ການແຂ່ງຂັນເພາະກາຍ ຊີງແຊັມປະເທດລາວ ຈະຈັດຂຶ້ນວັນທີ 21-23 ຕຸລານີ້

     ພິທີຖະແຫຼງຂ່າວ ການແຂ່ງຂັນກີລາເພາະກາຍ ຊີງແຊັມປະເທດລາວ ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ປະຈໍາປີ 2022 ຈັດຂຶ້ນໃນວັນທີ 4 ຕຸລາ 2022 ຢູ່ຫ້ອງປະຊຸມຄະນະກໍາມະການໂອແລມປິກແຫ່ງຊາດລາວ ໂດຍມີທ່ານນາງ ຂັນທະລີ ສິລິພົງພັນ ຮອງລັດຖະມົນຕີກະຊວງ ສສກ ຮອງປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາກະກໍາ ແລະ ການຄ້າ ທັງເປັນປະທານສະຫະພັນກີລາເພາະກາຍແຫ່ງຊາດລາວ ມີຄະນະບໍລິຫານງານສະຫະພັນເພາະກາຍແຫ່ງຊາດ ຕະຫຼອດຮອດຜູ້ໃຫ້ການສະໜັບສະໜູນ ຄູເຝິກ ນັກກີລາ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

   ໂອກາດນີ້ ທ່ານ ຄໍາພະໄພວັນ ວົງໄຊ ຮອງປະທານສະຫະພັນເພາະກາຍແຫ່ງຊາດລາວ ກ່າວວ່າ: ການຈັດແຂ່ງຂັນຄັ້ງນີ້ ກໍເພື່ອເລືອກເຟັ້ນນັກກີລາເພາະກາຍທີມຊາດລາວ ເຂົ້າແຂ່ງຂັນເພາະກາຍຊີງແຊັມໂລກ ຄັ້ງທີ 12 ເຊິ່ງຈະຈັດຂຶ້ນໃນວັນທີ 6-12 ທັນວາ 2022 ທີ່ປະເທດໄທ ແລະ ເຂົ້າຮ່ວມງານມະຫະກໍາກີລາຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ໃນເດືອນພຶດສະພາ 2023 ເຊິ່ງກີລາເພາະກາຍຈະມີການຊີງຫຼຽນຄໍາເຖິງ 15 ຫຼຽນ ນອກຈາກນີ້ ຍັງເປັນການສົ່ງເສີມ ແລະ ພັດທະນານັກກີລາຢ່າງຕໍ່ເນື່ອງ ສາມາດແຂ່ງຂັນກັບສາກົນໄດ້ ເພື່ອເປັນການເສີມສ້າງ ແລະ ພັດທະນາວົງການກີລາເພາະກາຍໃຫ້ໄດ້ຮັບຄວາມນິຍົມຫຼາຍຂຶ້ນ.

    ການແຂ່ງຂັນເພາະກາຍຊີງແຊັມປະເທດລາວ ຊີງເງິນລາງວັນລວມ 70 ລ້ານກວ່າກີບ ຈະຈັດຂຶ້ນວັນທີ 21-23 ຕຸລາ 2022 ຢູ່ສູການຄ້າວຽງຈັນ ເຊັນເຕີ ໂດຍແບ່ງອອກເປັນ 2 ປະເພດ ຄື: ອອກກໍາລັງກາຍແຂ່ງກັນ (The Stronger Athlete of lao 2022) ແລະ ແຂ່ງຂັນເພາະກາຍຊີງແຊັມປະເທດລາວ ສໍາລັບແຂ່ງຂັນ Stronger Fitness lao 2022 ປະກອບມີ 2 ຮຸ່ນຄື: ເພດຊາຍ ແລະ ເພດຍິງ ແຍກການແຂ່ງຂັນ 5 ສະຖານີ ເເຕ່ລະສະຖານີ ມີ 3 ເລນ ໝາຍວ່າແຂ່ງໄດ້ຊຸດລະ 3 ຄົນ ໂດຍຈັບເວລາ ຫຼື ຈໍານວນຄັ້ງອອກກໍາລັງກາຍ ໃຜເຮັດເວລາດີທີ່ສຸດ ຈະເປັນຜູ້ຊະນະ ສ່ວນການແຂ່ງຂັນເພາະກາຍຊີງແຊັມປະເທດລາວ ປະກອບມີ 6 ຮຸ່ນ ຄື:ເພາະກາຍຊາຍ ນໍ້າໜັກບໍ່ເກີນ 70 ກິໂລ ແລະ 75 ກິໂລ ຊາຍຫຸ່ນງາມ ຄວາມສູງບໍ່ເກີນ 170 ຊັງຕີແມັດ (-100) ຊາຍຫຸ່ນງາມ ຄວາມສູງ 171 ຂຶ້ນໄປ (-100) ຍິງຫຸ່ນງາມ ຄວາມສູງ ແລະ ນໍ້າໜັກບໍ່ຈໍາກັດ ແລະ ເພາະກາຍຊາຍ ຮຸ່ນອາວຸໂສ ອາຍຸ 50 ປີຂຶ້ນໄປ.

   ໃນພິທີ ຍັງໄດ້ມີການມອບ-ຮັບ ການສະໜັບສະໜູນຈາກບັນດາພາກທຸລະກິດ ເປັນຕົ້ນແມ່ນ ບໍລິສັດ ວຽງຈັນຟິດເນັສ ຈໍາກັດ ຈໍານວນ 636 ລ້ານກີບ ສູນການຄ້າວຽງຈັນ ເຊັນເຕີ ຈໍານວນ 406,8 ລ້ານກີບ ນອກຈາກນີ້ ຍັງມີບັນດາພາກສ່ວນຕ່າງໆໃຫ້ການອຸປະຖໍາງານດັ່ງກ່າວຕື່ມອີກ. 

    ເປີດຮັບລົງທະບຽນເລີ່ມແຕ່ວັັນທີ 4-17 ຕຸລາ 2022 ທ່ານສາມາດດາວໂຫຼດເອກະສານໃບສະໝັກໄດ້ທີ່ເພຈ:ສະຫະພັນກີລາເພາະກາຍແຫ່ງຊາດລາວ ວັນທີ 21 ຕຸລາ 2022 ເປັນມື້ລາຍງານຕົວນັກກີລາ ຖ້ານັກກີລາຄົນໃດບໍ່ມາ ຖືວ່າສະຫຼະສິດ.

error: Content is protected !!