ກອງປະຊຸມຜ່ານຮ່າງບົດລາຍງານແຫ່ງຊາດ ປະຈຳໄລຍະທີ 10 ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງຢູ່ ສປປ ລາວ ຮ່ວມກັບຄູ່ຮ່ວມພັດທະນາ ຈັດຂຶ້ນວັນທີ 6 ຕຸລາ 2022 ຢູ່ໂຮງແຮມຄຣາວພລາຊາ ມີທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ຮອງປະທານຜູ້ປະຈຳການຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ ທ່ານນາງ ມາຣຽມ ເອຄານ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ມີທ່ານຮອງລັດຖະມົນຕີ ບັນດາທ່ານເອກອັກຄະລັດຖະທູດ ຜູ້ຕາງໜ້າຈາກບັນດາສະຖານທູດ ອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ອົງການຈັດຕັ້ງສາກົນທີ່ສັງກັດລັດຖະບານ ແລະ ບໍ່ສັງກັດລັດຖະບານ ເຂົ້າຮ່ວມ.

ທ່ານນາງ ອິນລາວັນ ແກ້ວບຸນພັນ ກ່າວວ່າ: ດັ່ງທີ່ພວກເຮົາຮູ້ແລ້ວວ່າ ການຈັດຕັ້ງປະຕິບັດສົນທິສັນຍາຊີດໍ ໃນ ສປປ ລາວ ເຊິ່ງພັກ-ລັດຖະບານ ໄດ້ຖືບູລິມະສິດອັນໜຶ່ງໃນການວຽກງານຂອງລັດຖະບານແຫ່ງ ສປປ ລາວ ແລະ ໃນໄລຍະຜ່ານມາ ພວກເຮົາກໍໄດ້ມີຜົນສໍາເລັດໃນການຈັດຕັ້ງປະຕິບັດບົດປະກອບຄໍາເຫັນມ້ວນທ້າຍຂອງຄະນະກໍາມະການຊີດໍສາກົນ ຕໍ່ບົດລາຍງານແຫ່ງຊາດປະຈໍາໄລຍະທີ 8 ແລະ 9 ໃນການຈັດຕັ້ງປະຕິບັດດັ່ງກ່າວ ເປັນຕົ້ນ: ໄດ້ອອກແຈ້ງການເລກທີ 475/ຫສນຍ ລົງວັນທີ 18 ມີນາ 2019 ຈັດຕັ້ງປະຕິບັດປະກອບຄໍາເຫັນມ້ວນທ້າຍຂອງຄະນະກໍາມະການຊີດໍສາກົນ ຕໍ່ບົດລາຍງານແຫ່ງຊາດປະຈໍາໄລຍະທີ 8 ແລະ 9 ໄດ້ເຊື່ອມສານເນື້ອໃນສົນທິສັນຍາຊີດໍ ເຂົ້າໃນເອກະສານສໍາຄັນຂອງລັດຖະບານ ໂດຍສະເພາະແມ່ນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ IX ແຜນພັດທະນາແມ່ຍິງລາວ ແຜນດໍາເນີນງານເພື່ອຄວາມສະເໜີພາບຍິງ-ຊາຍ ແຜນດໍາເນີນງານເພື່ອແມ່ ແລະ ເດັກ ແຜນດໍາເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງການໃຊ້ຄວາມຮຸຮແຮງຕໍ່ແມ່ຍິງ ລວມທັງແຜນພັດທະນາຂອງແຕ່ລະຂະແໜງການ ໃນແຕ່ລະໄລຍະ.

