ລາວ ແລະ ຈໍເຈຍ ຍົກເວັ້ນວີຊາ ສໍາລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ

    ສັນຍາຍົກເວັ້ນວີຊາ ສໍາລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ຈໍເຈຍ (Georgia) ທີ່ໄດ້ຮັບການລົງນາມໃນວັນທີ 31 ພຶດສະພາ 2022 ທີ່ ກົວລາລໍາເປີ ຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ຕຸລາ 2022 ເປັນຕົ້ນໄປ ເຊິ່ງມີເນື້ອໃນສໍາຄັນດັ່ງລຸ່ມນີ້:

  1. ຄົນສັນຊາດຂອງພາຄີຝ່າຍໜຶ່ງທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການທີ່ມີອາຍຸການນໍາໃຊ້ຢ່າງໜ້ອຍ 6 ເດືອນ ສາມາດເດີນທາງເຂົ້າ-ອອກ ຜ່ານ ແລະ ພັກເຊົາໃນດິນແດນຂອງຄູ່ພາຄີອີກຝ່າຍໜຶ່ງ ໂດຍບໍ່ຈໍາເປັນຂໍວີຊາ ພາຍໃນໄລຍະເວລາບໍ່ເກີນ 90 ວັນ ໃນໄລຍະ 180 ວັນ ນັບແຕ່ວັນທີ່ເດີນທາງເຂົ້າເຊິ່ງໄລຍະເວລາ 180 ວັນ ແມ່ນນັບລວມຈາກການພັກເຊົາແຕ່ລະຄັ້ງກ່ອນໜ້ານັ້ນ
  2. ຄົນສັນຊາດຂອງພາຄີຝ່າຍໜຶ່ງທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການທີ່ມີອາຍຸນໍາໃຊ້ຢ່າງໜ້ອຍ 6 ເດືອນ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ຢູ່ສໍານັກງານຜູ້ຕາງໜ້າການທູດ ສໍານັກງານຜູ້ຕາງໜ້າກົງສຸນ ແລະ ອົງການຈັດຕັ້ງສາກົນ ຢູ່ໃນດິນແດນຂອງພາຄີຝ່າຍໜຶ່ງ ລວມທັງສະມາຊິກຄອບຄົວທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ທີ່ມີອາຍຸການນໍາໃຊ້ຢ່າງໜ້ອຍ 6 ເດືອນ ໃນຄັ້ງທໍາອິດແມ່ນຈະຕ້ອງໄດ້ຂໍວີຊາ ກ່ອນເດີນທາງເຂົ້າດິນແດນຂອງພາຄີຝ່າຍໜຶ່ງ ບຸກຄົນທີ່ກ່າວໄວ້ຂ້າງເທິງແມ່ນຈະຕ້ອງໄດ້ຮັບອະນຸມັດທີ່ຈໍາເປັນຕ່າງໆ ພາຍໃນ 30 ວັນ ຈາກມື້ເດີນທາງເຂົ້າ.
error: Content is protected !!