ສະຫະພັນເພາະກາຍແຫ່ງຊາດລາວ ປັບປຸງຄະນະບໍລິຫານງານຊຸດໃໝ່

     ພິທີປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນກີລາເພາະກາຍແຫ່ງຊາດລາວ ຈັດຂຶ້ນໃນວັນທີ 4 ຕຸລາ 2022 ຢູ່ຫ້ອງປະຊຸມຄະນະກໍາມະການໂອແລມປິກແຫ່ງຊາດລາວ ໂດຍມີທ່ານນາງ ຂັນທະລີ ສິລິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາກະກໍາ ແລະ ການຄ້າ ມີຄະນະບໍລິຫານງານທັງຊຸດເກົ່າ ແລະ ຊຸດໃໝ່ ຕະຫຼອດຮອດຄູເຝິກ ແລະ ນັກກີລາ ເຂົ້າຮ່ວມຢ່າງພ້ອມພຽງ.

   ພິທີດັງກ່າວ ໄດ້ມີການປະກາດແຕ່ງຕັ້ງທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາກະກໍາ ແລະ ການຄ້າ ເປັນປະທານສະຫະພັນເພາະກາຍແຫ່ງຊາດລາວ ຊຸດທີ III ສ່ວນທ່ານ ຄໍາພະໄພວັນ ວົງໄຊ ອະດີດຮັກສາການປະທານສະຫະພັນເພາະກາຍແຫ່ງຊາດລາວ ຊຸດທີ II ນັບແຕ່ປີ 2018 ເປັນຕົ້ນມາ ມາເປັນຮອງປະທານ ແລະ ເລຂາທິການສະຫະພັນກີລາເພາະກາຍແຫ່ງຊາດລາວ ຊຸດທີ III ແລະ ກໍຍັງມີຮອງປະທານອີກ 2 ທ່ານຄື ທ່ານ ກົງປະສິດ ແພງແສນ ຄູເຝິກກີລາເພາະກາຍ-ສູນອອກກໍາລັງກາຍ ແລະ ທ່ານ ເພັດສະລັດ ສະຫວັນ ຜູ້ບໍລິຫານບໍລິສັດ ລາວທານີ ຈໍາກັດ ນອກນັ້ນ ກໍຍັງມີຄະນະບໍລິຫານງານ ກໍາມະການອີກ 10 ກວ່າທ່ານ.

   ໂອກາດດັ່ງກ່າວ ທ່ານ ມະໂນທອງ ວົງໄຊ ໄດ້ຂຶ້ນກ່າວຮັບໜ້າທີ່ຢ່າງເປັນທາງການ ໂດຍເພິ່ນໄດ້ເນັ້ນຈະສືບຕໍ່ພັດທະນາກີລາເພາະກາຍລາວໃຫ້ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ ວາງແຜນ ແລະ ຍາດແຍ່ງເອົາໂອກາດຕ່າງໆ ສົ່ງເສີມນັກກີລາເພາະກາຍໃຫ້ກວ້າງຂວາງ ແລະ ເຂົ້າຮ່ວມການແຂ່ງຂັນລາຍການລະດັບພາກພື້ນ ແລະ ສາກົນຢ່າງຕໍ່ເນື່ອງ ລວມເຖິງຈັດການແຂ່ງຂັນເພາະກາຍພາຍໃນປະເທດ ໃຫ້ຢ່າງຕໍ່ເນື່ອງ.

   ຂະນະທີ່ທ່ານ ຄໍາພະໄພວັນ ວົງໄຊ ຮັກສາການປະທານສະຫະພັນເພາະກາຍແຫ່ງຊາດລາວ ຊຸດທີ II ກ່າວເຖິງຜົນງານການປະຕິບັດວຽກງານໃນໄລຍະທີ່ຜ່ານມາວ່າ: ພາຍຫຼັງທີ່ໄດ້ຖືກຮອງຮັບຈາກກະຊວງສຶກສາທິການ ແລະ ກີລາ ເລກທີ 2939/ສສກ.ສກ ລົງວັນທີ 22 ມິຖຸນາ 2016 ໂດຍການເປັນປະທານຂອງທ່ານ ບຸນມີ ບັນນາວົງ (ປັດຈຸບັນເສຍຊີວິດແລ້ວ) ໂດຍແມ່ນທ່ານ ຄໍາພະໄພວັນ ວົງໄຊ ຮອງປະທານຜູ້ທີ 1 ຮັກສາການແທນນັບແຕ່ປີ 2018 ເປັນຕົ້ນມາ ແລະ ມີສະມາຊິກອີກ 12 ທ່ານ.

   ແນວໃດກໍຕາມ ໄລຍະທີ່ຜ່ານມາ ກໍໄດ້ມີການເຄື່ອນໄຫວຫຼາຍໆຢ່າງ ເປັນຕົ້ນແມ່ນການຈັດການແຂ່ງຂັນກີລາເພາະກາຍ ຊີງແຊັມປະເທດລາວ ປະຈໍາປີ 2015 2017 2018 ແລະ 2019 ສ່ວນລາຍການລະດັບນາໆຊາດເຄີຍຈັດແຂ່ງຂັນທີ່ ສປປ ລາວ ໃນປີ 2018 ທີ່ສູນການຄ້າລາວໄອເຕັກມໍ ຊັ້ນ 7 ແລະ ຜົນງານງານທີ່ໂດດເດັ່ນທີ່ສຸດ ຄືການຄວ້າອັນດັບ 3 ຈາກປເພດຍິງຫຸ່ນງາມ ລວງສູງບໍ່ເກີນ 160 ຊັງຕີແມັດ ແລະ ອັນດັບ 4 ຂອງໂລກໃນເພາະຊາຍຫຸ່ນງາມ ໃນການແຂ່ງຂັນເພາະກາຍຊີງແຊັມໂລກ 2018 ທີ່ປະເທດໄທ ໂດຍມີເຖິງ 51 ປະເທດເຂົ້າຮ່ວມ ພິເສດ ຜົນໄດ້ຮັບຈາກ 6 ປີທີ່ຜ່ານມາ ແມ່ນຂະບວນການອອກກໍາລັງກາຍເຕີບໃຫຍ່ຂະຫຍາຍຕົວ ເຊິ່ງມັນສະແດງໃຫ້ເຫັນວ່າປີ 2015 ມີສູນອອກກໍາລັງກາຍ 25 ແຫ່ງໃນທົ່ວປະເທດ ແຕ່ມາເຖິງປັດຈຸບັນ ມີສູນອອກກໍາລັງກາຍຫຼາຍກວ່າ 80 ແຫ່ງໃນທົ່ວປະເທດ.

# ຂ່າວ – ພາບ : ສີພອນ

error: Content is protected !!