ພິທີຈັບສະຫຼາກແບ່ງກຸ່ມ ແລະ ຜ່ານລະບຽບວ່າດ້ວຍການແຂ່ງຂັນກີລາຊ່ວງເຮືອປະເພນີ ແລະ ເຮືອກີລາ ປະຈໍາປີ 2022 ຈັດຂຶ້ນວັນທີ 5 ຕຸລາ 2022 ຢູ່ເມືອງຈັນທະບູລີ ໂດຍມີທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ທັງເປັນຮອງຫົວໜ້າຄະນະຊີ້ນໍາການຈັດງານບຸນອອກພັນສາປະວໍລະນາ ແລະ ແຂ່ງຂັນຊ່ວງເຮືອ ປະຈໍາປີ 2022 ມີບັນດາຄະນະກໍາມະການເຕັກນິກຈັດການແຂ່ງຂັນ ຄະນະນໍາເຮືອແຕ່ລະພາກສ່ວນ ເຂົ້າຮ່ວມ.

ທ່ານ ວິຊຽນ ໂລວັນ ຕາງໜ້າໃຫ້ແກ່ຄະນະຮັບຜິດຊອບຈັດການແຂ່ງຂັນ ໄດ້ຂຶ້ນຜ່າກົດລະບຽບວ່າດ້ວຍການແຂ່ງຂັນກີລາຊ່ວງເຮືອປະເພນີ ແລະ ເຮືອກີລາ ປະຈໍາປີ 2022 ວ່າ: ມາດຕະຖານຂອງເຮືອປະເພນີທີ່ເຂົ້າຮ່ວມຈະຕ້ອງປະດັບປະດາຂ້າງລໍາຕົວເຮືອດ້ວຍລວດລາຍລາວ (ລາຍດອກກະຈັງ ລາຍວັນແລ່ນ ຫຼື ລາຍຍ້ອຍສ້ອຍສາ) ຫົວແຫງມ-ທ້າຍແຫງມ ສ່ວນນັກກີລາພາຍເຮືອ ຕ້ອງມີສຸຂະພາບຮ່າງກາຍແຂງແຮງດີ ລະບົບກ້າມເນື້ອ ແລະ ລະບົບການຫາຍໃຈດີ ສາມາດພາຍເຮືອ ແລະ ລອຍນໍ້າໄດ້ (ຖ້າລອຍນໍ້າບໍ່ໄດ້ ໃຫ້ໃສ່ເສື້ອຊູຊີບ) ນັກກີລາພາຍເຮືອຕ້ອງແມ່ນຄົນລາວ (ສັນຊາດລາວ) ທີ່ມີພູມລໍາເນົາຢູ່ ສປປ ລາວ ເທົ່ານັ້ນ ແລະ ຕ້ອງມີອາຍຸໃນລະຫວ່າງ 18-55 ປີ ເຮືອທຸກໆລໍາທີ່ກໍາມະການຮ້ອງຊື່ເຂົ້າປະກົບຄູ່ ຫຼື ຈັບຫຼໍປ່ອຍນັ້ນ ຖ້າໄດ້ຍິນຮຽກຊື່ເຮືອຕົນເອງແລ້ວ ຕ້ອງຮີບຮ້ອນກະກຽມໃຫ້ມີຄວາມວ່ອງໄວ ບໍ່ໃຫ້ຊັກຊ້າເກີນ 10 ນາທີ (ຖ້າເກີນຈະຖືກຕັດຟາວ) ແລະ ຕ້ອງໃຫ້ເຮືອມທັງສອງລໍາເຂົ້າຈັບຫຼໍພ້ອມກັນ ເພື່ອຟັງສັນຍານການປ່ອຍເຮືອຈາກຄະນະກໍາມະການເທົ່ານັ້ນ.

