ຫສປທ ປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ

    ວັນທີ 6 ຕຸລາ 2022 ທີ່ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຮລ) ຄົບຮອບ 20 ປີ (9 ກັນຍາ 2002-9 ກັນຍາ 2022) ເປັນປະທານ ແລະ ຖາກະຖາຂອງທ່ານ ພົນຈັດຕະວາ ຄຳຫອມ ແສງບົວລົມ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ວິລະຊົນແຫ່ງຊາດ ມີພະນັກງານຫຼັກແຫຼ່ງ ຫສປທ ເຂົ້າຮ່ວມຮັບຟັງ.

    ທ່ານ ພົນຈັດຕະວາ ຄຳຫອມ ແສງບົວລົມ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງການສ້າງຕັ້ງນັກຮົບເກົ່າຢູ່ໃນໂລກ ແລະ ອົງການສະຫະພັນນັກຮົບເກົ່າຢູ່ ສປປ ລາວ ໂດຍໄດ້ເລົ່າເຖິງຄວາມເປັນມາຊາດລາວ ວິລະຊົນພິລະອາດຫານ ສືບທອດມູນເຊື້ອການຕໍ່ສູ້ບໍ່ຍອມຈຳນົນຂອງບັນພະບູລຸດ ຜູ້ອາດຫານຕ້ານກັບຈັກກະພັດຜູ້ຮຸກຮານ ໂດຍພາຍໃຕ້ການນຳພາຂອງບັນດາວິລະບູລຸດຜູ້ເກັ່ງກ້າທັງຫຼາຍ ແລະ ການຕໍ່ສູ້ກູ້ຊາດຕ້ານການລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ການຕໍ່ສູ້ຕ້ານສົງຄາມຮຸກຮານ ປະຫວັດການກຳເນີດຂອງສະຫະພັນນັກຮົບເກົ່າ (ສນຮລ) ຄວາມສຳຄັນ ແລະ ຄວາມຈໍາເປັນພາວະວິໄສໃນການສ້າງຕັ້ງ ສນຮລ ແລະ ທັດສະນະຂອງພັກປະຊາຊົນປະຕິວັດລາວ ຕໍ່ກັບສະຫະພັນນັກຮົບເກົ່າ ຜົນງານ ແລະ ການເຕີບໃຫຍ່ຂອງ ສນຮລ ຕະຫຼອດ 20 ປີ ໃຕ້ຮົ່ມທຸງຂອງພັກ ແລະ ທິດທາງໃນຕໍ່ໜ້າ ໃນການເສີມຂະຫຍາຍທາດແທ້ມູນເຊື້ອຂອງນັກຮົບເກົ່າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ເປັນການສຶກສາອົບຮົມຄົນຮຸ່ນໜຸ່ມ ປະຕິບັດບົດບາດເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງນັກຮົບເກົ່າຕາມແນວທາງ ແຜນນະໂຍບາຍຂອງພັກ-ລັດ ປຸກລະດົມຖັນແຖວນັກຮົບເກົ່າປະກອບສ່ວນເຂົ້າໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ປະຕິບັດໜ້າທີ່ໃນການປຸກລະດົມສະມາຊິກນັກຮົບເກົ່າ ສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ ແກ້ໄຂຄວາມທຸກຍາກ ແລະ ພັດທະນາພື້ນຖານໂຄງລ່າງຂອງ ສນຮລ ຮ່ວມມືພົວພັນກັບຕ່າງປະເທດ ແລະ ສາກົນ.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!