ເພື່ອສືບຕໍ່ຜັນຂະຫຍາຍວຽກງານສ້າງຄວາມເຂັ້ມແຂງ ແລະ ເຝິກອົບຮົມ ໃນຂົງເຂດກໍາມາທິການແຜນການ ການເງິນ ແລະ ການກວດສອບ ຕາມພາລະບົດບາດຂອງສະພາແຫ່ງຊາດໃຫ້ປາກົດຜົນຈິງ ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອຮັບປະກັນການປະຕິບັດວຽກງານຂອງກຳມາທິການ ເພື່ອປຶກສາຫາລືແຜນການສືບຕໍ່ດຳເນີນການຂຽນປື້ມຄວາມຮູ້ພື້ນຖານໃນຂົງເຂດກໍາມາທິການແຜນການ ການເງິນ ແລະ ການກວດສອບ ໃຫ້ສຳເລັດຕາມແຜນການທີ່ວາງໄວ້ ເພື່ອຍາດແຍ່ງເອົາບົດຮຽນ ແລະ ປະສົບການຈາກພາຍໃນ ແລະ ຕ່າງປະເທດ ກ່ຽວກັບບົດຮຽນການຄຸ້ມຄອງໜີ້ສິນ ແລະ ການຂຽນປຶ້ມຄວາມຮູ້ພື້ນຖານໃຫ້ແກ່ພະນັກງານວິຊາການຂອງກຳມາທິການ.
ໃນທ້າຍເດືອນກັນຍາ 2022 ທີ່ໂຮງແຮມລາວ ພລາຊາ ນະຄອນຫຼວງວຽງຈັນ ກໍາມາທິການແຜນການການເງິນ ແລະ ການກວດສອບສະພາແຫ່ງຊາດ ໄດ້ຈັດສຳມະນາກ່ຽວກັບການຄຸ້ມຄອງໜີ້ສິນສາທາລະນະທີ່ຍືນຍົງ ແລະ ໂປ່ງໃສ ແລະ ປຶກສາຫາລືແຜນການສືບຕໍ່ປັບປຸງປື້ມຄູ່ມືກໍາມາທິການແຜນການ ການເງິນ ແລະ ການກວດສອບ ໂດຍການເປັນປະທານຂອງທ່ານ ບຸນຕາ ເທບພະວົງ ຮອງປະທານກຳມາທິການແຜນການ ການເງິນ ແລະ ການກວດສອບ ເຂົ້າຮ່ວມມີທ່ານ Barend Frielink ຊ່ຽວຊານທີ່ມາຈາກທະນາຄານພັດທະນາອາຊີ (ADB) ມີຕາງໜ້າຈາກບັນດາຫົວໜ້າ-ຮອງຫົວໜ້າກົມ ຫົວໜ້າ-ຮອງຫົວໜ້າພະແນກ ແຂກຖືກເຊີນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ.

ກອງປະຊຸມໄດ້ຮັບຟັງການບັນຍາຍ ຫົວຂໍ້ທີ່ຕິດພັນກັບເນື້ອໃນການຄຸ້ມຄອງໜີ້ສິນທີ່ຍືນຍົງ ແລະ ໂປ່ງໃສ ໂດຍທ່ານ Barend Frielink ແລະ ໄດ້ຮັບຟັງບົດລາຍງານສະພາບການຂຽນປຶ້ມຄູ່ມື 4 ເຫຼັ້ມ:
- ປຶ້ມຄູ່ມື ໂຄງການລົງທຶນຂອງລັດຂະໜາດໃຫຍ່
- ປຶ້ມຄູ່ມື ງົບປະມານ
- ປຶ້ມຄູ່ມື ການກວດສອບ
- ປຶ້ມຄູ່ມື ການຮັບຟັງຄຳຄິດເຫັນສາທາລະນະ ພາຍໃຕ້ທຶນຊ່ວຍເຫຼືອຂອງ ທະນາຄານພັດທະນາອາຊີ ໂດຍທ່ານ ສາຍທອງ ພົມມະວົງ ຫົວໜ້າກົມແຜນການ ແລະ ການລົງທຶນ ຄະນະຮັບຜິດຊອບ ປຶ້ມຄູ່ມື ໃນຂົງເຂດວຽກງານຂອງກໍາມາທິການແຜນການ ການເງິນ ແລະ ການກວດສອບ ເພື່ອໃຫ້ສຳເລັດສົມບູນຕາມຄາດໝາຍ.

ໂອກາດດັ່ງກ່າວ ທ່ານ ບຸນຕາ ເທບພະວົງ ໄດ້ມີຄໍາເຫັນ ແລະ ຂໍ້ສະເໜີຕໍ່ກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສຳຄັນ ແລະ ຈຳເປັນທີ່ສຸດ ໃນການສ້າງລະບົບການຄຸ້ມຄອງໜີ້ສິນສາທາລະນະທີ່ຍືນຍົງ ແລະ ໂປ່ງໃສຂອງ ສປປ ລາວ ໂດຍຕ້ອງໄດ້ຕິດພັນກັບລະບົບສາກົນ ການສ້າງປຶ້ມຄູ່ມື 4 ເຫຼັ້ມ ກໍແມ່ນຄວາມຈຳເປັນໃນການຊ່ວຍ ຫຼື ເປັນພື້ນຖານໃຫ້ແກ່ນັກວິຊາການ ແລະ ສະມາຊິກສະພາແຫ່ງຊາດ ເປັນເຄື່ອງມື ເສນາທິການ ນັກຕິດຕາມກວດກາທຸກພາກສ່ວນ ໃນການສ້າງສາພັດທະນາປະເທດຊາດ ເສດຖະກິດ-ສັງຄົມ ແລະ ງົບປະມານອື່ນໆ ດັ່ງນັ້ນ ຂໍສະເໜີໃຫ້ຄະນະຮັບຜິດຊອບ ສັງລວມເອົາຄຳຄິດຄຳເຫັນຂອງຜູ້ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ຄຳເຫັນຂອງຜູ້ແທນທັງໝົດ ເພື່ອນຳໄປພິຈາລະນາປັບປຸງແກ້ໄຂບາງຈຸດໃຫ້ຈະແຈ້ງ ສັ້ນ ກະທັດຮັດ ແລ້ວນຳໄປສະເໜີ ຂໍທິດຊີ້ນຳຈາກການນຳຂອງກໍາມາທິການແຜນການ ການເງິນ ແລະ ການກວດສອບ ແລະ ຂໍຄຳເຫັນຈາກຄະນະປະຈຳສະພາແຫ່ງຊາດ ພິຈາລະນາອະນຸມັດໃນຂັ້ນຕໍ່ໄປ ໃນເວລາທີ່ເໝາະສົມໃຫ້ສຳເລັດທັນການໃນການແຈກຢາຍ ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄຂຂຶ້ນໃນທ້າຍປີ 2022 ນີ້.
