ລາວ-ກູບາ ເສີມຂະຫຍາຍການຮ່ວມມືສອງຝ່າຍ

    ກອງປະຊຸມພົບປະ ລະຫວ່າງບັນດາກະຊວງກ່ຽວຂ້ອງຂອງ ສປປ ລາວ ແລະ ສ ກູບາ ຈັດຂຶ້ນວັນທີ 3 ຕຸລາ 2022 ທີ່ໂຮງແຮມແລນມາກ ລີເວີໄຊ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງສະຫາຍ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ແລະ ສະຫາຍ Rodrigo Malmierca Díaz ລັດຖະມົນຕີການຄ້າ ແລະ ການລົງທຶນຕ່າງປະເທດແຫ່ງ ສ ກູບາ ມີບັນດາລັດຖະມົນຕີ ຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມ.

    ການພົບປະຄັ້ງນີ້ ຈັດຂຶ້ນໃນທ່າມກາງບັນຍາກາດອັນດີ ທີ່ເຕັມໄປດ້ວຍໄມຕິຈິດມິດຕະພາບ  ແລະ ມີຄວາມໝາຍສໍາຄັນປະຫວັດສາດ ໃນໂອກາດທີ່ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ (Manuel Marrero Cruz) ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ກູບາ ພ້ອມດ້ວຍຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 2-4 ຕຸລາ 2022.

    ໃນໂອກາດນີ້ ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນນໍາກັນຢ່າງກົງໄປກົງມາໃນຫຼາຍຂົງເຂດການຮ່ວມມືຂອງສອງປະເທດ ເປັນຕົ້ນ ວຽກງານການຮ່ວມມືໃນຂົງເຂດການຄ້າ ການລົງທຶນ ການສຶກສາ ແລະ ກີລາ ກະສິກໍາ-ປ່າໄມ້ ແລະ ຂົງເຂດກ່ຽວຂ້ອງອື່ນໆ ການພົບປະລະຫວ່າງກະຊວງກ່ຽວຂ້ອງ ລາວ-ກູບາ ໃນຄັ້ງນີ້ ແມ່ນຜັນຂະຫຍາຍຜົນຂອງການພົບປະລະຫວ່າງສອງນາຍົກລັດຖະມົນຕີ ລາວ-ກູບາ ໃນວັນທີ 2 ຕຸລາ 2022 ສິ່ງສໍາຄັນ ແມ່ນລົງເລິກແລກປ່ຽນບົດຮຽນຕົວຈິງ ແລະ ວິທີການຈັດຕັ້ງປະຕິບັດທິດຊີ້ນໍາຕ່າງໆເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍບັນດາເນື້ອໃນຈິດໃຈທີ່ສອງຝ່າຍໄດ້ຕົກລົງຮ່ວມກັນແລ້ວນັ້ນໃຫ້ເກີດດອກອອກຜົນຕົວຈິງຍິ່ງຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ນອກຈາກນັ້ນ ການພົບປະຄັ້ງນີ້ ຍັງເປັນໂອກາດອັນດີໃຫ້ແກ່ພາກສ່ວນກ່ຽວຂ້ອງຂອງສອງປະເທດ ສືບຕໍ່ເສີມຂະຫຍາຍການຮ່ວມມືສອງຝ່າຍ ເຊິ່ງຍັງມີບາງຈຸດຈະຕ້ອງໄດ້ປັບປຸງໃຫ້ສອດຄ່ອງຕາມສະພາບຕົວຈິງ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າໃຫ້ນັບມື້ມີຄວາມເຂັ້ມແຂງ ແລະ ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກເປັນກ້າວໆ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!