ຮ່ວມມືໃນການຫັນການເກັບລາຍຮັບ ແລະ ເບີກຈ່າຍງົບປະມານເປັນທັນສະໄໝ

    ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ແລະ ກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານແຫ່ງ ສປປ ລາວ (ທຫລ) ລົງນາມສັນຍາວ່າດ້ວຍການເປັນຄູ່ຮ່ວມມືໃນການຫັນການເກັບລາຍຮັບ ແລະ ເບີກຈ່າຍງົບປະມານເປັນທັນສະໄໝ ຜ່ານລະບົບ FIMLINK ແລະ ລະບົບຂອງບໍລິສັດ LAPNet ຂຶ້ນວັນທີ 6 ຕຸລາ 2022  ຢູ່ໂຮງແຮມວຽງຈັນພລາຊາ ລະຫວ່າງທ່ານ ປອ ວິໄລທອງ ສຸດທະວິໄລ ຮັກສາການຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ແລະ ທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ມີທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການ ທຫລ ພ້ອມດ້ວຍບັນດາກົມ ກະຊວງ ທະນາຄານທຸລະກິດ ກຸ່ມບໍລິ ສັດ AIF ບໍລິສັດ LAPNet ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ໄລຍະຜ່ານມາ ກະຊວງການເງິນໄດ້ພັດທະນາລະບົບເຊື່ອມຕໍ່ຮັບໃຊ້ວຽກງານເກັບລາຍຮັບງົບປະມານແຫ່ງລັດຜ່ານທະນາຄານທຸລະກິດ ແຕ່ລະບົບດັ່ງກ່າວຍັງບໍ່ທັນລວມສູນ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການຄຸ້ມຄອງ ເຊື່ອມຕໍ່ສະຫຼຸບລາຍງານໃຫ້ການ ກະຊວງການເງິນຈຶ່ງໄດ້ພັດທະນາລະບົບຊໍາລະພາສີ-ອາກອນ ຄ່າທໍານຽມ ແລະ ຄ່າບໍລິການແບບລວມສູນ (ລະບົບ FIMLINK) ເຊິ່ງແມ່ນໜຶ່ງໃນໂຄງການພັດທະນາຄຸ້ມຄອງການເກັບລາຍຮັບເປັນທັນສະໄໝ (ດີຈີຕອນ) ເປັນລະບົບໃຈກາງລວມສູນການເຊື່ອມຕໍ່ລະຫວ່າງລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍພາຍໃນກະຊວງການເງິນ ແລະ ເຊື່ອມຕໍ່ກັບລະບົບການຊໍາລະທີ່ ທຫລ ເປັນຜູ້ຄຸ້ມຄອງ ໂດຍສະເພາະລະບົບການຊໍາລະທຸລະກໍາຍ່ອຍຂອງບໍລິສັດ LAPNet ເຊິ່ງການລົງນາມຄັ້ງນີ້ ມີຈຸດປະສົງເພື່ອຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານຕົວຈິງຂອງລັດຖະບານ ໃນການຫັນການເກັບລາຍຮັບງົບປະມານ ແລະ ການພັດທະນາລະບົບຄຸ້ມຄອງລາຍຮັບ-ລາຍຈ່າຍເປັນທັນສະໄໝ ໂດຍສະເພາະ ການເບີກຈ່າຍງົບປະມານ ການຈັດເກັບລາຍຮັບພາສີ-ອາກອນ ແລະ ຄ່າທໍານຽມຕ່າງໆຜ່ານຜູ້ໃຫ້ບໍລິການຊໍາລະ (ທະນາຄານທຸລະກິດ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ນິຕິບຸກຄົນ ຫຼື ບໍລິສັດ Fintech ທີ່ໄດ້ຮັບອະນຸຍາດຈາກ ທຫລ ໂດຍຜ່ານລະບົບ FIMLINK ທີ່ກະຊວງການເງິນພັດທະນາ ແລະ ລະບົບຂອງບໍລິສັດ LAPNet ທີ່ ທຫລ ເປັນຜູ້ຄຸ້ມຄອງ ແລະ ຊຸກຍູ້ການພັດທະນາ ເຊິ່ງຈະຊ່ວຍຫຼຸດຜ່ອນຂອດຂັ້ນໃນການຈັດຕັ້ງປະຕິບັດວຽກງານການເກັບລາຍຮັບ ແລະ ການເບີກຈ່າຍງົບປະມານແຫ່ງລັດ ໃຫ້ກະທັດຮັດ ມີຄວາມໂປ່ງໃສ ການສະຫຼຸບລາຍງານມີຄວາມສະດວກ ວ່ອງໄວ ຫຼຸດຜ່ອນການນໍາໃຊ້ເງິນສົດ ແລະ ຂັບເຄື່ອນສັງຄົມກ້າວເຂົ້າສູ່ເສດຖະກິດດີຈີຕອນ ກໍຄືຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມກ້າວໜ້າຂຶ້ນເທື່ອລະກ້າວ.

    ນອກຈາກການລົງນາມສັນຍາວ່າດ້ວຍການເປັນຄູ່ຮ່ວມມືດັ່ງກ່າວແລ້ວ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ແລະ ກົມຄຸ້ມຄອງລະບົບຊໍາລະສະສາງ ຍັງໄດ້ແນະນໍາການຊໍາລະຂ້າມທະນາຄານ ຜ່ານ LAPNet (Lao QR Pay) ເຊິ່ງເປັນຜົນສໍາເລັດທີ່ສໍາຄັນຂອງວຽກງານການຊໍາລະ ໃນການພັດທະນານໍາໃຊ້ມາດຕະຖານ Lao QR Code ເພື່ອການຊໍາລະຂອງ ສປປ ລາວ ເປັນທັນສະໄໝ ມີຄວາມສະດວກ ສາມາດເຊື່ອມໃຊ້ເຂົ້າກັນໄດ້ ແລະ ຫຼຸດຜ່ອນຄວາມຫຍຸ້ງຍາກໃຫ້ຜູ້ຊົມໃຊ້ທົ່ວໄປທີ່ຈະຕ້ອງໄດ້ເປີດບັນຊີກັບຫຼາຍທະນາຄານ ຈຶ່ງສາມາດຊໍາລະກັບຮ້ານຄ້າຕ່າງໆໄດ້ ເຊິ່ງເບື້ອງຕົ້ນການຊໍາລະຂ້າມທະນາຄານຜ່ານ (LAPNet Lao QR Pay) ສາມາດໃຫ້ບໍລິການໄດ້ 6 ທະນາຄານ ຄື: ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ທະຄານຄານເພື່ອການລົງທຶນ ແລະ ການຄ້າ ທະນາຄານຮ່ວມພັດທະນາ ທະນາຄານສົ່ງເສີມກະສິກໍາ ຈໍາກັດ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ແລະ ທະນາຄານອິນໂດຈີນ ຈໍາກັດ ພ້ອມນີ້ ຍັງມີທະນາຄານພັດທະນາລາວ ຈໍາກັດ ທະນາຄານມາຣູຮານເຈແປນລາວ ແລະ ທະນາຄານກະສິກອນໄທ ຈໍາກັດ ທີ່ຈະໃຫ້ບໍລິການໃນທ້າຍປີ 2022.

# ຂ່າວ – ພາບ : ສະບາໄພ

error: Content is protected !!