ຫຼາຍບໍລິສັດ ໄດ້ຮັບລາງວັນການເປີດເຜີຍຂໍ້ມູນປະຈຳປີ 2019

   ພິທີມອບ-ຮັບລາງວັນການເປີດເຜີຍຂໍ້ມູນປະຈຳປີ 2019 ຂອງບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ (ຕລຊລ) ຈັດຂຶ້ນວັນທີ 12 ມິຖຸນາ 2020 ທີ ຕລຊລ ມີທ່ານນາງ ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ທ່ານ ອ໊ອດ ພົນຊຽງດີ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ ມີທ່ານ Eui Cheon Hwang ຮອງຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ ພ້ອມດ້ວຍບັນດາຜູ້ອຳນວຍການ ແລະ ຜູ້ຕາງໜ້າຂອງບໍລິສັດຈົດທະບຽນໃນ ຕະຫຼາດຫຼັກຊັບລາວ ບໍລິສັດຫຼັກຊັບ ແລະ ບໍລິສັດກວດສອບບັນຊີເຂົ້າຮ່ວມ. 

    ໃນພິທີທ່ານ ອ໊ອດ ພົນຊຽງດີ ກ່າວວ່າ ຈຸດປະສົງໃນການຈັດພິທີຄັ້ງນີ້ ເພື່ອເປັນການສະຫຼຸບຕີລາຄາຜົນງານການເປີດເຜີຍຂໍ້ມູນຂອງບັນດາບໍລິສັດຈົດທະບຽນໃນ ຕລຊລ ຕະຫຼອດໄລຍະປີ 2019 ພ້ອມທັງເປັນການສົ່ງເສີມວຽກງານຕະຫຼາດທຶນ ກໍຄືພັນທະຂອງບໍລິສັດຈົດທະບຽນ ທີ່ຕ້ອງໄດ້ປະຕິບັດການເປີດເຜີຍຂໍ້ມູນໃຫ້ບັນດາຜູ້ລົງທຶນ ແລະ ມວນຊົນຮັບຊາບເປັນປະຈຳ ແລະ ຍັງເປັນການກະຕຸກຊຸກຍູ້ໃຫ້ບັນດາບໍລິສັດຈົດທະບຽນປະຕິບັດການລາຍງານ ແລະ ເປີດເຜີຍຂໍ້ມູນໃຫ້ສືບຕໍ່ເປັນປົກກະຕິຕໍ່ເນື່ອງ ວຽກງານເປີດເຜີຍຂໍ້ມູນໃນ ຕລຊລ ຖືເປັນວຽກງານຫົວໃຈຫຼັກໜຶ່ງຂອງ ຕລຊລ ເພາະຂໍ້ມູນຂ່າວສານທີ່ປິ່ນອ້ອມ ແລະ ຕິດພັນກັບການເຄື່ອນໄຫວຂອງບໍລິສັດຈົດທະບຽນໃນ ຕລຊລ ບໍ່ວ່າຈະເປັນຂໍ້ມູນທີ່ມີມູນຄວາມຈິງ ຫຼື ຂ່າວລື ທີ່ເປັນຂໍ້ມູນດ້ານຕັ້ງໜ້າ ຫຼືດ້ານຫຍໍ້ທໍ້ ກໍລ້ວນແລ້ວແຕ່ມີຜົນຕໍ່ການຕັດສິນໃຈຂອງຜູ້ລົງທຶນ ທີ່ຈະສະທ້ອນໃຫ້ເຫັນໂດຍຜ່ານການຊື້-ຂາຍ ແລະ ເປັນປັດໄຈກະທົບຕໍ່ລາຄາຕະຫຼາດໃນແຕ່ລະວັນ ໂດຍອີງຕາມອຸປະສົງ ອຸປະທານຂອງຜູ້ລົງທຶນໃນແຕ່ລະໄລຍະ. 

    ບໍລິສັດທີ່ໄດ້ຮັບລາງວັນການເປີດເຜີຍຂໍ້ມູນດີເດັ່ນປະເພດ 1 ມີທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ ລາວເວີນ ມະຫາຊົນ ສຸວັນນີໂຮມເຊັນເຕີ ມະຫາຊົນ ແລະ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ລາງວັນດີເດັ່ນປະເພດ 2 ມີຄື ປີໂຕຣລຽມເທຣດດິ້ງລາວ ມະຫາຊົນ ຊີມັງລາວ ມະຫາຊົນ ແລະ ບໍລິສັດອາໂກຣເທັກ ມະຫາຊົນ ລາງວັນຊົມເຊີຍມີ ບໍລິສັດພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ ວຽງຈັນເຊັນເຕີລາວ ມະຫາຊົນ ແລະ ບໍລິສັດອາຊຽນເຊົ່າສິນເຊື່ອ ມະຫາຊົນ ລາງວັນຍ້ອງຍໍການເປີດເຜີຍຂໍ້ມູນແບບສະໝັກໃຈດີເດັ່ນແມ່ນ ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ ບັນດາບໍລິສັດເຫຼົ່ານີ້ ລ້ວນແຕ່ຜ່ານມາດຖານເງື່ອນໄຂຢ່າງຄົບຖ້ວນທີ່ຕະຫຼາດຫຼັກຊັບລາວວາງອອກ.

.

# ຂ່າວ & ພາບ: ອົ່ນ ໄຟສົນທອງ

error: Content is protected !!