ການລະບາດພະຍາດໄຂ້ຍຸງລາຍຢູ່ເມືອງໄຊທານີ ເລີ່ມມີທ່າອ່ຽງຫຼຸດລົງ

    ນັບແຕ່ຕົ້ນປີ 2022 ເປັນຕົ້ນມາ ເລີ່ມມີລາຍງານການລະບາດຂອງພະຍາດໄຂ້ຍຸງລາຍ ແລະ ລະບາດແຮງຂຶ້ນເລື້ອຍໆໃນຂອບເຂດທົ່ວປະເທດ ໃນນີ້ ນະຄອນຫຼວງວຽງຈັນ (ນວ) ເປັນເຂດທີ່ມີຜູ້ຕິດເຊື້ອຈຳນວນຫຼາຍ ດັ່ງນັ້ນ ອົງການປົກຄອງທຸກຂັ້ນ ຈຶ່ງໄດ້ຖືເອົາວຽກງານການສະກັດກັ້ນ ແລະ ຕ້ານພະຍາດດັ່ງກ່າວເປັນສຳຄັນ ແລະ ເປັນບຸລິມະສິດ ຈັດສັນເວລາສ້າງຂະບວນການອະນາໄມ ທໍາລາຍແຫຼ່ງເພາະພັນຍຸງລາຍທຸກໆອາທິດໃນສະຖານທີ່ເຮັດວຽກ ພັກອາໄສ ເມື່ອມີຄົນເປັນໄຂ້ ແມ່ນໃຫ້ໄປກວດ ແລະ ປິ່ນປົວຢູ່ໂຮງໝໍຂອງລັດ ຫ້າມບໍ່ໃຫ້ໄປກວດຕາມຄລີນິກ ຫຼື ຊື້ຢາມາກິນເອງ ແລະ ປິ່ນປົວຕົນເອງຢູ່ເຮືອນ ເພາະອາດຈະພາໃຫ້ມີອາການສົນ ແລະ ເປັນສາເຫດໃຫ້ເສຍຊີວິດໄດ້ ໃນນີ້ ເມືອງໄຊທານີ ນວ ກໍໄດ້ສຸມໃສ່ວຽກງານດັ່ງກ່າວເຊັ່ນດຽວກັນ.

     ທ່ານນາງ ສຸດາວອນ ອິນທິຈັກ ວິຊາການ ຜູ້ຮັບຜິດຊອບວຽກງານໄຂ້ ຫ້ອງການສາທາເມືອງໄຊທານີ ໃຫ້ສຳພາດວັນທີ 5 ຕຸລາ 2022 ໃຫ້ຮູ້ວ່າ  ພະຍາດໄຂ້ຍຸງລາຍ ກໍຄືພະຍາດໄຂ້ເລືອດອອກ ເປັນພະຍາດຕິດຕໍ່ໂດຍຍຸງ ເປັນພາຫະນະນຳເຊື້ອສູ່ຄົນ ໂດຍມັກລະບາດຢູ່ບັນເຂດທີ່ມີຊຸມຊົນໜາແໜ້ນ ແລ້ວຂະຫຍາຍອອກສູ່ເຂດຕ່າງໆ ນັບແຕ່ຕົ້ນປີມາຮອດປັດຈຸບັນ ທົ່ວເມືອງມີຜູ້ຕິດເຊື້ອໄຂ້ຍຸງລາຍ 3.635 ກໍລະນີ ເສຍຊີວິດ 1 ກໍລະນີ ໃນ 104 ບ້ານ ຕໍ່ກັບສະພາບການດັ່ງກ່າວ ຫ້ອງການສາທາລະນສຸກ ຮ່ວມກັບສຸກສາລາ 11 ເຂດ ທີມງານຫ້ອງການສາລະນະສຸກເມືອງ 3 ທີມ ອາສາສະໝັກຂັ້ນບ້ານ (ອສບ) 524 ຄົນ ບັນດາພາກສ່ວນກ່ຽວຂ້ອງ ໄດ້ປຸກລະດົມຂະບວນການຕ້ານພະຍາດໄຂ້ຍຸງລາຍດ້ວຍຄວາມເອົາໃຈໃສ່ ເຊິ່ງໄດ້ໂຄສະນາຜ່ານໂທລະໂຄ່ງບ້ານສ້າງຂະບວນການທໍາລາຍແຫຼ່ງເພາະພັນຍຸງລາຍ ປະຕິບັດຫຼັກການ 5 ປໍໃຫ້ບັນດາບ້ານຕ່າງໆ.

    ດ້ວຍຄວາມເອົາໃຈໃສ່ ແລະ ເປັນເຈົ້າການຂອງທຸກພາກສ່ວນ ມາຮອດປັດຈຸບັນ ຈໍານວນຄົນເຈັບທີ່ເປັນໄຂ້ຍຸງແມ່ນຫຼຸດລົງ ຖ້າທຽບໃສ່ໄລຍະເດືອນກໍລະກົດ ຫາ ເດືອນສິງຫາ ເຖິງແມ່ນຈຳນວນຜູ້ຕິດເຊື້ອຈະຫຼຸດລົງແລ້ວກໍຕາມ ຮຽກໃຫ້ທຸກພາກສ່ວນທົ່ວສັງຄົມ ເພີ່ມຄວາມເປັນເຈົ້າການປ້ອງກັນພະຍາດໄຂ້ຍຸງລາຍດ້ວຍການປະຕິບັດ 5 ປໍ ຢ່າງເຂັ້ມງວດ ເພື່ອບໍ່ໃຫ້ເກີດການລະບາດໜັກໃນຮອບໃໝ່ ເປັນເຈົ້າການໃນການຊີ້ນຳ-ນຳພາ ແລະ ໃຫ້ການຮ່ວມມືໃນການສະກັດກັ້ນ ແລະ ຕ້ານພະຍາດໄຂ້ຍຸງລາຍ ໂດຍການນໍາໃຊ້ມາດຕະການທີ່ສຳຄັນຫັນເອົາການມີສ່ວນຮ່ວມ ແລະ ເປັນເຈົ້າການຂອງບຸກຄົນ ຄອບຄົວ ໃນການປະຕິບັດຫຼັກການ 5 ປ ປະຊາຊົນຕ້ອງມີສ່ວນຮ່ວມ ແລະ ອຳນວຍຄວາມສະດວກໃຫ້ແກ່ທີມງານຈັດຕັ້ງປະຕິບັດ ໂດຍສະເພາະ ອສບ ທີ່ເປັນຜູ້ຕິດຕາມຢ່າງໃກ້ຊິດ ໃນການທຳລາຍແຫຼ່ງເພາະພັນຍຸງລາຍຢູ່ໃນຂັ້ນບ້ານ.

 # ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!