ກະຊວງແຜນການ ແລະ ການລົງທຶນ ປາຖະກະຖາວັນສຳຄັນຂອງຊາດ

    ວັນທີ 4 ຕຸລາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດປາຖະກະຖາ ຫົວຂໍ້ “ການພົວພັນຮ່ວມມື ລາວ-ຫວຽດນາມ ໃນປີສາມັກຄີມິດຕະພາບ 2022 ແລະ ບາງສະພາບພົ້ນເດັ່ນຂອງສາກົນ ແລະ ພາກພື້ນ” ໂດຍເປັນປະທານ ແລະ ປາຖະກະຖາຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ອະດິດຮອງນາຍົກລັດຖະມົນຕີ ມີທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງ ຜທ ພ້ອມຫົວໜ້າສູນສະຖິຕິແຫ່ງຊາດ ຮອງປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ ຮອງປະທານຄະນະກຳມາທິການຮ່ວມມືລາວ-ຈີນ ຫົວໜ້າຫ້ອງການ ຫົວໜ້າກົມ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມຮັບຟັງ.

     ທ່ານ ສົມສະຫວາດ ເລັ່ງສະຫວັດ ກ່າວວ່າ: ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ກໍຄືສອງວັນສຳຄັນປະຫວັດສາດດັ່ງກ່າວ ເພື່ອເປັນການຈາລຶກຄຸນງາມຄວາມດີຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍ-ນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລ້ຳຄ່າໃນໄລຍະການຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ສປປ ລາວ ທັງເປັນການປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການທ້ອນໂຮມປະເທດຫວຽດນາມໃຫ້ເປັນອັນໜຶ່ງອັນດຽວໃນເມື່ອກ່ອນ ແລະ ການປົກປັກຮັກສາ ສ້າງສາພັດທະນາປະເທດ ສສ.ຫວຽດນາມ ໃນປັດຈຸບັນ ພ້ອມກັນນັ້ນ ຍັງໄດ້ຊີ້ໃຫ້ເຫັນຄວາມໝາຍສຳຄັນຂອງສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ນັບແຕ່ສ້າງຕັ້ງພັກກອມມູນິດອິນດູຈີນ ໃນປີ 1930 ໂດຍແມ່ນປະທານ ໂຮ່ຈິມິນ ເປັນຜູ້ກໍ່ຕັ້ງຂຶ້ນ ຄວາມເປັນສະຫາຍອ້າຍນ້ອງລະຫວ່າງສອງຊາດມີຄວາມເລິກເຊິ່ງຂຶ້ນ ໃນໄລຍະກວ່າເຄິ່ງສະຕະວັດທີ່ຜ່ານມາ ສອງຊາດລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຢ່າງພິລະອາດຫານ ຜ່ານຜ່າທຸກອຸປະສັກທຸລະກັນດານ ທີ່ເຕັມໄປດ້ວຍຄວາມເສຍສະຫຼະ ແລະ ດ້ວຍຄຳສອນອະມະຕະຂອງປະທານ ໂຮ່ຈິມິນ ວ່າ “ການຊ່ວຍເຫຼືອເພື່ອນ ປຽບເໝືອນການຊ່ວຍເຫຼືອຕົນເອງ” ສາຍພົວພັນ ແລະ ການຮ່ວມມື ລາວ-ຫວຽດນາມ ແມ່ນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສ ແລະ ເປັນປັດໄຈຕັດສິນໄຊຊະນະຂອງການປະຕິວັດທັງສອງປະເທດ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດລະຫວ່າງ ລາວ-ຫວຽດນາມ ຫວຽດນາມ-ລາວ ເປັນພາລະກິດລວມຂອງທັງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ພາລະກິດດັ່ງກ່າວ ຈະຕ້ອງໄດ້ປົກປັກຮັກສາ ເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມຍິ່ງໆຂຶ້ນ ທັງນີ້ ກໍເພື່ອຜົນປະໂຫຍດລວມໃນຕໍ່ໜ້າ ແລະ ຍາວນານຂອງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ບົນພຶ້ນຖານຮັດແໜ້ນສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ.

error: Content is protected !!