ຄະນະຈັດຕັ້ງສູນກາງພັກ ປະກາດການຈັດຕັ້ງຂັ້ນກົມ

    ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດພິທີປະກາດແຕ່ງຕັ້ງຫົວໜ້າກົມຈັດຕັ້ງ-ພະນັກງານ  ແລະ  ຫົວໜ້າສູນພັດທະນາວຽກງານຈັດຕັ້ງ ຂຶ້ນວັນທີ 3 ຕຸລາ 2022 ທີ່ຄະນະດັ່ງກ່າວ ໂດຍມີສະຫາຍນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າ ຄຈສພ  ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ໃນພິທີດັ່ງກ່າວ ສະຫາຍ ດອນ ໄພວົງ ຄະນະພັກ ຫົວໜ້າກົມຄຸ້ມຄອງພະນັກງານ ຄຈສພ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 198/ຄລສພ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະຈັດຕັ້ງສູນກາງພັກ ແລະ ມະຕິຕົກລົງສະບັບເລກທີ 199/ຄລສພ ວ່າດ້ວຍການແຕ່ງຕັ້ງຫົວໜ້າສູນພັດທະນາວຽກງານຈັດຕັ້ງ ເຊິ່ງຄະນະຈັດຕັ້ງສູນກາງພັກ ຕົກລົງເຫັນດີແຕ່ງຕັ້ງສະຫາຍ ວຽນທອງ ສິງຄຳພັນ (ອະດີດຫົວໜ້າກົມປ້ອງກັນພັກ-ພະນັກງານ) ເປັນຫົວໜ້າກົມຈັດຕັ້ງ-ພະນັກງານ ແຕ່ງຕັ້ງສະຫາຍ ນາງ ວິໄລວັນ ເພັງສະຫວັດ (ອະດີດຫົວໜ້າກົມຈັດຕັ້ງ-ພະນັກງານ) ເປັນຫົວໜ້າສູນພັດທະນາວຽກງານຈັດຕັ້ງ.

     ໂອກາດດັ່ງກ່າວ ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ໂດຍສະຫາຍໄດ້ຍ້ອງຍໍຊົມເຊີຍຜົນງານໃນໄລຍະຜ່ານມາ ແລະ ເນັ້ນໃຫ້ບັນດາສະຫາຍທີ່ຖືກແຕ່ງຕັ້ງຮັບໜ້າທີ່ໃໝ່ ຈົ່ງກຳແໜ້ນພາລະບົດບາດ-ໜ້າທີ່ຂອງຕົນ ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ ເຂັ້ມງວດຕໍ່ລະບຽບວິໄນ ມີຄວາມເປັນແບບຢ່າງນຳໜ້າ ສ້າງຄວາມເປັນເອກະພາບສູງພາຍໃນໝູ່ຄະນະ ຮັກສາຄຸນທາດການເມືອງພະນັກງານຈັດຕັ້ງ ແລະ ມີວິໄສທັດພັດທະນາວຽກງານຈັດຕັ້ງຢ່າງບໍ່ຢຸດຢັ້ງ ເຮັດຫຼ້ອນໜ້າທີ່ເປັນເສນາທິການໃຫ້ ຄຈສພ ມີຜົນສຳເລັດຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃນໄລຍະໃໝ່.

error: Content is protected !!