ງານບຸນອອກພັນສາປະວໍລະນາ ແລະ ແຂ່ງຂັນຊ່ວງເຮືອ ປະຈໍາປີ 2022 ຄັ້ງນີ້ ມີເຮືອເຂົ້າຮ່ວມທັງໝົດ 33 ລໍາ ໃນນັ້ນ ເຮືອປະເພນີຊາຍ (55 ສີພາຍ) ມີ 7 ລໍາ ເຮືອປະເພນີຍິງ (55 ສີພາຍ) ມີ 5 ລໍາ ແລະ ເຮືອກີລາ (12 ສີພາຍ) ມີ 21 ລໍາ ສ່ວນເຮືອກີລາ ຈະແຂ່ງຂັນໃນວັນທີ 10 ຕຸລາ 2022 ແລະ ເຮືອປະເພນີ 55 ສີພາຍ ຍິງ-ຊາຍ ຈະແຂ່ງຂັນໃນວັນທີ 11 ຕຸລາ 2022.

ຜ່ານການຈັບສະຫຼາກແບ່ງກຸ່ມ ປະເພດເຮືອ 55 ສີພາຍ ຊາຍ ແບ່ງອອກເປັນ 2 ກຸ່ມ ຄື:ກຸ່ມ ກ ມີນະຄອນຫຼວງ ອຸດສາຫະກຳເຫຼັກ (ຊຽງຄວນ) ບ້ານຫາດສວນ ຣີສອດປາກນໍ້າຄານ (ບໍລິສັດແສງເພັດ ເກັບກູ້ລະເບີດ) ແຊັມເກົ່າ ແລະ ເມືອງໄຊທານີ (ບ້ານຫາດກ້ຽງ) ກຸ່ມ ຂ ທິດາສາຍແວວ (ທະນາຄານພັດທະນາລາວ) ທິ ດາສ້ອຍຟ້າ (ບ້ານຫາຍໂສກ ເມືອງສີສັດຕະນາກ) ແລະ ສີຖານໃຕ້ (ພອນພຣະແກ້ວ) ສ່ວນປະເພດເຮືອ 55 ສີພາຍ ຍິງ ແບ່ງອອກເປັນ 2 ກຸ່ມ ຄື:ກຸ່ມ ກ ມີ ບ້ານຫາດສ້ຽວ (ທິດາສາຍແວວ) ບ້ານຫາດສວນ (ແຂວງວຽງຈັນ) ແລະ ເມືອງໄຊທານີ ກຸ່ມ ຂ ບໍສັດ ດວງຕາ ຫີນ-ຊາຍ (ຊຽງຄວນ) ແລະ ບ້ານທ່າພະ.
ສ່ວນເຮືອກີລາ ແບ່ງອອກເປັນ 4 ກຸ່ມ ຄື:
- ກຸ່ມ ກ ມີພະຍານະຄະລາດ ທິດາສາຍແວວ 1 ບີເຄຮອນດາ ບໍລິສັດອິນທະພອນ ມາລີໂອພາລວຍ ອົງສາຟາມ (ວັງວຽງ)
- ກຸ່ມ ຂ ມີເທບພະບຸດເຕົ່າທອງ (ບ້ານທ່າງ່ອນ) ເຈົ້າແມ່ອໍລະໄທ (ບ້ານນາທາມ) ນ້ອງໃໝ່ເທບພະນັນໄຊ (ເມືອງຫີນບູນ) ທິດາສາຍແວວ 2 ພອນສະຫວັນ 1
- ກຸ່ມ ຄ ມີພອນສະຫວັນ 2 ບ້ານຫາຍໂສກ ບໍລິສັດອາພິມາ ເທບແສນໄຊ ສູນຄົ້ນຄວ້າສາຍພັນເຂົ້າ-ບໍລິສັດເດດນະຄອນຂົນສົ່ງ
- ກຸ່ມ ງ ມີໂຕໂນພາລວຍ ບ້ານທ່າເດື່ອ ເພັດມີໄຊ 1 ເພັດມີໄຊ 2 ເຈົ້າແມ່ປະກາສິດ (ບ້ານໂຄກຊາຍ).
# ຂ່າວ – ພາບ : ສີພອນ