽມເພື່ອສຶກສາ ແລະ ອອກແບບຂົວທາງລົດໄຟດັ່ງກ່າວ ພ້ອມດຽວກັນນີ້ ກະຊວງໂຍທາທິການ ແລະ ຂົນສົ່ງ ກໍຈະໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອປະຕິບັດງານຮ່ວມມືສອງຝ່າຍ ລາວ-ໄທ ກ່ຽວກັບການເຊື່ອມຈອດລົດໄຟ ນະຄອນຫຼວງວຽງຈັນ-ໜອງຄາຍ ໂດຍຜ່ານຂົວສະເພາະລົດໄຟແຫ່ງໃໝ່. ເພື່ອຄວາມຍືນຍົງ ແລະ ປະສິດທິຜົນສູງສຸດຂອງການຮ່ວມມືພັດທະນາເສັ້ນທາງລົດໄຟເຊື່ອມຕໍ່ ລາວ-ໄທ ໂດຍສະເພາະ ໂຄງການລົດໄຟ ລາວ-ໄທ ໄລຍະ 2 ທີ່ໄດ້ຮັບທຶນຊ່ວຍເຫຼືອລັດຖະບານໄທ ໂດຍຜ່ານອົງການເນດາ ທ່ານ ວຽງສະຫວັດ ສີພັນດອນ ໄດ້ສະເໜີຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ແຫ່ງລາຊະອານາຈັກໄທ ພິຈາລະນາໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສາມາດຂໍຕໍ່ອາຍຸສັນຍາເງິນກູ້ ແລະ ສືບຕໍ່ນຳໃຊ້ງົບປະມານທີ່ຍັງເຫຼືອຂອງໂຄງການດັ່ງກ່າວ ທີ່ຈະສິ້ນສຸດກໍານົດເວລາເງື່ອນໄຂເງິນກູ້ໃນເດືອນຕຸລາ 2022 ນີ້ ເພື່ອຈັດຕັ້ງປະຕິບັດໜ້າວຽກກໍ່ສ້າງທີ່ຍັງບໍ່ທັນສົມບູນ ແລະ ການກໍ່ສ້າງສິ່ງອຳນວຍຄວາມສະດວກທີ່ຈຳເປັນຕ່າງໆຂອງສະຖານີນະຄອນຫຼວງວຽງຈັນ-ຄຳສະຫວາດ ເປັນຕົ້ນແມ່ນສິ່ງອຳນວຍຄວາມສະດວກດ້ານ CIC ວຽກຄຸ້ມຄອງ ແລະ ປ້ອງກັນຄວາມປອດໄພ ແລະ ສິ່ງອຳນວຍຄວາມສະດວກເຂດສາທາລະນະທັງພາຍໃນ ແລະ ນອກອາຄານ ທັງໝົດນີ້ ກໍແມ່ນເພື່ອຮັບປະກັນໃຫ້ມີຄວາມພ້ອມໃນການເປີດໃຫ້ບໍລິການສະຖານີດັ່ງກ່າວ ທີ່ຈະກາຍເປັນຈຸດເຊື່ອມຕໍ່ທີ່ສຳຄັນຂອງການຂົນສົ່ງໂດຍສານທາງລົດໄຟ ລາວ-ໄທ ແລະ ລາວ-ຈີນ.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!