ການສົນທະນາທາງໂທລະສັບ ລະຫວ່າງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ສ.ອິນເດຍ

    ໃນວັນທີ 12 ມິຖຸນາ 2020 ທີ່ສຳນັກງານນາຍົກລັດຖະມົນຕີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບ ກັບທ່ານ ນາເຣັນດຣາ ໂມດີ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ອິນເດຍ ເພື່ອຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ.

     ໃນການສົນທະນາດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີທີ່ໄດ້ມີໂອກາດສົນທະນາຜ່ານທາງໂທລະສັບກັບທ່ານ ນາເຣັນດຣາ ໂມດີ ພາຍຫຼັງທີ່ໄດ້ພົບກັບພະນະທ່ານໃນປີ 2018 ເວລາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອິນເດຍ ທີ່ ນິວແດນລີ ໂອກາດນີ້ ທ່ານ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ທີ່ໄດ້ຮັບການເສີມຂະຫຍາຍເປັນຢ່າງດີຕະຫຼອດໄລຍະເວລາ 64 ປີ (02.02.1956-02.02.2020) ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດຜ່ານມາ ເຫັນໄດ້ຈາກການນໍາຂັ້ນສູງຂອງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນຮັດແໜ້ນສາຍພົວພັນທີ່ດີໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ໃນປີ 2021 ນີ້ ຈະເປັນປີຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ອິນເດຍ ສອງປະເທດຈະໄດ້ຮ່ວມກັນຈັດກິດຈະກຳເພື່ອສະເຫຼີມສະຫຼອງປີສຳຄັນດັ່ງກ່າວໃຫ້ມີຄວາມໝາຍສໍາຄັນ ແລະ ສ່ອງແສງໃຫ້ເຫັນເຖິງມູນເຊື້ອແຫ່ງການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດ.

    ໃນໂອກາດດຽວກັນນີ້ ສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບບັນຫາທີ່ສໍາຄັນຮ່ວມກັນຕື່ມອີກດ້ວຍ.

error: Content is protected !!