ສະຫວັນນະເຂດ ສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ

      ແຂວງສະຫວັນນະເຂດ ຈັດພິທີໂຮມຊຸມນຸມໃຫຍ່ ເພື່ອສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຫວຽດນາມ-ລາວ 2022 ເພື່ອລະນຶກວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ຂຶ້ນອາທິດຜ່ານມາ ທີ່ຫໍວັດທະນະທຳ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໂດຍມີສະຫາຍ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ປະທານສະມາຄົມມິດຕະພາບລາວ-ຫວຽດນາມຂັ້ນສູນກາງ ທ່ານ  ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ  ສະຫາຍ ເຈີ່ນ ວັນ ຕຸ໊ຍ ອະດີດກໍາມະການສູນກາງພັກກອມມູນິດຫວຽດນາມ ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວຂັ້ນສູນກາງຂອງ ສສ ຫວຽດນາມ ພ້ອມດ້ວຍບັນດາສະຫາຍການນໍາພັກ-ລັດລາວ ແລະ ຫວຽດນາມ ເຂົ້າຮ່ວມ.

      ການສະເຫຼີມສະຫຼອງຄັ້ງນີ້ ຄະນະຜູ້ແທນຈາກສອງປະເທດໄດ້ຊົມການສະແດງສິລະປະວັນນະຄະດີທີ່ມີ   ເນື້ອໃນສະແດງເຖິງການຄວາມສາມັກຄີແບບພິເສດລະຫວ່າງລາວ-ຫວຽດນາມ ຫວຽດນາມ-ລາວ ຢ່າງເບີກບານມ່ວນຊື່ນ ຈາກນັ້ນ ສະຫາຍ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຄໍານັບຮັບຕ້ອນ ຊົມເຊີຍ ແລະຂອບໃຈຢ່າງຈິງໃຈ ຕໍ່ຄະນະຜູ້ແທນຂັ້ນສູງ 2 ຝ່າຍຂອງສະມາຄົມມິດຕະພາບລາວ-ຫວຽດນາມ ຫວຽດນາມ-ລາວ ຂັ້ນສູນກາງ ບັນດາຜູ້ຕາງໜ້າການນໍາຈາກ 1 ນະຄອນ  ແລະ  4 ແຂວງໃກ້ຄຽງຂອງ ສສ ຫວຽດນາມ ທີ່ໄດ້ນໍາເອົາໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີຮັກແພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງຂອງພັກ-ລັດ ແລະ ປະຊາຊົນຊາວຫວຽດນາມທຸກຖ້ວນໜ້າ ມາສູ່ຄະນະພັກ-ອໍານາດການປົກຄອງ  ແລະ ປະຊາຊົນບັນດາເຜົ່າຊາວແຂວງສະຫວັນນະເຂດ ຢ່າງສຸດສຸດໃຈ

     ທ່ານ ສັນຕິພາບ ພົມວິຫານ ກ່າວວ່າ: ສອງຊາດ ລາວ-ຫວຽດນາມ ໄດ້ມີການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີນຳກັນມາແຕ່ບູຮານນະການ ປະຊາຊົນສອງຊາດໄດ້ດຳລົງຊີວິດ  ແລະ ທໍາມາຫາກິນບົນຜືນແຜ່ນດິນທີ່ມີສາຍພູຫຼວງຍາວຢຽດ ແລະ ແມ່ນ້ຳຫຼາຍສາຍຕິດຈອດກັນແຕ່ເໜືອເຖິງໃຕ້ ໄດ້ມີຄວາມສາມັກຄີຊ່ວຍເຫຼືອເກື້ອກູນກັນເໝືອນດັ່ງອ້າຍນ້ອງຮ່ວມອຸທອນດຽວກັນ ໃນຍາມທຸກກໍຮ່ວມທຸກ ແລະ ຍາມສຸກກໍຮ່ວມສຸກນຳກັນຕະຫຼອດມາ ທັງໄດ້ຜ່ານການທົດສອບໃນຂະບວນການວິວັດແຫ່ງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຕ່າງດ້າວອັນຍືດເຍື້ອຍາວນານ   ແລະ ສຸດແສນລະອິດລະອ້ຽວ ຂ້ຽວຂາດ ໄດ້ອີງຫຼັງໃສ່ກັນ ຊ່ວຍເຫຼືອກັນຖານສະຫາຍອ້າຍນ້ອງ ອັນແທ້ຈິ ງບົນຈິດໃຈສາກົນອັນຜ່ອງໃສ  ແລະ ໝົດຈິດໝົດໃຈ  ໄດ້ມີຄວາມຮັກແພງເຊື່ອໝັ້ນເຊິ່ງກັນ ແລະ ກັນອັນເລິກເຊິ່ງ ຍອມເສຍສະຫຼະເພື່ອກັນ ແລະ ຮ່ວມເປັນຮ່ວມຕາຍນຳກັນ ອັນນັ້ນແມ່ນບໍ່ເກີດແຫ່ງການພົວພັນສາມັກຄີພິເສດ ທີ່ກາຍເປັນປັດໄຈຕັດສິນຜົນສຳເລັດ ແລະ ໄຊຊະນະຂອງການປະຕິວັດຢູ່ສອງປະເທດຂອງພວກ ເຮົາ ຊຶ່ງເປັນຕົວແບບທີ່ຫາໄດ້ຍາກ ໃນການພົວພັນລະຫວ່າງຊາດຢູ່ໃນໂລກ ເປັນສາຍພົວພັນທີ່ຍິ່ງໃຫຍ່ ເລິກ ເຊິ່ງ ດູດດື່ມ ແລະ ເປັນມໍລະດົກອັນລ້ຳຄ່າຂອງທັງສອງຊາດລາວ -ຫວຽດນາມ.

error: Content is protected !!