ບໍລິສັດ ເພັດບັນດິດ ກໍ່ສ້າງ ສະໜັບສະໜູນອະນາໄມໜ້ານໍ້າ ອໍານວຍຄວາມສະດວກການແຂ່ງຂັນເຮືອຊ່ວງທີ່ທ່າວັດຈັນ

    ງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະຈໍາປີ 2022 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເປັນງານບຸນປະເພນີປະຈໍາຊາດ ທີ່ສືບທອດປະຕິບັດກັນມາໃນທຸກໆປີ ເຊິ່ງໃນປີຜ່ານມາງານບຸນດັ່ງກ່າວບໍ່ໄດ້ຈັດ ຍ້ອນການລະບາດພະຍາດໂຄວິດ-19 ສະນັ້ນ ໃນປີນີ້ ຈຶ່ງໄດ້ຈັດງານບຸນໃຫຍ່ ແລະ ມີຄວາມແຕກຕ່າງຈາກຜ່ານມາ ເປັນຕົ້ນ ການແຂ່ງຂັນເຮືອຊ່ວງ ປະກອບມີ 2 ປະເພດຄື: ເຮືອປະເພນີ 55 ສີພາຍ ມີໄລຍະຊ່ວງ 800 ແມັດ ແລະ ເຮືອກີລາ 12 ສີພາຍ ມີໄລຍະຊ່ວງ 500 ແມັດ ໂດຍກໍານົດເອົາທ່າວັດຈັນເປັນບ່ອນແຂ່ງຂັນພຽງຈຸດດຽວເທົ່ານັ້ນ ດັ່ງນັ້ນ ເພື່ອອໍານວຍຄວາມສະດວກໃນການແຂ່ງເຮືອ ແລະ ໃຫ້ຮັກສາໄດ້ຮີດຄອງປະເພນີທີ່ເຄີຍປະຕິບັດກັນມາ ການນໍານະຄອນຫຼວງວຽງຈັນ ແລະ ການນໍາເມືອງຈັນທະບູລີ ໄດ້ເຫັນດີເປັນເອກະພາບ ມອບໃຫ້ບໍລິສັດ ເພັດບັນດິດ ກໍ່ສ້າງ ຈໍາກັດ ສະໜັບສະໜູນອະນາໄມລວງຄອງແຄມຕາຝັ່ງໃຫ້ເປັນວັງ ແລະ ຈົກເອົາຫຍ້າອອກ ພ້ອມດ້ວຍສິ່ງເສດເຫຼືອຕ່າງໆ ແນໃສ່ໃຫ້ຈຸດແຂ່ງຂັນເຮືອຊ່ວງມີຄວາມສະອາດ ອໍານວຍສະດວກສະບາຍໃຫ້ແກ່ນັກກີລາ ແລະ ເຮັດໃຫ້ການແຂງຂັນເຮືອຊ່ວງມີບັນຍາກາດຄຶກຄື້ນມ່ວນຊື່ນ.

