JICA ຊ່ວຍເຫຼືອອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ໃນການພັດທະນາຊັບພະຍາກອນມະນຸດ

    ພິທີມອບ-ຮັບຮ້ານອາຫານ ແລະ ລົດຕູ້ ໄດ້ຈັດຂຶ້ນວັນທີ 12 ມິຖຸນາ 2020 ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ຕາງໜ້າມອບຂອງທ່ານ Yoshiharu Yoneyama ຜູ້ຕາງໜ້າອົງການໄຈກາປະຈຳລາວ (JICA) ຕາງໜ້າຮັບຂອງທ່ານ ບຸນລ້ວນ ດ້ວງເງິນ ຜູ້ອຳນວຍສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ມີທ່ານ ສົມສີ ຍໍພັນໄຊ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ. 

    ອົງການ JICA ໄດ້ມອບຮ້ານອາຫານ ແລະ ລົດຕູ້ ໃຫ້ກັບສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ເພື່ອປະກອບສ່ວນອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ວຽກງານໃນການພັດທະນາຊັບພະຍາ ກອນມະນຸດ ແລະ ສົ່ງເສີມຄວາມເຂົ້າໃຈເຊິ່ງກັນ ແລະ ກັນຂອງສອງຊາດລາວ-ຍີ່ປຸ່ນ ເຊີ່ງຍາມໃດອົງການ JICA ກໍໄດ້ໃຫ້ການຊ່ວຍເຫຼືອສະຖາບັນລາວ-ຍີ່ປຸ່ນ ກໍຄືມະຫາວິທະຍາໄລແຫ່ງຊາດຕະຫຼອດມາ. 

    ສະຖາບັນຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ໃນນາມເປັນອົງປະກອບໜຶ່ງຂອງມະຫາວິທະຍາໄລແຫ່ງຊາດ ແລະ ພາຍໃຕ້ການສະໜັບສະໜູນຈາກອົງການ JICA ທີ່ໄດ້ເອົາໃຈໃສ່ສົ່ງເສີມການຮ່ວມມື ແລະ ໄປຄຽງຄູ່ກັບການເຮັດໜ້າທີ່ພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້ທາງດ້ານທິດສະດີ ຕິດພັນກັບຕົວຈິງ  ແລະ  ເຮັດໜ້າທີ່ການຄົ້ນຄວ້າວິທະຍາສາດທີ່ສາມາດນຳໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເວົ້າລວມ ເວົ້າສະເພາະແມ່ນການພັດທະນາຄວາມເຂັ້ມແຂງຂອງພາກທຸລະກິດລາວ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!