ທ່ານຮອງປະທານ ສນຊ ພ້ອມຄະນະ ລົງເຄື່ອນໄຫວ ຊຸກຍູ້ວຽກງານຢູ່ແຂວງພາກໃຕ້

    ໃນທ້າຍເດືອນກັນຍາ 2022 ທ່ານ ນາງ ສີພະຈັນ ນັນທະວົງສາ ກໍາມະການປະຈໍາພັກ ປະທານກວດກາພັກ-ລັດ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ແລະ ທ່ານ ສາຍທອງ ແກ້ວດວງດີ ກໍາມະການ ສນຊ ຫົວໜ້າຄະນະທີ່ປຶກສາວຽກງານຍຸຕິທໍາ ແລະ ກົດໝາຍຂອງ ສນຊ ພ້ອມຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງອັດຕະປື ແລະ ແຂວງຈໍາປາສັກ ຈຸດປະສົງໃນການລົງເຄື່ອນໄຫວເຮັດວຽກຕິດຕາມ ຊຸກຍູ້ການເຄື່ອນໄຫວວຽກງານແນວລາວສ້າງຊາດຢູ່ຂັ້ນທ້ອງຖີ່ນ ໂດຍສະເພາະແມ່ນການເຄື່ອນໄຫວວຽກງານຕິດຕາມ ແລະ ໃຫ້ຄໍາປຶກສາຂອງແນວລາວສ້າງຊາດ.

    ໂອກາດທີ່ລົງເຄື່ອນໄຫວເຮັດວຽກໃນຄັ້ງນີ້ ໄດ້ຮັບການຕ້ອນຮັບ ຮັບຟັງການລາຍງານຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງອົງການປົກຄອງແຂວງ ການເຄື່ອນໄຫວວຽກງານແນວລາວສ້າງຊາດ ແຂວງອັດຕະປື ແນວລາວສ້າງຊາດເມືອງສະໜາມໄຊ ແລະ ການປົກຄອງບ້ານຈັດສັນໃໝ່ ທີ່ໄດ້ຮັບຜົນກະທົບຈາກເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກໃນປີ 2018 ຜ່ານມາ ໄດ້ຮັບການຕ້ອນຮັບ ແລະ ຮັບຟັງການລາຍງານການເຄື່ອນໄຫວວຽກງານແນວລາວສ້າງຊາດແຂວງຈໍາປາສັກ ເມືອງປາກຊ່ອງ ຢ້ຽມຢາມຄອບຄົວຕົວແບບການຜະລິດກະສິກໍາເປັນສິນຄ້າ ແລະ ເມືອງບາຈຽງຈະເລີນສຸກ ພ້ອມທັງໄດ້ແລກປ່ຽນຖອດຖອນບົດຮຽນການເຄື່ອນໄຫວວຽກງານຕົວຈິງໃນໄລຍະຜ່ານມາ

    ໂອກາດທີ່ທ່ານຮອງປະທານລົງເຄື່ອນໄຫວເຮັດວຽກຢູ່ 2  ແຂວງດັ່ງກ່າວ  ທ່ານໄດ້ເນັ້ນບາງບັນຫາທີ່ສໍາຄັນຄື:  ສະເໜີໃຫ້ແນວລາວສ້າງຊາດແຂວງ ເມືອງສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງຜູ້ແທນແນວລາວສ້າງຊາດທົ່ວປະເທດ ແຜນພັດທະນາອົງການແນວລາວສ້າງຊາດ ແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນ ທ້າຍປີ ໃຫ້ບັນລຸຕາມຄາດໝາຍ ໃນນັ້ນ ເອົາໃຈໃສ່ປະຕິບັດເນື້ອໃນ 4 ການຫັນປ່ຽນຂອງແນວລາວສ້າງຊາດໃຫ້ເປັນຮູບປະທຳ ເອົາໃຈໃສ່ຜັນຂະຫຍາຍບົດບັນທຶກ 4 ຮ່ວມລະຫວ່າງແນວລາວສ້າງຊາດ ສະຫະພັນນັບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ ໃຫ້ບັນລຸຜົນເປັນຈິງ ສືບຕໍ່ສຶກສາອົບຮົມ ເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ ປະສານສົມທົບກັບອົງການພາຄີ ແລະ ພາກສ່ວນຕ່າງໆ ຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປຸກລະດົມຂົນຂວາຍປະຊາຊົນຊັ້ນຄົນຕ່າງໆຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກນາໆປະການດ້ວຍການເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ເອົາໃຈໃສ່ວຽກງານເກັບກໍາຄໍາຄິດຄໍາເຫັນ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນໃຫ້ຖືກຕ້ອງສອດຄ່ອງກັບສະພາບຕົວຈິງ ໂດຍປະສານສົມທົບກັບອົງການພາຄີ ກໍາມະການແນວລາວສ້າງຊາດ ພ້ອມທັງຕິດຕາມ ຊຸກຍູ້ພາກສ່ວຍທີ່ກ່ຽວຂ້ອງ ໃນການແກ້ໄຂຂໍ້ສະເໜີທີ່ ສນຊ ໄດ້ນໍາສະເໜີຕໍ່ກອງປະຊຸມສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຜ່ານມາ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ສ້າງຄວາມເຂັ້ມແຂງທາງດ້ານການເງິນ ສາມາດປະຕິບັດໜ້າທີ່ຂອງຕົນໄດ້ຢ່າງເປັນປົກກະຕິ ເອົາໃຈໃສ່ ຜັນຂະຫຍາຍ ແລະ ປະຕິບັດໃຫ້ຖືກຕ້ອງຕາມກົດລະບຽບ ແລະ ກົດໝາຍວ່າດ້ວຍແນວລາວສ້າງຊາດ ໄດ້ກໍານົດໄວ້.

error: Content is protected !!