ເລືອກປະກອບອາຊີບທີ່ຕົນມັກ ຈາກພະນັກງານບັນຊີ ກາຍເຈົ້າຂອງຮ້ານຜ້າໄໝ

    ຜ້າໄໝລາວ ເປັນຜະລິດຕະພັນໜຶ່ງທີ່ໄດ້ຮັບຄວາມນິຍົມ ແລະ ກາຍເປັນທີ່ຮູ້ຈັກຢ່າງກວ້າງຂວາງຂອງສັງຄົມທັງພາຍໃນ ກໍຄືຕ່າງປະເທດ ເຊິ່ງການຮູ້ຈັກດັ່ງກ່າວ ແມ່ນຜ່ານຫຼາຍທາງເຊັ່ນ ການນຸ່ງຖື ວັດທະນະທຳລາວ ເຄື່ອງແຟຊັ່ນຕ່າງໆ ປັດຈຸບັນໄດ້ມີນັກອອກແບບຈຳນວນໜຶ່ງທີ່ພະຍາຍາມນຳເອົາຜ້າແພທີ່ເປັນຜະລິດຕະພັນຂອງຄົນລາວມາຜະລິດເປັນເຄື່ອງແຟຊັ່ນໃຫ້ຕ່າງປະເທດຮັບຮູ້ ແລະ ຊົມໃຊ້. 

    ທ່ານນາງ ວິຍານຸດ ໄພຈິດ ເຈົ້າຂອງຮ້ານວິຍາຜ້າໄໝ ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ສຳພາດວັນທີ 10 ມິຖຸນາ 2020 ວ່າ ເມື່ອກ່ອນຕົນເຮັດວຽກເປັນບັນຊີຢູ່ໂຮງແຮມແຫ່ງໜຶ່ງ ເຊິ່ງການເຮັດວຽກຢູ່ຫ້ອງການເປັນເວລາດົນ ອາດຈະເຮັດໃຫ້ເມື່ອຍ ຫຼັງຈາກນັ້ນກໍມີຄວາມຄິດຢາກປ່ຽນໄປປະກອບອາຊີບອື່ນ ຈຶ່ງຄິດວ່າຈະໄປຮຽນຫຍັງທີ່ສາມາດປະກອບອາຊີບເປັນອິດສະຫຼະ ຈຶ່ງໄດ້ຕັດສິນໃຈໄປຮຽນຕັດເຄື່ອງ ອອກແບບແຟຊັ່ນຕ່າງໆກັບຄົນຮູ້ຈັກ ພ້ອມທັງຮຽນຮູ້ຈາກຢູທູບ ເນື່ອງຈາກວ່າຕົນເອງມັກໃນດ້ານນີ້ ຫຼັງຈາກຮຽນປະມານ 2-3 ເດືອນກໍເລີ່ມຮຽນເປັນ ແລ້ວມາຕັດຢູ່ເຮືອນ ທັງຕັດທັງຮຽນຮູ້ ແລະ ເຮັດວຽກໄປນຳ ເມື່ອເຮັດມາໄດ້ໄລຍະໜຶ່ງ ເຫັນວ່າຕົນເອງມັກ ຈຶ່ງເລືອກການຕັດເຄື່ອງເປັນອາຊີບຫຼັກ ມາຮອດທ້າຍປີ 2017 ຈຶ່ງໄດ້ເປີດເປັນຮ້ານຮັບຕັດເຄື່ອງທົ່ວໄປ ຫຼັງຈາກນັ້ນ ຈຶ່ງມີຄວາມຄິດຢາກນຳເອົາຜ້າຝ້າຍທີ່ຜະລິດຈາກຊົນເຜົ່າຂອງແຂວງເຊກອງມາປະຜະລິດເປັນເຄື່ອງແຟຊັ່ນຕ່າງໆ ເຫັນວ່າລູກຄ້າໃຫ້ຄວາມສົນໃຈ ໂດຍສະເພາະແມ່ນຄົນຕ່າງປະເທດ ແລະ ຄົນລາວຈຳນວນໜຶ່ງ. 

    ໄລຍະຜ່ານມາ ກໍໄດ້ມີໂອກາດອອກແບບເຄື່ອງນຸ່ງໃຫ້ນາງແບບໃສ່ໃນການເດີນແບບຕາມງານຕ່າງໆ ໂດຍຈະເນັ້ນການອອກແບບລາວປະຍຸກ ເຊິ່ງການອອກແບບຈະເນັ້ນໃສ່ຄວາມໂດດເດັ່ນເປັນເອກະລັກສະເພາະຂອງຕົນ ຄວາມເໝາະສົມຂອງຜູ້ທີ່ຈະໃສ່ ຫຼື ຄວາມຕ້ອງການຂອງລູກຄ້າ ນອກຈາກບໍລິການຕັດເຄື່ອງນຸ່ງແລ້ວ ຍັງໄດ້ນຳເອົາຜ້າຝ້າຍມາຜະລິດເປັນເກີບອີກດ້ວຍ ສຳລັບຄ່າບໍລິການຕັດເຄື່ອງ ເລີ່ມຕົ້ນ 800 ບາດ ຫຼື 200.000 ກວ່າກີບ ອີງຕາມແບບຂອງເຄື່ອງ ສ່ວນເກີບແມ່ນຄູ່ລະ 300.000 ກີບ ການນຳເອົາຜ້າຝ້າຍລາວມາຜະລິດເປັນເຄື່ອງນຸ່ງຕ່າງໆ ເປັນການສົ່ງເສີມຜະລິດຕະພັນລາວ ແລະ ສ້າງລາຍໄດ້ໃຫ້ປະຊາຊົນອີກດ້ວຍ. 

    ເພື່ອເປັນການເປີດກວ້າງດ້ານການຕະຫຼາດໃຫ້ສັງຄົມຮັບຮູ້ຫຼາຍຂຶ້ນ ໃນຕໍ່ໜ້າ ຈະສືບຕໍ່ພັດທະນາຜະລິດຕະພັນຂອງຕົນໃຫ້ມີຫຼາຍຮູບແບບ ສາມາດຕອບສະໜອງກັບຄວາມຕ້ອງການຂອງລູກຄ້າ ແນວໃດກໍຕາມ ກ່ອນຈະເຮັດໃຫ້ການຕະຫຼາດມີການຂະຫຍາຍຕົວ ກໍຕໍ່ເມື່ອລູກຄ້າໃຫ້ການສະໝັບສະໜູນ ແລະ ຫັນມາໃຊ້ຜະລິດຕະພັນລາວໃຫ້ນັບມື້ຫຼາຍຂຶ້ນ ທ່ານໃດຕ້ອງການ ສາມາດໃຊ້ບໍລິການໄດ້ ຮ້ານຕັ້ງຢູ່ບ້ານບຶງຂະຫຍອງ ທາງຫຼັງເດີ່ນດອກປີກໄກ່ໃນຮົ່ມ.

# ຂ່າວ & ພາບ: ອົ່ນ ໄຟສົນທອງ

error: Content is protected !!