ສປຊ ແລະ ອົງການຈັດຕັ້ງສາກົນພາຍໃນ ສປປ ລາວ ປະກອບສ່ວນບໍລິຈາກເລືອດ

    ໃນລະຫວ່າງ ວັນທີ 29 ກັນຍາ ຫາ 1 ຕຸລາ 2022 ຢູ່ທີ່ອົງການສະຫະປະຊາຊາດ (ສປຊ) ປະຈຳ ສປປ ລາວ ໄດ້ຈັດກິດຈະກຳຮັບບໍລິຈາກເລືອດຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ຮສ ດຮ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ມີບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ສະຖານທູດ ແລະ ພະນັກງານເຂົ້າຮ່ວມ.

    ການບໍລິຈາກເລືອດໃນຄັ້ງນີ້ ເພື່ອແນໃສຊ່ວຍເຫຼືອປະຊາຊົນທີ່ກຳລັງປິ່ນປົວໃນການນຳໃຊ້ເລືອດ ທັງເປັນການກະກຽມ ແລະ ສະໜອງເລືອດໃຫ້ພຽງພໍຕາມຄວາມຕ້ອງການ ເຊິ່ງໃນໄລຍະນີ້ ກໍເປັນໄລຍະລະດູຝົນ ແມ່ນການແຜ່ລະບາດຂອງພະຍາດໄຂ້ເລືອດອອກ ນອກຈາກນັ້ນ ຍັງມີຄົນເຈັບທີ່ຕ້ອງການຟອກໝາກໄຂ່ຫຼັງ ອຸບັດເຫດ ຜ່າຕັດ ແລະ ອື່ນໆ ທີ່ນຳໃຊ້ເລືອດເຂົ້າໃນການປິ່ນປົວ ການບໍລິຈາກເລືອດໃນຄັ້ງນີ້ ມີຜູ້ບໍລິຈາກເລືອດທັງໝົດ 63 ຄົນ ໄດ້ເລືອດຕົວຈິງ 63 ຖົງ.

    ໂອກາດນີ້ ທ່ານ ດຣ ຈັນທະລາ ສຸກສາຄອນ ໄດ້ກ່າວສະແດງຄວາມຂອບໃຈນຳອົງການຈັດຕັ້ງທຸກ ພາກສ່ວນ ລວມທັງບຸກຄົນທົ່ວໄປ ທີ່ໃຫ້ການປະກອບສ່ວນບໍລິຈາກເລືອດ ເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ ແລະ ຮຽກຮ້ອງມາຍັງບັນດາທ່ານຜູ້ໃຈບຸນທັງຫຼາຍ ຈົ່ງພ້ອມກັນປະກອບສ່ວນບໍລິຈາກເລືອດ ເນື່ອງຈາກໄລຍະນີ້ ສຖາບັນເລືອດ ກໍຄືສູນເລືອດທົ່ວປະເທດຂາດເຂິນເລືອດເພື່ອຕອບສະໜອງໃຫ້ກັບສັງຄົມ ເພາະສະນັ້ນ ຈຶ່ງ ຂໍຄວາມຮ່ວມມືທຸກພາກສ່ວນໃນສັງຄົມ ຈະເປັນລວມໝູ່ ແລະ ບຸກຄົນ ຈົ່ງຮ່ວມກັບປະກອບສ່ວນເພື່ອປະຕິບັດ ໜ້າທີ່ທາງດ້ານມະນຸດສະທຳ ເພາະມີແຕ່ເລືອດຂອງທ່ານເທົ່ານັ້ນທີ່ຈະຊ່ວຍຊີວິດໃຫ້ຄົນປວຍຜູ້ເຈັບເປັນ ມີຊີວິດລອດ.

error: Content is protected !!