ການນຳ ກສສ ລົງຊຸກຍູ້ການນໍາໃຊ້ຫຼັກສູດຂັ້ນ ປ4 ສະບັບປັບປຸງໃໝ່

    ທ່ານນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ກສສ) ແລະ ທ່ານ ແດນ ເຮວເດິນ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາລາວ ຢ້ຽມຢາມໂຮງຮຽນປະຖົມສົມບູນນາໄຮ່ດຽວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໂດຍມີທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກີລາ ນວ ພ້ອມດ້ວຍຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງຈັນທະບູລີ ຄະນະອໍານວຍການ ແລະ ພະນັກງານຄູ-ອາຈານ ພາຍໃນໂຮງຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໃນການລົງຢ້ຽມຢາມຄັ້ງນີ້ ຕິດຕາມການສອນໃນຫ້ອງຮຽນຕົວຈິງທີ່ນໍາໃຊ້ຫຼັກສູດຂັ້ນ ປ4 ສະບັບປັບປຸງໃໝ່ກ່ຽວກັບປະສົບການໃນການສອນແບບໃໝ່ ທີ່ເນັ້ນການປະຕິບັດຕົວຈິງ ແລະ ການສອນທີ່ຖືເອົານັກຮຽນເປັນໃຈກາງ ພ້ອມມອບອຸປະກອນການຮຽນ-ການສອນ ຂັ້ນ ປ4 ໃຫ້ແກ່ຄູສອນອີກຈໍານວນໜຶ່ງ.

    ນັບແຕ່ປີ 2015 ເປັນຕົ້ນມາ ລັດຖະບານອົດສະຕຣາລີ ໄດ້ໃຫ້ການສະໜັບສະໜູນກະຊວງສຶກສາທິການ ແລະ ກີລາ ແຫ່ງ ສປປ ລາວ ໂດຍຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານ (ແຜນງານບີຄວາ) ໂດຍມີການພັດທະນາ ແລະ ການຈັດຕັ້ງປະຕິບັດຫຼັກສູດປະຖົມໃໝ່ໃນທົ່ວປະເທດ ພ້ອມການສະໜອງອຸປະກອນການຮຽນ-ການສອນແບບໃໝ່ ແລະ ແຜນການເຝິກອົບຮົມຄົບຊຸດສໍາລັບຄູ.

    ເລີ່ມແຕ່ປີ 2019 ເປັນຕົ້ນມາ ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ຂັ້ນ ປ1 ໄດ້ຖືກເລີ່ມຕົ້ນນໍາໃຊ້ໃນໂຮງຮຽນ ແລະ ສືບຕໍ່ແຕ່ລະຂັ້ນຮຽນແຕ່ລະປີ ຮອບວຽນປະຈໍາປີຂອງການພັດທະນາຫຼັກສູດ ການຜະລິດ ການແຈກຢາຍ ແລະ ການປະຖົມນິເທດຄູໃນທົ່ວປະເທດ ແມ່ນຍັງຄົງດໍາເນີນຕໍ່ໄປຢ່າງສໍາເລັດຜົນ ເຖິງວ່າຈະມີສິ່ງທ້າທາຍຈາກວິກິດການແຜ່ລະບາດຂອງພະຍາດໂຄວິດ-19 ກໍຕາມ ປຶ້ມແບບຮຽນຂັ້ນ ປ4 ຈໍານວນ 546.000 ຫົວ ເຊິ່ງປະກອບມີ 3 ວິຊາ ເຊັ່ນ: ວິຊາພາສາລາວ ວິຊາພາສາອັງກິດ ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ປຶ້ມຄູ່ມືຄູ 42.600 ຫົວ ແຜ່ນຮູບພາບຫຼາຍເຫດການ 28.400 ແຜ່ນ ແລະ ຊຸດອຸປະກອນການສອນສໍາລັບຄູ 14.300 ຊຸດ ຖືກແຈກຢາຍໃຫ້ແກ່ບັນດາໂຮງຮຽນປະຖົມ 7.671 ແຫ່ງ ໃນທົ່ວປະເທດໄດ້ທັນເວລາ ເພື່ອເລີ່ມນໍາໃຊ້ເມື່ອເປີດສົກຮຽນໃໝ່ໃນເດືອນກັນຍາ 2022  ບັນດາສື່ການຮຽນ-ການສອນໃໝ່ທັງໝົດ ໄດ້ຖືກອອກແບບຢ່າງລະອຽດ ເພື່ອສົ່ງເສີມການຮຽນຮູ້ໃນຮູບແບບການປະຕິບັດຕົວຈິງ ແລະ ຮັບປະກັນວ່າຫຼັກສູດມີຄວາມເໝາະສົມ ແທດເໝາະກັບເດັກນ້ອຍທຸກຄົນ ນອກຈາກນີ້ ທີມຄູເຝິກຫຼັກແຫຼ່ງ ແລະ ຄູເຝິກຂັ້ນແຂວງ ໄດ້ຈັດກອງປະຊຸມເຝິກອົບຮົມໃຫ້ແກ່ຄູຂັ້ນ ປ4 ການເຝິກອົບຮົມດັ່ງກ່າວ ແມ່ນເພື່ອໃຫ້ພວກເຂົາຮູ້ທັກສະທີ່ຈໍາເປັນໃນການສອນຫຼັກສູດໃໝ່ ບັນດາຄູ ຍັງໄດ້ຮັບການແນະນໍາກ່ຽວກັບການສອນຫ້ອງຄວບ ພ້ອມທັງຍຸດທະສາດໃນການສອນທີ່ມີຄວາມສະເໝີພາບທາງດ້ານບົດບາດ ຍິງ-ຊາຍ ແລະ ການສອນທີ່ເໝາະສົມສໍາລັບເດັກນ້ອຍທຸກຄົນ.

    ລັດຖະບານອົດສະຕຣາລີ ໄດ້ຂະຫຍາຍການສະໜັບສະໜູນໃຫ້ກະຊວງ ສສກ ຜ່ານແຜນງານບີຄວາ ໄລຍະທີ 2 ດ້ວຍມູນຄ່າ 28 ລ້ານໂດລາອົດສະຕຣາລີ ປະມານ 297,6 ຕື້ກີບ ເປັນໄລຍະເວລາ 4 ປີ (2022-2026) ຈຸດປະສົງຕົ້ນຕໍ ເພື່ອສໍາເລັດການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຄຸນນະພາບການສອນ ປັດຈຸບັນ ແມ່ນໄດ້ພັດທະນາຫຼັກສູດຂັ້ນ ປ5 ສະບັບປັບປຸງໃໝ່ ແລະ ຈະໄດ້ນໍາໃຊ້ເຂົ້າໃນການຮຽນ-ການສອນໃນທຸກໂຮງຮຽນປະຖົມສຶກສາໃນສົກຮຽນທີ່ຈະມາເຖິງນີ້ ຄຽງຄູ່ກັນນັ້ນ ການສຶກສາ ແລະ ການພັດທະນາວິຊາຊີບຄູ ກໍຈະໄດ້ຮັບການສະໜັບສະໜູນຫຼາຍຂຶ້ນ.

error: Content is protected !!