ປະທານສະມາຄົມມິດຕະພາບ ລາວ-ກູບາ ເຂົ້າຢ້ຽມຄຳນັບ ນາຍົກລັດຖະມົນຕີ ສ ກູບາ

    ວັນທີ 04 ຕຸລາ 2022 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ສະຫາຍ ມານູເອັນ ມາເຣໂຣ ກຣຸດສ ນາຍົກລັດຖະມົນຕີແຫ່ງ ສ ກູບາ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງສະຫາຍ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ປະທານສະມາຄົມມິດຕະພາບ ລາວ-ກູບາ ແລະ ຄະນະ ໃນໂອກາດທີ່ສະຫາຍ ນາຍົກລັດຖະມົນຕີແຫ່ງ ສ ກູບາ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນທີ 02-04 ຕຸລາ 2022.

    ໃນໂອກາດນີ້ ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານສະຫາຍອ້າຍນ້ອງ ລະຫວ່າງລາວ-ກູບາ ທີ່ມີມູນເຊື້ອມາແຕ່ດົນນານ ເຊິ່ງໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ໂດຍເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ ລວມທັງການຮ່ວມມືໃນຂົງເຂດຕ່າງໆ ເປັນຕົ້ນແມ່ນດ້ານການສຶກສາ ສາທາລະນະສຸກ ກະສິກໍາ ແລະ ການແລກປ່ຽນສິລະປະວັດທະນະທໍາ ພ້ອມນັ້ນ ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ບົດບາດການພົວພັນຮ່ວມມືການທູດປະຊາຊົນ ລະຫວ່າງສະມາຄົມມິດຕະພາບ ລາວ-ກູບາ ແລະ ສະຖາບັນກູບາ ເພື່ອມິດຕະພາບກັບນານາຊາດທີ່ມີການພົວພັນປະສານສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ໃນເວທີພາກພື້ນ ແລະ ສາກົນຢ່າງເປັນປົກກະຕິ ພ້ອມທັງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອຂອງສອງພັກສອງລັດ ແລະ ປະຊາຊົນສອງຊາດລາວ-ກູບາ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.

    ໂອກາດດຽວກັນ ສະຫາຍປະທານສະມາຄົມມິດຕະພາບ ລາວ-ກູບາ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດໃນການສ້າງສາພັດທະນາ ສ ກູບາ ທີ່ໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ຕໍ່ເນື່ອງ ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍດ້ານ ແລະ ສິ່ງທ້າທາຍທົດສອບນາໆປະການກໍຕາມ ແຕ່ມັນກໍບໍ່ສາມາດບັ່ນທອນນໍ້າໃຈປະຕິວັດອັນເດັດດ່ຽວ ພິລະອາດຫານ ແລະ ນໍ້າໃຈສາກົນອັນຜ່ອງໃສຂອງປະຊາຊົນກູບາ ພ້ອມດຽວກັນ ສະຫາຍປະທານສະມາຄົມມິດຕະພາບລາວ-ກູບາ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ພັກ ລັດ ແລະ ປະຊາຊົນກູບາ ໃນການຊ່ວຍເຫຼືອອັນໃຫຍ່ຫຼວງລໍ້າຄ່າ ແລະ ຈິງໃຈຕໍ່ພັກ ລັດ ແລະ ປະຊາຊົນລາວ ໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ນອກນັ້ນ ຝ່າຍລາວຍັງໄດ້ສະແດງຄວາມເຫັນໃຈຕໍ່ປະຊາຊົນກູບາ ໂດຍສະເພາະແມ່ນປະຊາຊົນແຂວງ ປີນນາແດນຣີໂອ ທີ່ໄດ້ຮັບຜົນກະທົບຈາກພາຍຸເຮີຣິເຄນ ອຽນ ໃນອາທິດຜ່ານມາ  ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ ແລະ ການເອົາໃຈໃສ່ຂອງພັກ ແລະ ລັດຖະບານກູບາ ຈະເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນເຂດໄພພິບັດດັ່ງກ່າວ ໄດ້ຮັບການຟື້ນຟູ ແລະ ຄ່ອຍໆກ້າວເຂົ້າສູ່ສະພາບປົກກະຕິໂດຍໄວ.

error: Content is protected !!