ກອງປະຊຸມພົບປະພາກລັດ ແລະ ອົງການຈັດຕັ້ງສັງຄົມ

    ກົມພັດທະນາການບໍລິຫານລັດ ກະຊວງພາຍໃນ ຈັດກອງປະຊຸມພົບປະລະຫວ່າງພາກລັດ ແລະ ອົງການຈັດຕັ້ງສັງຄົມ ປະຈຳປີ 2021 ວັນທີ 6-7 ຕຸລາ 2022 ທີ່ສູນການຮ່ວມມື ແລະ ເຝິກອົບຮົມ (ITCT) ເປັນປະທານຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີບັນດາຫົວໜ້າ ຮອງຫົວໜ້າກົມຂອງບັນດາກະຊວງ ອົງການລັດທຽບເທົ່າກະຊວງ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ສູນກາງແນວລາວສ້າງຊາດ ຫົວໜ້າ-ຮອງຫົວໜ້າພະແນກພາຍໃນແຂວງທົ່ວປະເທດ ຕາງໜ້າສະມາຄົມ ແລະ ມູນນິທິທີ່ເຄື່ອນໄຫວໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

    ທ່ານ ທອງຈັນ ມະນີໄຊ ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ ເພື່ອສະຫຼຸບຖອດຖອນບົດຮຽນກ່ຽວກັບວຽກງານອົງການຈັດຕັ້ງສັງຄົມໃນຂົງເຂດຂະແໜງການຕ່າງໆ ໂດຍສະເພາະ ໃນດ້ານຕັ້ງໜ້າ ດ້ານຫຍໍ້ທໍ້ຕ່າງໆ ແລະ ບົດຮຽນທີ່ຖອດຖອນໄດ້ໃນການເຄື່ອນໄຫວໃນໄລຍະຜ່ານມາ ບັນດາສະມາຄົມ ແລະ ມູນນິທິ ໄດ້ມີໂອກາດແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງຜູ້ເຂົ້າຮ່ວມ ຈາກອົງການຈັດຕັ້ງລັດ ກັບອົງການຈັດຕັ້ງສັງຄົມ ແລະ ບັນດາອົງການຈັດຕັ້ງສັງຄົມດ້ວຍກັນ ພ້ອມທັງເປີດໂອກາດໃຫ້ບັນດາອົງການຈັດຕັ້ງສັງຄົມ ໄດ້ສະເໜີຜົນງານ ຄວາມສາມາດ ແລະ ບັນຫາຕ່າງໆໃນການເຄື່ອນໄຫວວຽກງານຂອງຕົນ ຕໍ່ຜູ້ຕາງໜ້າອົງການຈັດຕັ້ງລັດທີ່ກ່ຽວຂ້ອງໂດຍກົງ ເພື່ອເປັນຂໍ້ມູນພື້ນຖານໃນການສ້າງລະບຽບການ ຫຼື ກຳນົດນະໂຍບາຍຂອງລັດແຕ່ລະຂະແໜງການ ຕໍ່ສະມາຄົມ ແລະ ມູນນິທິ.

