ວັນຄູແຫ່ງຊາດປີນີ້ ມສ ວຽງຈັນ ຈັດໃຫ້ມີຫຼາຍກິດຈະກຳຮ່ວມສະເຫຼີມສະຫຼອງ

    ເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 28 ປີ (07/10/1994-07/10/2022) ທີ່ໝູນວຽນ ມາຄົບຮອບອີກວາລະໜຶ່ງ ນັບແຕ່ຂັ້ນສູນກາງລົງເຖິງທ້ອງຖິ່ນ ຂອບເຂດທົ່ວປະເທດຕ່າງກໍໄດ້ຮ່ວມສະ ເຫຼີມສະຫຼອງກັນຢ່າງຄຶກຄື້ນ ເຕັມໄປດ້ວຍເນື້ອໃນຄວາມໝາຍອັນເລິກເຊິ່ງ ບົນພື້ນຖານແຈ້ງການຂອງກະ ຊວງສຶກສາທິການ ແລະ ກີລາ ດ້ວຍຮູບການທີ່ເນັ້ນທາງດ້ານເນື້ອໃນຜົນງານ ກະທັດຮັດ ປະຢັດມັດທະຍັດ ສອດຄ່ອງກັບສະພາບເງື່ອນໄຂຄວາມອາດສາມາດຂອງແຕ່ລະທ້ອງຖິ່ນ.

    ທ່ານ ທອງພັນ ອຸໄລທອງ ຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນວຽງຈັນ ໄດ້ກ່າວໃຫ້ຮູ້ວ່າ: ເພື່ອປະຕິບັດ ຕາມແຈ້ງການຂອງຂັ້ນເທິງ ພ້ອມທັງເປັນການປະກອບສ່ວນຮ່ວມສະເຫຼີມສະຫຼອງວັນທີ່ມີຄວາມໝາຍຄວາມ ສຳຄັນຄັ້ງນີ້ ທາງຄະນະຜູ້ບໍລິຫານ ອົງການຈັດຕັ້ງມະຫາຊົນ ພະນັກງານຄູ-ອາຈານພາຍໃນໂຮງຮຽນພວກເຮົາ ໄດ້ອອກແຮງສາມັກຄີກັນຈັດໃຫ້ມີຫຼາຍກິດຈະກຳຮ່ວມສະເຫຼີມສະຫຼອງວັນດັ່ງກ່າວ ນອກຈາກສຸມໃສ່ການແຂ່ງ ຂັນສິດສອນ ຄົ້ນຄວ້າຮ່ຳຮຽນແລ້ວ ຍັງໄດ້ພ້ອມກັນຈັດໃຫ້ມີການອອກແຮງງານເຮັດອະນາໄມລວມທົ່ວໂຮງຮຽນ ໃຫ້ຄວາມສະອາດງາມຕາ ຈັດໃຫ້ມີການແຂ່ງຂັນກີລາ ສ່ວນນັກຮຽນກໍມີການແຂ່ງຂັນສີລະປະວັນນະຄະດີ.

    ພິເສດ ກໍມີການສະຫຼຸບຕີລາຄາການແຂ່ງຂັນສອນດີ ຮຽນເກ່ງ ມອບໃບຍ້ອງຍໍຊົມເຊີຍໃຫ້ແກ່ນ້ອງນັກຮຽນ ທີ່ມີຜົນງານການຮຽນດີເດັ່ນ ແລະ ພະນັກງານຄູ-ອາຈານທີ່ມີຜົນງານການເຄື່ອນໄຫວວຽກງານໜ້າທີ່ວິຊາສະ ເພາະດີເດັ່ນ ພ້ອມທັງຮ່ວມກັບສະມາຄົມພໍ່ແມ່ນັກຮຽນ ພະນັກງານຄູ-ອາຈານ ແລະ ນັກຮຽນຈັດກິດຈະກຳສະ ເຫຼີມສະຫຼອງວັນຄູຂຶ້ນ ໂດຍເຊື້ອເຊີນເອົາການນຳຂັ້ນເທິງ ອຳນາດການປົກຄອງ ຄູອາວຸໂສບຳນານ ລວມທັງພາກ ສ່ວນຕ່າງໆສັງຄົມ ເຂົ້າຮ່ວມງານສະເຫຼີມສະຫຼອງວັນຄູ ໃນວັນທີ 5 ຕຸລາ 2022 ຜ່ານມາ ເຊິ່ງພາຍໃນງານ ນອກຈາກຈະມີການຜ່ານປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ ຍັງໄດ້ສະຫຼຸບຜົນງານການສິດສອນ-ຮ່ຳຮຽນ ຍ້ອງຍໍບຸກຕົນດີເດັ່ນ ມອບຂອງຂວັນແດ່ຄູອາວຸໂສ ພ້ອມກັບການຊົມສີລະປະວັນນະຄະດີຈາກນ້ອງ ນັກຮຽນໃນແຕ່ລະຊັ້ນຮຽນ ເພື່ອສະແດງຊົມເຊີຍອວຍພອນຄູ-ອາຈານ ແລະ ກິດຈະກຳອື່ນໆອີກຈຳນວນໜຶ່ງ ເຮັດໃຫ້ການສະເຫຼິມສະຫຼອງວັນຄູປີນີ້ ມີບັນຍາກາດຄຶກຄື້ນ ແລະ ເຕັມໄປດ້ວຍເນື້ອໃນຄວາມໝາຍອັນເລິກເຊິ່ງ.

error: Content is protected !!