ສ້າງຂະບວນການສະກັດກັ້ນ ຕ້ານຢາເສບຕິດ ແລະ ການສ້າງບ້ານປອດຢາເສບຕິດ

    ວັນທີ 30 ກັນຍາ 2022 ປກສ ກຸ່ມ 1 ວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສ້າງຂະບວນການວຽກງານກໍ່ສ້າງຮາກຖານການເມືອງ ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ປະເມີນຄອບຄົວບ້ານປອດຢາເສບຕິດ ແລະ ບ້ານປ້ອງກັນຄວາມສະຫງົບດີ ແຕ່ປີ 2021-2023 ຂຶ້ນທີ່ບ້ານມີໄຊ ເມືອງຈັນທະບູລີ ນວ ເຂົ້າຮ່ວມໃນພິທີ ມີທ່ານນາງ ໄຊສົມບັດ ວົງພັກດີ ຄະນະພັກເມືອງ ຫົວໜ້າຫ້ອງການເງິນເມືອງຈັນທະບູລີ ທ່ານ ພັນໂທ ມີໄຊ ໄຊຍະສານ ຮອງຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ພ້ອມນາຍບ້ານ 6 ບ້ານພາຍໃນກຸ່ມ 1 ວັດຈັນ ພໍ່ ແມ່ປະຊາຊົນ ກຸ່ມເປົ້າໝາຍ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

    ທ່ານ ເຫຼັກ ພິລາວົງ ຮອງນາຍບ້ານມີໄຊ ໄດ້ກ່າວໃນພິທີບາງຕອນວ່າ: ແຜນການສ້າງຂະບວນການສະກັດກັ້ນ ຕ້ານຢາເສບຕິດ ແລະ ການສ້າງບ້ານປອດຢາເສບຕິດຂອງບ້ານມີໄຊ ຈຸດປະສົງຫຼັກ ເພື່ອໃຫ້ຊຸມຊົນໄດ້ສ່ວນຮ່ວມເຂົ້າໃນວຽກງານການແກ້ໄຂບັນຫາຢາເສບຕິດ ເພື່ອໃຫ້ປາກົດການຫຍໍ້ທໍ້ຂອງສັງຄົມພາຍໃນບ້ານຫຼຸດລົງ ໂດຍສະເພາະ ສະພາບປາກົດການຫຍໍ້ທໍ້ກ່ຽວກັບບັນຫາຢາເສບຕິດ ເພື່ອສ້າງໃຫ້ບ້ານກາຍເປັນບ້ານປອດຢາເສບຕິດ ແລະ ກາຍເປັນບ້ານທີ່ມີຄວາມສະຫງົບປອດໄພ.

    ບ້ານມີໄຊ ເປັນບ້ານໜຶ່ງທີ່ຂຶ້ນກັບ ປກສ ກຸ່ມ 1 ວັດຈັນ ຂອງເມືອງຈັນທະບູລີ ນວ ປັດຈຸບັນ ບ້ານມີ ປະຊາກອນທັງໝົດ 457 ຄົນ ຍິງ 226 ຄົນ ມີ 110 ຄອບຄົວ ມີ 10 ໜ່ວຍ ໃນນີ້ ມີຄອບຄົວທີ່ຕິດພັນກັບຢາເສບຕິດຈຳນວນ 3 ຄອບຄົວ ມີ 3 ຄົນ ຍິງ 1 ຄົນ ດັ່ງນັ້ນ ເພື່ອປະຕິບັດຕາມແຜນງານການຈັດ ຕ້ອງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂອງເມືອງຈັນທະບູລີ ກໍຄືແຜນການຂອງບ້ານມີໄຊວາງອອກ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ເຈົ້າເມືອງຈັນທະບູລີ ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບກວດກາ ແລະ ຄວບຄຸມຢາເສບຕິດຢູ່ຂັ້ນບ້ານມີໄຊ ທັງໝົດ 16 ທ່ານ ໃນນີ້ ມີຫົວໜ້າຄະນະ 1 ທ່ານ ແລະ ຮອງຄະນະ 3 ທ່ານ ເພື່ອຊີ້ນຳ-ນຳພາ ກຳນົດແຜນການກວດກາ ຕິດຕາມການກວດວຽກງານຕົວຈິງໃນການສະກັດກັ້ນ ແລະ ຕ້ານຢາເສບຕິດຢູ່ຂັ້ນກຸ່ມບ້ານ ເຕົ້າໂຮມເຜີຍແຜ່ນິຕິກຳກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ກຳນົດພື້ນທີ່ຈຸດສ່ຽງ ຈຸດມົ້ວສຸມຢູ່ຂັ້ນກຸ່ມ ແລະ ບ້ານ ໃຫ້ຮັບຮູ້ເຂົ້າໃຈ ເປັນເອກະພາບໃນການຈັດຕັ້ງປະຕິບັດ ປຸກລະດົມເຊື້ອເຊີນໃຫ້ຊາວໜຸ່ມ-ເຍົາວະຊົນ ໃຫ້ຮັບຮູ້ເຖິງຜົນຮ້າຍຂອງຢາເສບຕິດ ຊຸກຍູ້ໃຫ້ເຂົາເຈົ້າເຂົ້າຮ່ວມປະກອບສ່ວນວຽກງານກິດຈະກຳຕ່າງໆຂອງບ້ານ ເພື່ອຫ່າງໄກຢາເສບຕິດ ແລະ ອື່ນໆ.

# ຂ່າວ – ພາບ :   ຊີລິການດາ

error: Content is protected !!