ສູນການຄ້າວຽງຈັນ ເຊັນເຕີ ຮ່ວມກັບ ຖວທ ນວ ຈັດກິດຈະກຳສົ່ງເສີມການທ່ອງທ່ຽວ

    ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບ ສູນການຄ້າວຽງຈັນ ເຊັນເຕີ ຈັດຖະແຫຼງຂ່າວກ່ຽວກັບງານສົ່ງເສີມການທ່ອງທ່ຽວ ໃນວັນທີ 4 ຕຸລາ 2022 ທີ່ສະຖານີວິທະຍຸ-ໂທລະພາບ ນະຄອນຫຼວງວຽງຈັນ (Vte 9) ໂດຍມີທ່ານ ຄຳຄູນ ໃບລາຕຣີ ຮອງຫົວໜ້າ ພະແນກ ຖວທ ນວ ທ່ານ ນາງ ສົມໃຈ ວົງສາ ຕາງໜ້າຈາກສູນການຄ້າວຽງຈັນ ເຊັນເຕີ ພ້ອມດ້ວຍສື່ມວນ  ຊົນຈາກພາກສ່ວນຕ່າງໆເຂົ້າຮ່ວມ.

    ໂອກາດນີ້ ທ່ານ ຄຳຄູນ ໃບລາຕຣີ ໄດ້ກ່າວວ່າ: ເພື່ອເປັນການສົ່ງເສີມການທ່ອງທ່ຽວ ເປັນການກະ ກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະທດ ຈະເຂົ້າຮ່ວມງານບຸນປະເພນີ ໂດຍສະເພາະ ງານບຸນອອກພັນສາ ປະວໍລະນາ ແລະ ແຂ່ງຂັນເຮືອພາຍທ່າວັດຈັນ ພ້ອມທັງເປັນການສົ່ງ ເສີມສີລະປະວັດທະນະທຳ ອັນດີງາມຂອງຊາດ ສົ່ງເສີມສີໄມ້ລາຍມື ຫັດຖະກຳ ແລະ ອາຫານພື້ນເມືອງ ເອກະລັກລາວ ເປັນການໂຄສະນາປະສາສຳພັນໃຫ້ແຂກຄົນໄດ້ຮັບຊາບ ທາງພະແນກ ຖວທ ນວ ຈື່ງຮ່ວມກັບ ສູນການຄ້າ ວຽງຈັນ ເຊັນເຕີ ຈັດກິດຈະກຳນີ້ຂຶ້ນ.

    ທ່ານ ນາງ ສົມໃຈ ວົງສາ ກ່າວວ່າ: ກິດຈະກຳໃນຄັ້ງນີ້ ຈະຈັດຂຶ້ນລະຫວ່າງວັນທີ 6-10 ຕຸລາ 2022 ທີ່ດ້ານຫຼັງສູນການຄ້າວຽງຈັນ ເຊັນເຕີ ແຕ່ເວລາ 10:00 ໂມງ ຫາ 22:00 ໂມງ ເຊິ່ງຄາດວ່າຈະ ມີຮ້ານເຂົ້າຮ່ວມປະມານ 30 ຮ້ານ ເປັນການຈັດກິດຈະກຳແຕ່ງກາຍແບບຍ້ອນຍຸກ ພາຍໃນງານມີ ການຖ່າຍຮູບ ການແຕ່ງກາຍແບບພື້ນເມືອງລາວ ພ້ອມທັງມີການຈັດກິດຈະກຳຫຼາຍຢ່າງ ເປັນຕົ້ນ ມີການ ແຂ່ງຂັນ/ສີລະປະວັນນະຄະດີຈາກໄວໜຸ່ມ ການແຂ່ງຂັນປຸງແຕ່ງອາຫານ ແຂ່ງຂັນສີມືງານປະດິດໂຄມໄຟ ແລະ ມີກິດຈະກຳອີກຫຼາຍຢ່າງ ພາຍໃນງານຄັ້ງນີ້.

    ໂອກາດນີ້ ຈື່ງຂໍເຊີນຊວນພໍ່ແມ່ພີ່ນ້ອງຊາວ ນວ ແລະ ໃກ້ຄຽງ ຈົ່ງພ້ອມກັນເຂົ້າຮ່ວມກິດຈະກຳງານຄັ້ງນີ້ ໂດຍບໍ່ໄດ້ເສຍຄ່າຜ່ານປະຕູ ທ່ານໃດສົນໃຈ ສາມາດຕິດຕໍ່ສອບຖາມລາຍລະອຽດໄດ້ນຳພະແນກກິດຈະກຳ ສູນການຄ້າ ວຽງຈັນເຊັນເຕີ ຫຼື ໂທລະສັບ 020 96391810 ແລະ 020 29995840 ໄດ້ຕາມໂມງເວລາ ລັດຖະການ.

error: Content is protected !!