    ນອກນີ້ ກອງປະຊຸມ ທ່ານ ສຸລິວັນ ອ່ອນຕາວົງ ຫົວໜ້າກົມພັດທະນາການບໍລິຫານລັດ ໄດ້ຜ່ານບົດລາຍງານການເຄື່ອນໄຫວວຽກງານອົງການຈັດຕັ້ງສັງຄົມໃນຂອບເຂດທົ່ວປະເທດ ປະຈໍາປີ 2021 ແລະ ລາຍງານຜົນກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງອົງການຈັດຕັ້ງສັງຄົມ ແລະ ກອງປະຊຸມເຜີຍແຜ່ແນະນໍາໃຫ້ແກ່ພາກລັດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຄົມ ມູນນິທິຢູ່ຂັ້ນແຂວງ ເຊິ່ງໄລຍະປີ 2021 ເປັນປີທີ່ພົບຄວາມຫຍຸ້ງຍາກໃນການເຄື່ອນໄຫວວຽກງານຕ່າງໆ ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເຖິງຢ່າງໃດກໍຕາມ ຍ້ອນສະພາບອັນຈໍາເປັນຂອງການຊ່ວຍເຫຼືອສັງຄົມ ບັນດາສະມາຄົມ ແລະ ມູນນິທິ ກໍໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດຂອງຕົນ ໃນການປະກອບສ່ວນໃນການຈັດຕັ້ງປະຕິບັດແຜນຍຸດທະສາດຂອງຂະແໜງການຕ່າງໆທີ່ລັດຖະບານອະນຸຍາດ ແລະ ຮັບຮອງ ໂດຍສະເພາະ ໄດ້ປະກອບສ່ວນເຂົ້າໃນແຜນການພັດທະນາການລຶບລ້າງຄວາມທຸກຍາກ ການພັດນາແບບຍືນຍົງ SDG ພ້ອມນີ້ ການເຄື່ອນໄຫວຂອງຫຼາຍສະມາຄົມ ແລະ ມູນນິທິ ຍັງມີແບບແຜນ ບົນພື້ນຖານແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນຍຸດທະສາດຂອງຂະແໜງການລັດທີ່ກ່ຽວຂ້ອງ ມີລະບົບຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ ມີລະບົບການບໍລິຫານພະນັກງານ ໂຄງການ ແລະ ການເງິນທີ່ດີ ມີການຈັດກອງປະຊຸມແລກປ່ຽນວິຊາການ ເພື່ອຖອດຖອນບົດຮຽນເຊິ່ງກັນ ແລະ ກັນໃນດ້ານຕ່າງໆ ບັນດາອົງການຈັດຕັ້ງສັງຄົມ ມີການປະກອບສ່ວນຢ່າງຕັ້ງໜ້າ ໃນການຊ່ວຍເຫຼືອສັງຄົມ ຊຸມຊົນ ປະຊາຊົນຜູ້ດ້ອຍໂອກາດ ຜູ້ທຸກຍາກ ແລະ ປະກອບສ່ວນຊ່ວຍອົງການຈັດຕັ້ງລັດໃນດ້ານຕ່າງໆ ມີຄວາມເຂົ້າໃຈຕໍ່ບົດບາດ ໜ້າທີ່ຂອງຕົນຫຼາຍຂຶ້ນ ໃນຖານະເປັນອົງການບໍ່ຫວັງຜົນກໍາໄລ ເພື່ອໃຫ້ການຊ່ວຍເຫຼືອສັງຄົມ ໂຄງການຂອງສະມາຄົມ ແລະ ມູນນິທິສ່ວນໃຫຍ່ ແມ່ນສາມາດບັນລຸໄດ້ຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້.

    ນອກນີ້ ກອງປະຊຸມຍັງໄດ້ຮັບຟັງການນໍາສະເໜີພາລະບົດບາດ ແລະ ການເຄື່ອນໄຫວວຽກງານຂອງຄະນະ ປະສານງານອົງການຈັດຕັ້ງສັງຄົມລາວ (LCCC) ດໍາລັດວ່າດ້ວຍສະມາຄົມ ແລະ ດໍາລັດວ່າດ້ວຍມູນນິທີ ດໍາລັດວ່າດ້ວຍອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ການສ້າງຕັ້ງສະຫະພັນຊາວໜຸ່ມ ນໍາສະເໜີວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ການຈັດຕັ້ງປະຕິບັດທຶນຂະໜາດໜອ້ຍຈາກແຜນງານເຊກາ ການຈັດຕັ້ງປະຕິບັດວຽກງານອັນພົ້ນເດັ່ນໃນຂົງເຂດສັງຄົມສົງເຄາະ ແລະ ພັດທະນາສັງຄົມ ພິເສດກອງປະຊຸມຍັງມີການວາງສະແດງສິນຄ້າ ແລະ ຜະລິດຕະພັນຈາກສະມາຄົມ ແລະ ມູນນິທິ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊົມ ແລະ ສະໜັບສະໜູນອີກດ້ວຍ.

error: Content is protected !!