ສຳເລັດຍົກລະດັບຄວາມຮູ້ດ້ານທິດສະດີ ໃຫ້ເລຂາພັກບ້ານ ເມືອງໄຊທານີ

      ພິທີປິດຊຸດຮຽນທິດສະຕິການເມືອງ-ການປົກຄອງບຳລຸງໄລຍະສັ້ນ ໃຫ້ເລຂາ-ຮອງເລຂາພັກບ້ານ ນາຍບ້ານ-ຮອງນາຍບ້ານຮຸ່ນທີ XVIII ຂອງເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ຊຸດທີ III ຈັດຂຶ້ນວັນທີ 30 ກັນຍາ 2022 ຢູ່ສະໂມສອນເມືອງດັ່ງກ່າວ ໂດຍມີສະຫາຍ ຊົງເລົ່າ ຢົງນູ່ ກຳມະການປະຈຳພັກ ຫົວໜ້າຄະນະໂຄສະນາອົບຮົມ ນວ ສະຫາຍ ໜູກີ ສີຫາລາດ ຮັກສາການຮອງເລຂາພັດເມືອງໄຊທານີ ສະຫາຍ ວຽງພອນ ແກ້ວຄູນສີ ກຳມະການພັກ ຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 ການຝຶກອົບຮົມຊຸດນີ້ ປະຕິບັດຕາມທິດຊີ້ນໍາຂອງຄະນະປະຈໍາພັກນະຄອນຫຼວງວຽງຈັນ, ຄະນະນໍາສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍການຮ່ວມມືລະຫວ່າງໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ກັບອົງການປົກຄອງເມືອງໄຊທານີ ໄດ້ເປີດເຝີກອົບຮົມທິດສະດີການເມືອງການປົກຄອງບຳລຸງໄລຍະສັ້ນ ຊຸດທີ III ແຕ່ວັນທີ 17 ສິງຫາ 2022 ເພື່ອເປັນການຍົກສູງຄວາມຮູ້ທິດສະດີການເມືອງ-ການປົກຄອງ ແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດໃຫ້ຄະນະໜ່ວຍພັກ ອົງການປົກຄອງບ້ານ ມີຄຸນທາດການເມືອງໜັກແໜ້ນ ເຊື່ອໝັ້ນຕໍ່ການນຳພາຂອງພັກ ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ ມີຄວາມຫ້າວຫັນເປັນແບບຢ່າງທຸກວຽກງານໃນການປະຕິບັດໜ້າທີ່ການເມືອງ ສາມາດຈັດຕັ້ງຜັນຂະຫຍາຍ ຢູ່ຂັ້ນບ້ານໃຫ້ມີຄຸນນະພາບສູງຂຶ້ນຕາມຄວາມຮຽກຮ້ອງຕ້ອງການແຕ່ໄລຍະ ການເຝີກອົບຮົມຊຸດນີ້ ໄດ້ສໍາເລັດຕາມໂຄງການຫຼັກສູດ 10 ວັນ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດວາງອອກ ເພື່ອແນໃສ່ຈັດຕັ້ງຜັນຂະຫຍາຍມະຕິ​ກອງປະຊຸມ​ໃຫຍ່​ຄັ້ງທີ​VII  ຂອງ​ອົງ​ຄະນະພັກ​ ນວ ໃຫ້ປາກົດຜົນເປັນຈິງ.

     ຕະຫຼອດ​ໄລຍະການເຝີກອົບຮົມ ນັກສືກສາໄດ້ຮຽນທັງ 4 ພາກ ປະກອບມີ 26 ບົດຄື:  ພາກແນວທາງລວມ ມີ 5 ບົດ 10 ຊົ່ວໂມງ ເທົ່າກັບ 10,94% ເພີ່ມໃໝ່ 1 ບົດ (ມະຕິວ່າດ້ວຍການພັດທະນາ ນະຄອນຫຼວງວຽງຈັນໃນໄລຍະໃໝ່) ພາກວຽກງານການນຳພາຂອງພັກ ມີ 7 ບົດ 25  ຊົ່ວໂມງ ເທົ່າກັບ 20,21% ພາກວຽກງານປົກຄອງ ແລະ ບໍລິຫານ ວຽກງານຈຸດສຸມຂອງນະຄອນຫຼວງ ມີ 60 ບົດ 20 ຊົ່ວໂມງ ເທົ່າກັບ 89,47% ພາກມະຕິຂອງພັກ ແລະ ວຽກງານຈຳເປັນຂອງ ນວ ມີ 7 ບົດ 25 ຊົ່ວໂມງ ເທົ່າກັບ 26,31% ລວມຊົ່ວໂມງຮ່ຳຮຽນ 99 ຊົ່ວໂມງ ທຽບໃສ່ແຜນການ ປະຕິບັດໄດ້ 100% ທຽບໃສ່ຫຼັກສູດເພີ່ມຂຶ້ນ 36,84% ຄູ-ອາຈານສອນ ແຕ່ລະທ່ານ ໄດ້ແຕ່ງບົດສອນ ແລະ ຂຶ້ນຫ້ອງບັນລະຍາຍຕາມຕາຕະລາງ ໄດ້ໝູນໃຊ້ຫຼາຍວິທີໃນການສິດສອນ ເພື່ອສົ່ງຄວາມຮູ້ໃຫ້ໄດ້ດີທີ່ສຸດ ພ້ອມນີ້ ຄະນະຮັບຜິດຊອບ ຂະແໜງການຕ່າງໆ ຂອງໂຮງຮຽນ ໄດ້ເອົາໃຈໃສ່ຕິດຕາມການຂຶ້ນບັນຍາຍຂອງຄູ-ອາຈານ ແລະ ການຂຶ້ນຫ້ອງຂອງນັກສຶກສາໃຫ້ຖືກຕ້ອງຕາມຕາຕະລາງ ແລະ ກົດລະບຽບຂອງໂຮງຮຽນວາງອອກ.

# ຂ່າວ – ພາບ : ລັດເວລາ

error: Content is protected !!