ສປປ ລາວ ຈະຊຸກຍູ້ການເຕີບໂຕເສດຖະກິດຈາກການທ່ອງທ່ຽວແບບທຳມະຊາດ

    ກະຊວງແຜນການ ແລະ ການລົງທຶນ (ຜທ) ຮ່ວມກັບທະນາຄານໂລກ ແລະ ສະຖາບັນເຕີບໂຕສີຂຽວສາກົນ ຈັດກອງປະຊຸມການເຕີບໂຕສີຂຽວຂອງ ສປປ ລາວ ປະຈຳປີ 2022 ຂຶ້ນລະຫວ່າງວັນທີ 4-5 ຕຸລາ 2022 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ຮ່ວມເປັນປະທານມີທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງ ຜທ ທ່ານ ອາເລັກ ເຄຣເມີ ຜູ້ຕາງໜ້າທະນາຄານໂລກ ປະຈຳ ສປປ ລາວ ທ່ານ ໂຣວານ ເຟຣເຊີ ຜູ້ຕາງໜ້າສະຖາບັນການເຕີບໂຕສີຂຽວ ມີຂະແໜງການ ຄູ່ຮ່ວມພັດທະນາ ພາກເອກະຊົນ ແລະ ອົງການຈັດຕັ້ງສັງຄົມພົນລະເຮືອນເຂົ້າຮ່ວມ.

    ທ່ານ ຄຳເຈນ ວົງໂພສີ ໄດ້ກ່າວທີ່ກອງປະຊຸມວ່າ: ລັດຖະບານ ສປປ ລາວ ໄດ້ອອກ ແລະ ຈັດຕັ້ງປະຕິບັດມາດຕະການຕ່າງໆເພື່ອສົ່ງເສີມການເຕີບໂຕສີຂຽວ ໂດຍການເພີ່ມທະວີການລົງທຶນ ແລະ ນະໂຍບາຍໃໝ່ ໃນຂະແໜງການສີຂຽວຢ່າງກວ້າງຂວາງ ຍືນຍົງ ສະອາດ ແລະ ເຂັ້ມແຂງ ແລະ ໄດ້ເນັ້ນໜັກວ່າ: “ການເຕີບໂຕສີຂຽວ ບໍ່ພຽງແຕ່ຊຸກຍູ້ການເຕີບໂຕເສດຖະກິດທີ່ເປັນມິດກັບສິ່ງແວດລ້ອມ ແຕ່ຍັງຫຼຸດຜ່ອນຄວາມທຸກຍາກ ແລະ ປັບປຸງຄຸນນະພາບຊີວິດໃຫ້ດີຂຶ້ນ ສຳລັບຮຸ່ນຄົນປັດຈຸບັນ ແລະ ຄົນຮຸ່ນຕໍ່ໄປ ດ້ວຍການຮ່ວມມືຂອງທຸກພາກສ່ວນ ຈຶ່ງຈະສາມາດບັນລຸອະນາຄົດສີຂຽວໄດ້ ຍ້ອນການເຕີບໂຕສີຂຽວແມ່ນໜ້າທີ່ຄວາມຮັບຜິດຊອບຂອງໝົດທຸກຄົນ ແລະ ທຸກພາກສ່ວນ ສະນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນກ່ຽວຂ້ອງໃນທຸກລະດັບ ທຸກຄົນ ທຸກເພດໄວ ແລະ ພື້ນຖານ ຕ້ອງຮ່ວມກັນເຮັດໜ້າທີ່ຂອງຕົນເພື່ອເຮັດໃຫ້ ສປປ ລາວ ກາຍເປັນປະເທດທີ່ມີຄວາມຍືນຍົງ.

    ພາຍໃຕ້ຫົວຂໍ້ “ ຄວາມຄືບໜ້າ ແລະ ແນວທາງໃນການແກ້ໄຂການເຕີບໂຕສີຂຽວໃນ ສປປ ລາວ ” ເວທີກອງປະຊຸມການເຕີບໂຕສີຂຽວດັ່ງກ່າວ ໄດ້ເປີດໂອກາດໃຫ້ບັນດາຜູ້ວາງນະໂຍບາຍ ຄູ່ຮ່ວມພັດທະນາ ອົງການຈັດຕັ້ງສັງຄົມພົນລະເຮືອນ ແລະ ພາກເອກະຊົນ ໄດ້ແລກປ່ຽນກ່ຽວກັບບັນຫາທີ່ຕິດພັນກັບການເຕີບໂຕສີຂຽວ ແລະ ນໍາສະເໜີວິທີແກ້ໄຂທີ່ກ່ຽວຂ້ອງກັບການພັດທະນາ ທີ່ມີການປ່ອຍທາດອາຍກາກບອນໃນປະລິ ມານທີ່ຕໍ່າ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ການເຄື່ອນທີ່ດ້ວຍພະລັງງານໄຟຟ້າ ເສດຖະກິດໝຸນວຽນ ແລະ ການຄຸ້ມຄອງສິ່ງເສດເຫຼືອ.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!