ກະຊວງ ສສກ ແຈ້ງການຈັດກິດຈະກໍາສະຫຼອງວັນຄູແຫ່ງຊາດ

    ຫ້ອງການກະຊວງສຶກສາທິການ ແລະ ກີລາ (ສສກ) ໄດ້ອອກແຈ້ງການ ເລກທີ 3760/ຫກ ລົງວັນທີ 30 ກັນຍາ 2022 ເຖິງຫົວໜ້າຫ້ອງການ ກົມ ສະຖາບັນ ອົງການທຽບເທົ່າກົມ ແລະ ສູນ ອະທິການບໍດີ ມະຫາວິທະຍາໄລ 4 ແຫ່ງ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ນະຄອນຫຼວງ ຜູ້ອໍານວຍການ ສຳນັກພິມສຶກສາ ແລະ ກີລາ ຫົວໜ້າຫ້ອງການກຳມາທິການສຶກສາສົງສູນກາງ ປະທານສະມາຄົມການສຶກສາພາກເອກະຊົນ ຜູ້ອຳນວຍການວິທະຍາໄລ ແລະ ໂຮງຮຽນ ທັງພາກລັດ ແລະ ເອກະຊົນໃນທົ່ວປະເທດ ພໍ່ແມ່ ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ໃຫ້ມີການຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 28 ປີ (7 ຕຸລາ 1994 – 7 ຕຸລາ 2022).

    ໃນແຈ້ງການສະບັບດັ່ງກ່າວ ໄດ້ລະບຸວ່າ: ເພື່ອເຮັດໃຫ້ການຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 28 ປີ (7 ຕຸລາ 1994 – 7 ຕຸລາ 2022) ມີເນື້ອໃນ ແລະ ມີຄວາມໝາຍອັນເລິກເຊິ່ງ ເປັນການຈາລຶກເຖິງບຸນຄຸນ ແລະ ຜົນງານຂອງຄູ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາການສຶກສາ ແລະ ກິລາ ກໍຄືພັດທະນາຊັບພະຍາກອນມະນຸດຂອງຊາດ ພ້ອມກັນນີ້ ກໍເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດ ໄປຕາມທິດປະຢັດມັດທະຍັດ ເປັນການສຸມໃສ່ຈັດຕັ້ງປະຕິບັດການຮຽນການສອນ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ດັ່ງນັ້ນ ກະຊວງ ສສກ ຈຶ່ງອອກແຈ້ງການໃຫ້ຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດໃນຂັ້ນຂອງຕົນ ໂດຍເຊີນຄະນະນໍາຂອງຕົນ ອົງການປົກຄອງທ້ອງຖິ່ນ ຜູ້ປະກອບການ ສະມາຄົມພໍ່ແມ່ຜູ້ປົກຄອງນັກຮຽນ-ນັກສຶກສາ ຄະນະພັດທະນາການສຶກສາຂັ້ນບ້ານ ຕົວແທນຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມ ໂດຍມີຈຸດປະສົງເພື່ອເຊີດຊູກຽດ ແລະ ຄຸນງາມຄວາມດີຂອງຄູ ສ້າງຈິດສຳນຶກໃຫ້ສັງຄົມ ພໍ່ແມ່ຜູ້ປົກຄອງ ນັກຮຽນ-ນັກສຶກສາ ເຫັນໄດ້ຄວາມໝາຍສໍາຄັນຂອງຄູອາຈານ ແລະ ເອົາໃຈໃສ່ປະກອບສ່ວນຕໍ່ການສຶກສາ ແລະ ຄົ້ນຄວ້າຮໍ່າຮຽນຝຶກຝົນຫຼໍ່ຫຼອມໃຫ້ມີຄວາມຮູ້ຄວາມສາມາດ ແລະ ຄຸນສົມບັດ ສິນທຳປະຕິວັດ ກາຍເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບຂອງຊາດ ຈັດຕັ້ງການຢ້ຽມຢາມອວຍພອນຄະນະນຳ ຜູ້ບໍລິຫານການສຶກສາຕາມສຳນັກງານອົງການ ແລະ ອະດີດນັກວິຊາການ ຄູອາວຸໂສບໍານານ ຕະຫຼອດຮອດຄູສອນໃນເຂດຫ່າງໄກສອກຫຼີກ ຕາມສະພາບເງື່ອນໄຂຕົວຈິງຂອງແຕ່ລະພາກສ່ວນ ສ້າງຂະບວນການແຂ່ງຂັນຖາມ-ຕອບວິທະຍາສາດ ກິດຈະກໍາກີລາ ເພື່ອສຸຂະພາບ ແລະ ແຂ່ງຂັນສິລະປະ-ວັນນະຄະດີ ທີ່ສະແດງໃຫ້ເຫັນເຖິງມູນເຊື້ອຂອງພັກປະຊາຊົນປະຕິວັດລາວ ໃນການພັດທະນາຊັບພະຍາກອນມະນຸດ ແລະ ການປະກອນສ່ວນຂອງຖັນແຖວຄູອາຈານ ຕໍ່ວຽກງານດັ່ງກ່າວ ຕາມເງື່ອນໄຂຕົວຈິງຂອງແຕ່ລະພາກສ່ວນ.

    ສຳລັບທ້ອງຖິ່ນໃດທີ່ມີຈຳນວນນັກຮຽນປະລະສູງ ແລະ ຜົນການຮຽນຕໍ່າ ໃຫ້ເອົາໃຈໃສ່ເປັນພິເສດ ໂດຍປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ຄະນະພັດທະນາການສຶກສາແຕ່ລະຂັ້ນ ຊຸມຊົນ ແລະ ສະມາຄົມພໍ່ແມ່ນັກຮຽນ ເປີດບັ້ນປຸກລະດົມຂົນຂວາຍ ແລະ ຈັດຕັ້ງການບໍາລຸງນັກຮຽນຕາມຈຸດພິເສດ ແລະ ຄວາມສອດຄ່ອງຂອງແຕ່ລະບ່ອນ.

    ການສະເຫຼີມສະຫຼອງໃຫ້ຢູ່ບົນພື້ນຖານຈິດໃຈປະຢັດມັດທະຍັດ ມີເນື້ອໃນ ເປັນກິດຈະກໍາທີ່ເປັນຮູບປະທຳ ແລະ ສອດຄ່ອງກັບສະພາບດິນຟ້າອາກາດຂອງແຕ່ລະທ້ອງຖິ່ນ ພາຍຫຼັງສຳເລັດ ໃຫ້ແຕ່ລະພາກສ່ວນລາຍງານສະພາບການຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດ (7 ຕຸລາ 2022) ມາຍັງກົມສ້າງຄູ ກະຊວງ ສສກ ໂດຍຜ່ານການຈັດຕັ້ງແຕ່ລະຂັ້ນຂອງຕົນ.

error: Content is protected !!