ພ້ອມກັນນີ້ ຍັງໄດ້ເອົາໃຈໃສ່ໂຄສະນາປູກຈິດສຳນຶກກ່ຽວກັບສົນທິສັນຍາຊີດໍໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍໄດ້ຈັດພິມປຶ້ມ ບົດປະກອບຄຳເຫັນມ້ວນທ້າຍ ຂອງຄະນະກຳມະການຊີດໍສາກົນ ທີ່ມີຕໍ່ບົດລາຍງານສະບັບປະຈຳ ໄລຍະທີ 8 ແລະ 9 ທັງພາສາລາວ ແລະ ພາສາອັງກິດ ພ້ອມທັງເຜີຍແຜ່ ແລະ ຊຸກຍູ້ໃຫ້ທຸກພາກສ່ວນ ຂັ້ນສູນກາງ ແລະ ທ້ອງຖິ່ນ ສະພາແຫ່ງຊາດ ອົງການຕຸລາການ ອົງການຈັດຕັ້ງມະຫາຊົນ ຄູ່ຮ່ວມພັດທະນາ ອົງການຈັດຕັ້ງທາງສັງຄົມ ເພື່ອເພີ່ມຄວາມເຂົ້າໃຈໃນການຈັດຕັ້ງປະຕິບັດພັນທະ ພາຍໃຕ້ຂອບຂອງສົນທິສັນຍາຊີດໍ ທັງຮັບປະກັນໃນການຜັນຂະຫຍາຍບັນດາຂໍ້ເປັນຫ່ວງຂອງຄະນະກຳມະການຊີດໍສາກົນ ເຂົ້າໃນນະໂຍບາຍຍຸດທະສາດ ແລະ ແຜນວຽກຕ່າງໆຂອງບັນດາຂະແໜງການ ກໍຄືການກຳນົດມາດຕະການໃນການຈັດຕັ້ງປະຕິບັດຕົວຈິງ ດຳເນີນການໂຄສະນາໃນທົ່ວສັງຄົມໃຫ້ມີການປ່ຽນແປງດ້ານຄວາມຮັບຮູ້ ແລະ ພຶດຕິກຳກ່ຽວກັບຄວາມສະເໝີພາບຍິງ-ຊາຍ ການຈຳແນກ ແລະ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຕິດພັນກັບການຈັດຕັ້ງສະເຫຼີມສະຫຼອງວັນສຳຄັນຕ່າງໆທີ່ພົວພັນເຖິງສິດທິແມ່ຍິງ ເຊັ່ນ: ວັນແມ່ຍິງສາກົນ ວັນທີ 8 ມີນາ ວັນສ້າງຕັ້ງສະຫະພັນແມ່ຍິງ ວັນທີ 20 ກໍລະກົດ ອັນພົ້ນເດັ່ນ ແມ່ນການຈັດຕັ້ງຂະບວນການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຕິດພັນກັບການສະເຫຼີມສະຫຼອງວັນສາກົນ ເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ວັນທີ 25 ພະຈິກຂອງທຸກປີ.

ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍມາຍັງຄະນະຮັບຜິດຊອບຮ່າງບົດລາຍງານແຫ່ງຊາດ ຄັ້ງທີ 10 ໃນການຈັດຕັ້ງປະຕິບັດສົນທິສັນຍາຊີດໍ ໃນ ສປປ ລາວ ຂອບໃຈມາຍັງທ່ານຜູ້ຕາງໜ້າອົງການ UNFPA ທີ່ໄດ້ເປັນເຈົ້າການຂໍການສະໜັບສະໜູນທາງດ້ານວິຊາການ ແລະ ທຶນຮອນຈາກພາກສ່ວນຕ່າງໆໃນການຮ່າງບົດລາຍງານສະບັບນີ້ສໍາເລັດໂດຍພື້ນຖານ ແລະ ມີຄວາມຫວັງຢ່າງຍິງວ່າພວກເຮົາຈະມີຈະມີຜົນສໍາເລັດໃນເດືອນພະຈິກ 2022 ຢ່າງສົມບູນ ແລະ ສາມາດຜ່ານຄະນະລັດຖະບານ ເພື່ອຮັບຮອງ ແລະ ສົ່ງໃຫ້ຄະນະກຳມະການຊີດໍສາກົນ ໃນເດືອນພະຈິກ 2022 ນີ້.