ມອບໃບຕາດິນໃຫ້ປະຊາຊົນ 4 ບ້ານ ເມືອງຫາດຊາຍຟອງ

    ໂຄງການອອກໃບຕາດິນເປັນລະບົບ ໃບຕາດິນຖາວອນຂອບທອງ ໄລຍະທີ III ຂອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງປະຕິບັດ ແລະ ກຳລັງມີການດຳເນີນຢູ່ໃນຈຳນວນ 4 ບ້ານ ໃນເຂດ 7 ສີມມະໂນ ປະກອບມີ ບ້ານຄວາຍແດງ ສິມມະໂນເໜືອ ສິມມະໂນໃຕ້ ແລະ ບ້ານນາລ້ອງ ປັດຈຸບັນ ໂຄງການດັ່ງກ່າວໃກ້ຈະສຳເລັດແລ້ວ ພາຍຫຼັງທີ່ໄດ້ຮັບການລົງກວດກາວັດແທກຕາມເນື້ອທີ່ຕອນດິນຂອງພໍ່ແມ່ປະຊາຊົນ ຈາກຄະນະກຳມະການຈັດປະເພດທີ່ດິນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອກະກຽມໃນຂັ້ນຕອນການອອກໃບຕາດິນໃຫ້ເປັນລະບົບ ຕາມໂຄງການຂອງລັດຖະບານທີ່ໄດ້ຕັ້ງເປົ້າເອົາໄວ້ ຄາດວ່າຈະໃຫ້ສຳເລັດພາຍໃນປີ 2023 ຢ່າງຊ້າທົ່ວປະເທດ ອາດບໍ່ໃຫ້ກາຍປີ 2025.

   ວັນທີ 3 ຕຸລາ 2022 ທີ່ຫ້ອງການບ້ານສິມມະໂນເໜືອ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຫາດຊາຍຟອງ ຈັດພິທີມອບ-ຮັບໃບຕາດິນຈຳນວນທັງໝົດ 344 ຕອນ ໃນນັ້ນ ເປັນລະບົບ 238 ຕອນ ແລະ ສະເພາະ 106 ຕອນ ໃຫ້ກັບປະຊາຊົນພາຍໃນ 4 ບ້ານ ໂດຍການມອບຂອງທ່ານ ຖາວອນ ສີຫາມາຍາ ຮອງເຈົ້າເມືອງຫາດຊາຍຟອງ ມີຕາງໜ້າຈາກພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ທ່ານ ລຳເພັດ ຄຳຄໍ້ຮົມພັນ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ເມືອງຫາດຊາຍຟອງ ພ້ອມພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນເຂົ້າຮ່ວມD

    ທ່ານ ລຳເພັດ ຄຳຄໍ້ຮົມພັນ ໄດ້ກ່າວວ່າ: ໂຄງການອອກໃບຕາດິນຢູ່ເມືອງຫາດຊາຍຟອງ ໃນໄລຍະປີ 2014-2015 ໄດ້ເລີ່ມຢູ່ໃນເຂດ 1 ຫາ ເຂດ 5 ຕົກມາຮອດປີ 2017 ຈຶ່ງໄດ້ເລີ່ມສຸມໃສ່ອອກໃບຕາດິນເປັນລະບົບຢູ່ເຂດ 6 ແລະ ເຂດ 7 ຢ່າງເປັນຂະບວນການ ຜ່ານມາ ການອອກໃບຕາດິນແມ່ນມີຄວາມຊັກຊ້າ ໃຊ້ເວລາດົນເກີນກຳນົດ ແຕ່ໃນຄວາມເປັນຈິງແລ້ວ ແມ່ນໄດ້ພົບບັນຫາ ແລະ ມີຄວາມຫຍຸ້ງຍາກຫຼາຍປະການ ສ່ວນໜຶ່ງກໍເກີດຈາກລະບົບການປ່ຽນແປງຂອງໂປຣແກຣມ ລວມທັງດ້ານວິຊາສະເພາະຈາກຂັ້ນເທິງ ແລະ ຄວາມຖືເບົາຂອງພະນັກງານຈຳນວນໜຶ່ງ ຈຶ່ງເຮັດໃຫ້ການອອກໃບຕາດິນບໍ່ເປັນໄປຕາມລະບົບ ແລະ ເຮັດໃຫ້ມີຄວາມຊັາຊ້າໄປຕາມກັນ ປັດຈຸບັນ ການອອກໃບຕາດິນໄດ້ຫັນໄປສູ່ລະບົບໃໝ່ທີ່ທັນສະໄໝ ວ່ອງໄວ ການຈັດປະເພດສິດນຳໃຊ້ທີ່ດິນຕ້ອງບຸກທະລຸໃຫ້ໄດ້ ເພື່ອແກ້ໄຂຂໍ້ຄົງຄ້າງ ແລະ ບັນຫາຫາງສຽງຂອງສັງຄົມທີ່ເປັນພາບພົດບໍ່ດີ ພ້ອມທັງໄດ້ວາງນະໂຍບາຍເຊັ່ນ: ການເກັບຄ່າວັດແທກ ຄ່າບໍລິການ ແລະ ຄ່າໃຊ້ຈ່າຍຕ່າງໆ ໄດ້ຜ່ານລະບົບປະຕູດຽວການຄຸ້ມຄອງລາຍຮັບ-ລາຍຈ່າຍມີຄວາມໂປ່ງໃສ ສາມາດກວດສອບໄດ້ ພ້ອມນີ້ ຍັງຫ້າມບໍ່ໃຫ້ພະນັກງານເກັບຄ່າບໍລິການເກີນອັດຕາທີ່ຂັ້ນເທິງກຳນົດໄວ້ ແນໃສ່ສ້າງຄວາມເຊື່ອໝັ້ນ ແລະ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວມີປະສິດທິຜົນ ເຮັດໂຄງການອອກໃບຕາດິນຢູ່ເມືອງຫາດຊາຍຟອງໄດ້ສືບຕໍ່ ແລະ ບຸກທະລຸໃຫ້ສຳເລັດຕາມແຜນການ ແລະ ຄາດໝາຍທີ່ວາງອອກ ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ປະຊາຊົນໃນເຂດດັ່ງກ່າວທີ່ມີດິນແຕ່ຍັງບໍ່ທັນມີໃບຕາດິນ ກໍໃຫ້ຮີບຮ້ອນເຂົ້າມາພົວພັນເພື່ອໃຫ້ໄດ້ອອກໃບຕາດິນ ເພາະໃນໄລຍະນີ້ ມີຄ່າໃຊ້ຈ່າຍພຽງແຕ່ 170.000 ກີບ ຕໍ່ຕອນ ແຕ່ຖ້າຫາກວ່າໂຄງການດັ່ງກ່າວໄດ້ສໍາເລັດ ກໍຈະເຫຼືອພຽງແຕ່ສະເພາະຕອນ ແລະ ກໍຈະມີຄ່າໃຊ້ຈ່າຍທີ່ແພງກວ່າປະມານ 400.000 ກີບຕໍ່ຕອນ ສ່ວນໃນຕໍ່ໜ້າ ການອອກໃບຕາດິນຈະມີຄວາມວ່ອງໄວກວ່າເກົ່າ ເນື່ອງຈາກວ່າທາງກະຊວງ ແລະ ພະແນກ ແມ່ນໄດ້ມອບໂອນມາໃຫ້ເມືອງເປັນຜູ້ເຊັນອອກໃບຕາດິນ ເຊິ່ງເລີ່ມແຕ່ເດືອນກັນຍາປີ 2022 ເປັນຕົ້ນມາ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!