ປະກາດແຕ່ງຕັ້ງຫົວໜ້າກົມຈັດຕັ້ງ-ພະນັກງານ ແລະ ຫົວໜ້າສູນພັດທະນາວຽກງານຈັດຕັ້ງ

    ໃນເດືອນກັນຍາ 2022 ຜ່ານມາ ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ປັບປຸງກົງຈັກການຈັດຕັ້ງ ຍຸບກົມປ້ອງກັນພັກ-ພະນັກງານ ເປັນພະແນກໜຶ່ງຂຶ້ນກັບກົມກໍ່ສ້າງພັກ ຂອງຄະນະຈັດຕັ້ງສູນກາງພັກ ຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 175/ຄລສພ ລົງວັນທີ 26/8/2022 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງຄະນະຈັດຕັ້ງສູນກາງພັກ ແລະ ສ້າງຕັ້ງສູນພັດທະນາວຽກງານຈັດຕັ້ງ ທີ່ມີຖານະທຽບເທົ່າກົມ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ ຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 174/ຄລສພ ລົງວັນທີ 26/8/2022 ວ່າດ້ວຍການອະນຸມັດສ້າງຕັ້ງສູນພັດທະນາວຽກງານຈັດຕັ້ງ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ ເມື່ອມີການປັບປຸງກົງຈັກການຈັດຕັ້ງ ຈຶ່ງໄດ້ມີການແຕ່ງຕັ້ງ-ສັບຊ້ອນພະນັກງານພາຍໃນຈຳນວນໜຶ່ງ ໃນນັ້ນ ໄດ້ແຕ່ງຕັ້ງ-ສັບຊ້ອນພະນັກງານໄປຮັບໜ້າທີ່ໃໝ່ພາຍໃນ ຄຈສພ 24 ສະຫາຍ ຍິງ 11 ສະຫາຍ ເລື່ອນຕຳແໜ່ງ-ແຕ່ງຕັ້ງວິຊາການຂຶ້ນເປັນຮອງຫົວໜ້າພະແນກ 11 ສະຫາຍ ຍິງ 3 ສະຫາຍ ຮອງຫົວໜ້າພະແນກຂຶ້ນເປັນວ່າການແທນຫົວໜ້າພະແນກ 1 ສະຫາຍ ແລະ ເປັນຫົວໜ້າພະແນກ 3 ສະຫາຍ ຍິງ 1 ສະຫາຍ ຫົວໜ້າພະແນກຂຶ້ນເປັນຮອງຫົວໜ້າກົມ 3 ສະຫາຍ ຍິງ 1 ສະຫາຍ.

    ສືບເນື່ອງຈາກການປັບປຸງຄືດັ່ງກ່າວ ໃນວັນທີ 3 ຕຸລາ 2022 ຄຈສພ ໄດ້ຈັດພິທີປະກາດແຕ່ງຕັ້ງຫົວໜ້າກົມຈັດຕັ້ງ-ພະນັກງານ ແລະ ຫົວໜ້າສູນພັດທະນາວຽກງານຈັດຕັ້ງ ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າ ຄຈສພ ມີຄະນະພັກ ຄຈສພ ຄະນະກົມ ແລະ ຄະນະພະແນກພາຍໃນສຳນັກງານ ຄຈສພ ເຂົ້າຮ່ວມ.

    ໃນພິທີດັ່ງກ່າວ ສະຫາຍ ດອນ ໄພວົງ ຄະນະພັກ ຫົວໜ້າກົມຄຸ້ມຄອງພະນັກງານ ຄຈສພ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 198/ຄລສພ ລົງວັນທີ 23/9/2022 ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະຈັດຕັ້ງສູນກາງພັກ ແລະ ມະຕິຕົກລົງ ສະບັບເລກທີ 199/ຄລສພ ລົງວັນທີ 23/9/2022 ວ່າດ້ວຍການແຕ່ງຕັ້ງຫົວໜ້າສູນພັດທະນາວຽກງານຈັດຕັ້ງ ຄະນະຈັດຕັ້ງສູນກາງພັກ ດັ່ງນີ້:

  • ແຕ່ງຕັ້ງ ສະຫາຍ ວຽນທອງ ສິງຄຳພັນ (ອະດີດຫົວໜ້າກົມປ້ອງກັນພັກ-ພະນັກງານ) ເປັນຫົວໜ້າກົມ ຈັດຕັ້ງ-ພະນັກງານ
  • ແຕ່ງຕັ້ງ ສະຫາຍ ນາງ ວິໄລວັນ ເພັງສະຫວັດ (ອະດີດຫົວໜ້າກົມຈັດຕັ້ງ-ພະນັກງານ) ເປັນຫົວໜ້າສູນພັດທະນາວຽກງານຈັດຕັ້ງ.
error: Content is protected !!