ບໍລິສັດ ໄຟຟ້າຫົງສາ ຈຳກັດ ມອບທຶນການສຶກສາໃຫ້ນັກຮຽນດີ-ຮຽນເກ່ງ

    ວັນທີ 4 ຕຸລາ 2022 ບໍລິສັດ ໄຟຟ້າຫົງສາ ຈຳກັດ ໄດ້ຈັດພິທີມອບທຶນການສຶກສາໃຫ້ແກ່ນັກຮຽນດີ-ຮຽນເກ່ງ ເມືອງຫົງສາ ແຂວງໄຊຍະບູລີ ຢູ່ທີ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະ ກີລາເມືອງ ໂດຍເປັນປະທານຮ່ວມຂອງທ່ານ ພົມມາ ພົມມະຫານ ຮອງເຈົ້າເມືອງຫົງສາ ຜູ້ຊີ້ນຳວຽກວັດທະນະທຳ-ສັງຄົມ ແລະ ທ່ານ ຄະທາຢຸດ ຊູພູນ ອຳນວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈຳກັດ ມີຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ ຄະນະກຳມະການ ຄະນະອຳນວຍການໂຮງຮຽນ ຄູ-ອາຈານ ແລະ ນັກຮຽນເກ່ງ ຈາກໂຮງຮຽນ 6 ແຫ່ງເຂົ້າຮ່ວມ.

    ໂອກາດນີ້ ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການນຳໃຊ້ທຶນຊ່ວຍເຫຼືອຂອງບໍລິສັດໄຟຟ້າຫົງສາ ໃຫ້ແກ່ນັກຮຽນດີ-ຮຽນເກ່ງ ແລະ ມີຄຸນສົມບັດດີ ປະຈຳສົກຮຽນ 2021-2022 ແລະ ທິດທາງແຜນການປະຈຳສົກຮຽນ 2022-2023 ທົ່ວເມືອງຫົງສາ ໂຮງຮຽນທີ່ໄດ້ຮັບທຶນ ມີຈຳນວນ 6 ແຫ່ງ ມີນັກຮຽນຈຳນວນ 30 ຄົນ ຍິງ 18 ຄົນ ແລະ ໄດ້ຮັບທຶນທັງໝົດ 90 ລ້ານກີບຄື: ໂຮງຮຽນ ມສ ຫົງສາ ມີ 6 ຄົນ ຍິງ 4 ຄົນ ທຶນທີ່ໄດ້ຮັບແມ່ນ 18 ລ້ານກີບ ໂຮງຮຽນ ມສ ບ້ານຫານ ມີ 6 ຄົນ ຍິງ 5 ຄົນ ທຶນທີ່ໄດ້ຮັບແມ່ນ 18 ລ້ານກີບ ໂຮງຮຽນ ມສ ນາປຸ່ງ ມີ 6 ຄົນ ຍິງ 4 ຄົນ ທຶນທີ່ໄດ້ຮັບແມ່ນ 18 ລ້ານກີບ ໂຮງຮຽນ ມສ ຄົກແອກ ມີ 4 ຄົນ ທຶນທີ່ໄດ້ຮັບແມ່ນ 12 ລ້ານກີບ ໂຮງຮຽນ ມສ ພູແລ້ງ ມີ 4 ຄົນ ຍິງ 2 ຄົນ ທຶນທີ່ໄດ້ຮັບແມ່ນ 12 ລ້ານກີບ ແລະ ໂຮງຮຽນ ມຕ ແທ່ນຄຳ ມີ 4 ຄົນ ຍິງ 3 ຄົນ ທຶນທີ່ໄດ້ຮັບແມ່ນ 12 ລ້ານກີບ.

    ຜ່ານມາ ຄະນະອຳນວຍການໂຮງຮຽນ ຄູປະຈຳຫ້ອງ ຄູປະຈຳວິຊາ ໄດ້ເປັນເຈົ້າການກະຕຸກຊຸກຍູ້ ແລະ ສົ່ງເສີມໃຫ້ນັກຮຽນທີ່ໄດ້ຮັບທຶນ ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນເປັນພິເສດ ຕິດຕາມຜົນການຮຽນ ຕິດຕາມການຂຶ້ນຫ້ອງ-ລົງຫ້ອງຕະຫຼອດ ເຖິງການເຄື່ອນໄຫວອຶ່ນໆທັງພາຍໃນ ແລະ ນອກໂຮງຮຽນ ທີ່ຈະສົ່ງຜົນສະທ້ອນຕໍ່ການຮ່ຳຮຽນ ພ້ອມທັງລາຍງານຜົນການຮຽນແຕ່ລະເດືອນໃຫ້ຜູ້ປົກຄອງຮັບຮູ້.

    ຜ່ານການຕິດຕາມປະເມີນຜົນ ເຂົ້າຮ່ວມການສອບເສັງຂັ້ນກຸ່ມໂຮງຮຽນ ມີ 20 ຄົນ ຍິງ 9 ຄົນ ເທົ່າກັບ 66,66% ສອບເສັງຂັ້ນເມືອງ ມີ 16 ຄົນ ຍິງ 7 ຄົນ ເທົ່າກັບ 53,33% ສອບເສັງຂັ້ນແຂວງ ມີ 6 ຄົນ ຍິງ 1 ຄົນ ເທົ່າກັບ 20% ແລະ ເຂົ້າຮ່ວມການສອບເສັງລະດັບຊາດ ມີ 1 ຄົນ ຍິງ 1 ຄົນ ເທົ່າກັບ 3,33%.

    ຈຸດປະສົງໃນການໃຫ້ທຶນນີ້ ເພື່ອເປັນການຊຸກຍູ້ສົ່ງເສີມຂະບວນການແຂ່ງຂັນ ສອນດີ-ຮຽນເກ່ງ ປັບປຸງຄຸນນະພາບການສຶກສາຂອງເມືອງຫຍັບເຂົ້າໃກ້ມາດຕະຖານລະດັບແຂວງ ລະດັບຊາດເທື່ອລະກ້າວ ແລະ ທັງເປັນການໃຫ້ກຳລັງໃຈຕໍ່ນັກຮຽນຜູ້ທີ່ຮຽນດີ-ຮຽນເກ່ງ ແລະ ມີຄຸນສົມບັດດີ ມີຄວາມກະຕືລືລົ້ນຕໍ່ກັບການຮຽນ ເພື່ອເປັນການສ້າງຕົນ ການປະພຶດຕົນເປັນແບບຢ່າງທີ່ດີໃຫ້ແກ່ໝູ່ເພື່ອນພາຍໃນໂຮງຮຽນ.

    ໂອກາດນີ້ ທ່ານ ພົມມາ ພົມມະຫານ ໄດ້ກ່າວສະແດງຄວາມຂອບໃຈມາຍັງໂຄງການ ທີ່ໃຫ້ການປະກອບສ່ວນທຶນຮອນເຂົ້າໃນວຽກງານການສຶກສາຕະຫຼອດມາ ທັງເປັນການປະກອບສ່ວນສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້-ຄວາມສາມາດ ແລະ ນຳເອົາຄວາມຮູ້ກັບມາພັດທະນາຊຸມຊົນທ້ອງຖິ່ນຂອງຕົນ.

error: Content is protected !!