ໄຟຟ້າ ຫົງສາ ມອບທຶນການສຶກສາ 40 ທຶນ ໃຫ້ 3 ເມືອງ

    ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໃຫ້ການສະໜັບສະໜຸນທຶນການສຶກສາໃຫ້ກັບນັກຮຽນລະດັບຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຕອນປາຍ ເມືອງຫົງສາ ເມືອງເງິນ ແລະ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ສປປ ລາວ.

    ເລີ່ມຕັ້ງແຕ່ປີ 2011 ເປັນຕົ້ນມາ ຈົນເຖິງປັດຈຸບັນ ພາຍໃຕ້ການດໍາເນີນງານຂອງພະແນກປະຊາສໍາພັນ ຝ່າຍສື່ສານອົງກອນ ໂດຍໄດ້ມີການຈັດຕັ້ງຄະນະກໍາມະການເປັນຜູ້ພິຈາລະນາການໃຫ້ທຶນສຶກສາຢ່າງເປັນທາງການ ໂດຍນັກຮຽນທີ່ໄດ້ຮັບທຶນການສຶກສາ ຈະຕ້ອງເປັນນັກຮຽນທີ່ຜ່ານເກນການຄັດເລືອກຂອງຄະນະກໍາມະການ ແລະ ຕ້ອງເປັນນັກຮຽນທີ່ໄດ້ຮັບການຮັບຮອງຈາກໂຮງຮຽນ ວ່າເປັນນັກຮຽນທີ່ມີຜົນການຮຽນດີ ມີຄວາມປະພຶດດີ ແລະ ສາມາດເປັນແບບຢ່າງໃຫ້ກັບໂຮງຮຽນໄດ້.

    ການມອບທຶນການສຶກສາຂອງບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ເພື່ອມອບໂອກສດໃຫ້ກັບນັກຮຽນພາຍໃນ ເມືອງຫົງສາ ເມືອງເງິນ ແລະ ເມືອງຊຽງຮ່ອນ ໄດ້ສຶກສາຮຽນຕໍ່ຈົນຈົບລະດັບຊັ້ນມັດທະຍົມສຶກສາຕອນປາຍ ສາມາດແບ່ງເບົາພາລະລາຍຈ່າຍຂອງຄອບຄົວ ແລະ ເກີດເປັນຄວາມພາກພູມໃຈຂອງຕົນເອງ ທີ່ໄດ້ຮັບໂອກາດທາງການສຶກສຶກຈາກບໍລິສັດ  ທີ່ຈະນໍາພາຄວາມສໍາເລັດ ແລະ ໂອກາດທາງສາຍງານອາຊີບໃນອະນາຄົດຕໍ່ໄປ.

    ໃນປີ 2022 ຝ່າຍສື່ສານອົງກອນ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຮ່ວມກັບໂຮງຮຽນມັດທະຍົມສຶກສາ ເມືອງຫົງສາ ເມືອງເງິນ ແລະ ເມືອງຊຽງຮ່ອນ ຈັດພິທີມອບທຶນການສຶກສາປະຈໍາປີ 2022 ໃນລະຫວ່າງວັນທີ 23 ກັນຍາ 2022 ແລະ ວັນທີ 4-5 ຕຸລາ 2022 ໂດຍການມອບທຶນໃຫ້ກັບນັກຮຽນຂອງທັງ 3 ເມືອງ ດັັ່ງທີ່ກ່າວມາ    ນັ້ນ ລວມທັງໝົດ 40 ທຶນ ເປັນເງິນມູນຄ່າ 120.000.000 ກີບ.

     ວັນທີ 23 ກັນຍາ 2022 ໄດ້ຈັດພິທີມອບທຶນການສຶກສາຂຶ້ນທີ່ເມືອງຊຽງຮ່ອນ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ເຂົ້າມອບທຶນການສຶກສາໃຫ້ກັບໂຮງຮຽນມັດທະຍົມສຶກສາສົມບູນມົກສະຕຸ 2 ທຶນ ເປັນເງິນ 6.000.000 ກີບ ມີທ່ານ ກົງທອງ ສິດທິໄຊ ເຈົ້າເມືອງຊຽງຮ່ອນ ເປັນຜູ້ຮັບ

    ວັນທີ 4 ຕຸລາ 2022 ມອບທຶນການສຶກສາ ທີ່ຫ້ອງການສຶກສາທິການ ແລະ ກິລາ ເມືອງຫົງສາ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ເຂົ້າມອບທຶນການສຶກສາ 6 ໂຮງຮຽນ ເຊັ່ນ: ໂຮງຮຽນມັດທະຍົມສຶກສາສົມບູນຫົງສາ ໂຮງຮຽນມັດທະຍົມສຶກສາສົມບູນບ້ານຫານ ໂຮງຮຽນມັດທະຍົມສຶກສາສົມບູນນາປຸ່ງ ໂຮງຮຽນມັດທະຍົມສຶກສາສົມບູນໂຄກແອກ ໂຮງຮຽນມັດທະຍົມສຶກສາສົມບູນພູແລ້ງ ແລະ ໂຮງຮຽນມັດທະຍົມສຶກສາສົມບູນຕອນຕົ້ນແທ່ນຄໍາ 30 ທຶນ ແບ່ງອອກເປັນທຶນລະ 3.000.000 ກີບ ລວມເປັນເງິນທັງໝົດ 90.000.000 ກີບ ມີທ່ານ ພົມມາ ພົມມະຫານ ຮອງເຈົ້າເມືອງຫົງສາ ເປັນຜູ້ຮັບ.

    ວັນທີ 5 ຕຸລາ 2022 ມອບທຶນການສຶກ ທີ່ຫ້ອງການສຶກສາທິການ ແລະ ກິລາ ເມືອງເງິນ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ເຂົ້າມອບທຶນການສຶກສາ 5 ໂຮງຮຽນ ເຊັ່ນ: ໂຮງຮຽນມັດທະຍົມສຶກສາສົມບູນເມືອງເງິນ ໂຮງຮຽນມັດທະຍົມສຶກສາສົມບູນບ້ານທອງ ໂຮງຮຽນມັດທະຍົມສຶກສາຕອນຕົ້ນປາງບົງ ແລະ ໂຮງຮຽນມັດທະຍົມສຶກສາຕອນຕົ້ນດອກເຜິ້ງ 8 ທຶນ ເປັນເງິນ ມູນຄ່າ 24.000.000 ກີບ ມີທ່ານ ດຣ. ບຸນເລື່ອນ ບົວໄລ ຮອງເຈົ້າເມືອງ ເມືອງເງິນ ເປັນຜູ້ຮັບ.

# ວຽງມາ

error: Content is protected !!