ຮອງປະທານສູນກາງສະຫະພັນກໍາມະບານ ຮ່ວມເຮັດວຽກກັບກໍາມະບານ ນວ

    ທ່ານ ວິໄລ ສຸກຂະເສີມ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ ພ້ອມຄະນະ ລົງເຄື່ອນໄຫວຊຸກຍູ້ ແລະ ຕິດຕາມວຽກງານກໍາມະບານຂອງສະຫະພັນກໍາມະບານນະຄອນຫຼວງວຽງຈັນ (ນວ) ວັນທີ 30 ກັນຍາ 2022 ທີ່ຫ້ອງວ່າການ ນວ ມີທ່ານ ດາວເພັດ ອາລຸນ ປະທານສະຫະພັນກໍາມະບານ ນວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນກໍາມະບານ ນວ ໃຫ້ການຕ້ອນຮັບ.

    ທ່ານ ດາວເພັດ ອາລຸນ ໄດ້ລາຍງານການເຄື່ອນໄຫວວຽກງານກໍາມະບານ 9 ເດືອນຕົ້ນປີ ແລະ ທຶດທາງແຜນການວຽກປະຈໍາ 3 ເດືອນທ້າຍປີ 2022 ຈາກນັ້ນ ທ່ານ ວິໄລ ສຸກຂະເສີມ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງໄດ້ເນັ້ນໜັກໃຫ້ສະຫະພັນກໍາມະບານ ນວ ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກກໍາມະບານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເອົາໃຈໃສ່ວຽກງານສ້າງ ແລະ ປັບປຸງການຈັດຕັ້ງກໍາມະບານແຕ່ລະຂັ້ນໃຫ້ເຂັ້ມແຂງ ສາມາດເຄື່ອນໄຫວຖືກຕ້ອງຕາມພາລະບົດບາດຂອງຕົນຢ່າງແຂງແຮງ ເອົາໃຈໃສ່ຂະຫຍາຍສະມາຊິກກຳມະບານ ປະສານສົມທົບ  ແລະ  ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງໃຫ້ກົມກຽວກັນ  ແລະ  ສະໜິດແໜ້ນ ທັງເປັນການຍົກສູງບົດບາດຂອງອົງການກໍາມະບານໃຫ້ສູງຂື້ນ ຕັ້ງໜ້າເຄື່ອນໄຫວວຽກງານປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກຳມະບານ ເອົາໃຈໃສ່ຊຸກຍູ້ຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກຳມະບານລາວ ຕິດພັນກັບວຽກງານວິຊາສະເພາະ ແລະ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ອື່ນໆ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!