ນໍ້າດື່ມ ໂລມາຄໍາ ຂະຫຍາຍສາຂາສູ່ນະຄອນຫຼວງວຽງຈັນ

     ປັດຈຸບັນ ຜະລິດຕະພັນນໍ້າດື່ມບໍລິສຸດໃນ ສປປ ລາວ ມີໜ້ອຍ ທີ່ໄດ້ຮັບຢັ້ງຢືນມາດຕະຖານຄວາມປອດໄພດ້ານອາຫານ ແລະ ເຄື່ອງດື່ມຈາກສາກົນ (ISO,GMP…) ເຊິ່ງກ່ອນຈະໄດ້ໂຄງສ້າງ ອາຄານໂຮງງານຕ້ອງໄດ້ມາດຕະຖານ ມີລະບົບຄວບຄຸມການຜະລິດ ການກວດກາຄຸນນະພາບດ້ວຍເຄື່ອງຈັກທີ່ທັນສະໄໝ ມີຄວາມສະອາດ ປອດໂປ່ງ ມີສະພາບແວດລ້ອມທີ່ດີ ຄ່າເຄມີຂອງນໍ້າ ຕ້ອງສະແດງອອກຢູ່ຂ້າງຕຸກຢ່າງຈະແຈ້ງຊັດເຈນຄົບຖ້ວນຕາມເງື່ອນໄຂອົງການສາກົນກຳນົດ.

    ອົງປະກອບ ແລະ ຄວາມເປັນມາຂອງຄໍາວ່າ ມາດຕະຖານສາກົນ ເຈົ້າຂອງໂຮງງານນໍ້າດື່ມຫຼາຍແຫ່ງຍັງບໍ່ຄ່ອຍໃຫ້ຄວາມສໍາຄັນ ລວມທັງຜູ້ບໍລິໂພກທັງຫຼາຍກໍບໍ່ຄ່ອຍສັງເກດ ແລະ ອ່ານສະຫຼາກທີ່ຜູ້ຜະລິດຕິດມາກັບກວດນໍ້າດື່ມ ວ່າມີຂໍ້ມູນອັນໃດແດ່ ທີ່ຜູ້ບໍລິໂພກຄວນຮູ້ກ່ອນເລືອກດື່ມນໍ້າທີ່ວາງຂາຍຕາມຫ້າງຮ້ານທົ່ວໄປ ສໍາຄັນຕ້ອງຮູ້ວ່າ ນໍ້າດື່ມເຈົ້າໃດແດ່ ໄດ້ຮັບຢັ້ງຢືນຄຸນນະພາບຈາກອົງການສາກົນໃດໜຶ່ງ (ເພາະບາງເຈົ້າບໍ່ສະແດງອອກ) ມີແຕ່ຍົກເອົາຄໍາວ່າໄດ້ມາດຕະຖານສາກົນມາໂຄສະນາເປັນຈຸດຂາຍ ແລະ ມີໜ້ອຍແຫ່ງ ທີ່ຍົກເອົາຄໍາວ່າໄດ້ມາດຕະຖານກາໝາຍແຫ່ງຊາດລາວມາເປັນຈຸດເດັ່ນ.

    ນໍ້າດື່ມທີ່ໄດ້ມາດຕະຖານຄົບຖ້ວນ ທັງພາຍໃນ ແລະ ສາກົນ ຕາມນິຍາມຂ້າງເທິງນັ້ນ ເຫັນແຕ່ນໍ້າດື່ມໂລມາຄໍາ ທີ່ຜະລິດໂດຍໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄຳ ຕັ້ງຢູ່ບ້ານລັດຕະນະລັງສີໃຕ້ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ເຊິ່ງເປັນນໍ້າດື່ມຂອງຄົນລາວ ທີ່ຄົນລາວເປັນເຈົ້າຂອງ 100% ເນື່ອງຈາກຜູ້ຂຽນໄດ້ມີໂອກາດໄປຢ້ຽມຢາມໂຮງງານ ເຫັນສະພາບແວດລ້ອມອ້ອມຮອບ ເຫັນຂະບວນການຜະລິດນໍ້າທຸກຂັ້ນຕອນ ທີ່ຄວບຄຸມດ້ວຍເຄື່ອງຈັກທັນສະໄໝຕາມລະບົບຄຸນນະພາບ ມາດຕະຖານຄວາມປອດໄພ ດ້ານອາຫານ ແລະ ເຄື່ອງດື່ມ ຈາກສາກົນ ຫຼື (ISO 22000) ແຕ່ປີ 2015 ສົມກັບຜູ້ບໍລິໂພກຈໍານວນຫຼາຍຫັນມາໃຫ້ຄວາມສົນໃຈ.

    ພາຍຫຼັງໄດ້ເປີດສາຂາຈໍາໜ່າຍຢູ່ຫຼາຍແຂວງ ແລະ ມີຕົວແທນຈໍາໜ່າຍຢູ່ເກືອບທົ່ວປະເທດໃນຫຼາຍປີຜ່ານມາ ພິເສດ ໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄຳ ໄດ້ເປີດສາຂາຈໍາໜ່າຍຂາຍສົ່ງ-ຍ່ອຍ ຢູ່ບ້ານຄໍາສະຫວາດ (ຕິດກັບບ້ານນ້ອຍຊຽງດາ) ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ວັນທີ 19 ກັນຍາ 2022 ເຊິ່ງນໍ້າດື່ມໂລມາຄຳ ມີຈຸດພິເສດ ແລະ ແຕກຕ່າງກັບເຈົ້າອື່ນຄື: ໄດ້ຮັບຢັ້ງຢືນຈາກສາກົນ ລາຄາບໍ່ແພງ ທຸກຄົນສາມາດຊົມໃຊ້ໄດ້ ເປັນທາງເລືອກໜຶ່ງໃນສະພາບການສິນຄ້າແພງ ສົນໃຈສັ່ງຊື້ ຫຼື ເປັນຕົວແທນຈໍາໜ່າຍ ຫຼາຍເມືອງໃນນະຄອນຫຼວງວຽງຈັນຍັງບໍ່ມີ ສອບຖາມໄດ້ທີ່ເບີ 0304757546-0309492136 ບໍລິການສົ່ງເຖິງເຮືອນບໍ່ມີວັນພັກ “ລາວຊ່ວຍລາວ ກິນຂອງລາວ ຊົມໃຊ້ສິນຄ້າລາວ ພາຊາດລາວກ້າວຈະເລີນ”.

# ຂ່າວ – ພາບ : ຂັນທະວີ

error: Content is protected !!