ສປປ ລາວ ເປັນເຈົ້າພາບກອງປະຊຸມຄະນະກໍາມະການລະບົບຊໍາລະສະສາງອາຊຽນ

    ກອງປະຊຸມຄະນະກໍາມະການລະບົບຊໍາລະສະສາງອາຊຽນ (WC-PSS) (WC-PSS) ຄັ້ງທີ 25 ຈັດ ຂຶ້ນວັນທີ 30 ກັນຍາ 2022 ຜ່ານມາ ຢູ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເຊິ່ງເປັນຄັ້ງທໍາອິດທີ່ທະນາຄານແຫ່ງ ສປປ ລາວ (ທຫລ) ກໍຄື ສປປ ລາວ ຮັບເປັນເຈົ້າພາບກອງປະຊຸມຄະນະກໍາມະການລະບົບ ຊໍາລະສະສາງອາຊຽນ.

    ຄະນະກໍາມະການລະບົບຊໍາລະສະສາງອາຊຽນ (ASEAN Central Banks Working Committee on Payment and Settlement Systems:WC-PSS) ເຊິ່ງເປັນ 1 ໃນ 7 ຄະນະກໍາມະການວຽກງານການເຊື່ອມໂຍງຂະແໜງການເງິນອາຊຽນ ຄະນະກໍາມະການລະບົບຊໍາລະສະສາງອາ ຊຽນ ເກີດຂື້ນຄັ້ງທໍາອິດໃນກອງປະຊຸມຜູ້ວ່າການລະດັບສູງອາຊຽນໃນເດືອນເມສາ 2010 ທີ່ປະເທດຫວຽດ ນາມ ໂດຍມີຈຸດປະສົງເພື່ອພັດທະນາ ແລະ ຍົກລະດັບລະບົບການຊໍາລະສະສາງຂອງບັນດາປະເທດສະມາຊິກອາຊຽນ ເຊື່ອມໂຍງລະບົບການຊໍາລະຂອງບັນດາປະເທດສະມາຊິກອາຊຽນ ອີງຕາມທີ່ໄດ້ລະບຸໄວ້ໃນແຜນການພັດທະນາເສດຖະກິດອາຊຽນປີ 2015.

    ໃນປີນີ້ ກອງປະຊຸມຄະນະກໍາມະການລະບົບຊໍາລະສະສາງອາຊຽນ (WC-PSS) ຄັ້ງທີ 25 ແມ່ນຖືກຮອບວຽນການເປັນປະທານຮ່ວມລະຫວ່າງທະນາຄານແຫ່ງປະເທດໄທ ແລະ ທະນາຄານແຫ່ງລັດຫວຽດນາມ ເຊິ່ງຕາງໜ້າໂດຍທ່ານ ປາຣິວັດ ການິດທາເສນ (Mr.Pariwat Kanithasen) ຮອງຫົວໜ້າກົມນະໂຍບາຍລະບົບຊໍາລະ ທະນາຄານແຫ່ງປະເທດຊາດໄທ ແລະ ທ່ານ ເລ ແອັງ ຢຸງ (Mr.Le Anh Dung)  ຮອງຫົວໜ້າກົມຊໍາລະສະສາງ ທະນາຄານແຫ່ງລັດຫວຽດນາມ ມີຜູ້ເຂົ້າຮ່ວມກອງປະຊຸມຈາກທະນາຄານກາງຂອງບັນດາປະເທດສະມາຊິກອາຊຽນ ກອງເລຂາອາຊຽນ ແລະ ພາກສ່ວນທີ່່ກ່ຽວຂ້ອງເຊັ່ນ:ສະມາຄົມທະນາຄານອາຊຽນ ບັນດາອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນສາກົນ ສໍາລັບທະນາຄານແຫ່ງ ສປປ ລາວ ຕາງໜ້າເຂົ້າຮ່ວມໃນກອງປະຊຸມ WC-PSS ນໍາໂດຍທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ພ້ອມດ້ວຍຄະນະ ກອງປະຊຸມໄດ້ດໍາເນີນໄປເປັນເວລາ 1 ວັນ ຈັດໃນຮູບແບບຊ່ອງໜ້າ ແລະ ທາງໄກໄປຄຽງຄູ່ກັນ..

# ຂ່າວ – ພາບ :  ຊິລິການດາ

error: Content is protected !!