    ທ່ານນາງ ບົວວຽງ ເພັດທະລານຄໍາ ປະທານບໍລິສັດ ເພັດບັນດິດ ກໍ່ສ້າງ ຈໍາກັດ ໃຫ້ສໍາພາດວັນທີ 5 ຕຸລາ 2022 ວ່າ: ພາຍຫຼັງທີ່ບໍລິສັດໄດ້ຖືກມອບໝາຍຈາກຄະນະນໍານະຄອນຫຼວງວຽງຈັນ ແລະ ການນໍາເມືອງຈັນທະບູລີ ໃຫ້ມາຮັບຜິດຊອບງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ ປະຈໍາປີ 2022 ໂດຍສະເພາະ ການອະນາໄມໜ້ານໍ້າໃຫ້ໄດ້ມາດຕະຖານເຕັກນິກການຊ່ວງເຮືອ ບໍລິສັດໄດ້ປະຕິບັດຕາມຫຼັກວິຊາການກັນເຈື່ອນ ຕາມທິດຊີ້ນໍາຂອງຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງຈັນທະບູລີ ເຊິ່ງໄດ້ນໍາອຸປະກອນຄົບຊຸດລົງຈັດຕັ້ງປະຕິບັດຕົວຈິງແຕ່ວັນທີ 1 ຕຸລາ ເປັນຕົ້ນມາ ໃນນີ້ ໄດ້ອະນາໄມໜ້ານໍ້າແຕ່ຈຸດປ່ອຍເຮືອໄປຫາເສັ້ນໄຊ (ໜ້າຜາມກໍາມະການ) ມີຄວາມຍາວ 800 ແມັດ ພ້ອມນັ້ນ ໄດ້ເປີດລ່ອງນໍ້າແຕ່ຈຸດປ່ອຍເຮືອຂຶ້ນໄປເບື້ອງເທິງປະມານ 800 ແມັດ ແລະ ແຕ່ຜາມໄຊໄປຫາບ່ອນຂັງນໍ້າປະມານ 200 ແມັດ ລວມທັງໝົດເປັນ 1.800 ແມັດ ສ່ວນຄວາມກວ້າງບ່ອນຊ່ວງເຮືອປະມານ 60-80 ແມັດ ແລະ ຄວາມເລິກສະເລ່ຍປະມານ 2-4 ແມັດ ຄາດວ່າການຈັດຕັ້ງປະຕິບັດຈະໃຫ້ສໍາເລັດໃນວັນທີ 8 ກັນຍາ 2022 ຮັບປະກັນໃຫ້ສາມາດແຂ່ງຂັນເຮືອຊ່ວງໄດ້ 100%.

    ທ່ານນາງ ບົວວຽງ ເພັດທະລານຄໍາ ກ່າວຕື່ມອີກວ່າ:ການລົງປະຕິບັດຕົວຈິງ ໄດ້ຮັບການອໍານວຍຄວາມສະດວກຈາກອໍານາດການປົກຄອງເມືອງ ບ້ານ ແລະ ເຖົ້າແກ່ແນວໂຮມບ້ານ ແລະ ບໍລິສັດທີ່ສໍາປະທານເຂດບໍລິເວນດັ່ງກ່າວ ເປັນຕົ້ນ ບໍລິສັດຟູຈິວາຣະ ແລະ ບໍລິສັດ ດາວເຮືອງ ສະນັ້ນ ການຈັດງານບຸນດັ່ງກ່າວໃນປີຕໍ່ໄປ ຂໍສະເໜີຕໍ່ພາກສ່ວນກ່ຽວຂ້ອງ ກໍຄືນະຄອນຫຼວງວຽງຈັນ ແລະ ເມືອງຈັນທະບູລີ ໃຫ້ສໍາຫຼວດເບິ່ງພື້ນທີ່ຕົວຈິງ ແລະ ວິທີການ ຖ້າເປັນຄອງນໍ້າ ການອະນາໄມກໍເຮັດງ່າຍ ຈະບໍ່ໄດ້ໂປະ ແລະ ໃນນາມບໍລິສັດ ຮຽກຮ້ອງປະຊາຊົນທີ່ອາໄສຢູ່ແຄມນໍ້າຂອງ ໃຫ້ມີຄວາມເຂົ້າໃຈຕໍ່ພັກ ແລະ ລັດ ກໍຄືນະຄອນຫຼວງວຽງຈັນ ເມືອງ ຫ້າງຮ້ານ ຕະຫຼອດຮອດຜູ້ສໍາປະທານ ບໍ່ໃຫ້ເຂົ້າໃຈຜິດຕໍ່ການກະທໍາ ເພາະບໍ່ໄດ້ໄປແຕະຕ້ອງເຖິງກັນເຈື່ອນ ບໍ່ໄດ້ເຮັດເພື່ອທຸລະກິດ ມີແຕ່ອະນາໄມລ່ວງຄອງໃຫ້ການຊ່ວງເຮືອມີສະດວກສະບາຍເທົ່ານັ້ນ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!