ແລ່ນ-ຍ່າງເພື່ອສຸຂະພາບ ຄໍານັບຮັບຕ້ອນວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຄົບຮອບ 54 ປີ

    ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບ ທະນາຄານທຸລະກິດທີ່ດຳເນີນທຸລະກິດຢູ່ ສປປ ລາວ ຮ່ວມກັນຈັດຂະບວນການກິລາແລ່ນ-ຍ່າງ ເພື່ອສຸຂະພາບ ເພື່ອຄໍານັບຮັບຕ້ອນວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຄົບຮອບ 54 ປີ (7/10/1968–7/10/2022) ໄລຍະ 2,5 ກິໂລແມັດ ແລະ 5,5 ກິໂລແມັດ ວັນທີ 1 ຕຸລາ 2022 ທີ່ເຂດເສດຖະກິດພິເສດບຶງທາດຫຼວງ ມີທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍຄະນະນຳ-ຄະນະກົມຈາກທະນາຄານແຫ່ງ ສປປ ລາວ ຄະນະອຳນວຍການຂອງທະນາຄານທຸລະກິດ ແລະ ບໍລິສັດ Fintech ແລະ ພະນັກງານຂະແໜງການທະນາຄານ ຫຼາຍກວ່າ 800 ທ່ານ.

    ທ່ານນາງ ຂັນແກ້ວ ຫຼ້າມະນີເງົາ ຄະນະປະຈຳພັກ ທຫລ ຫົວໜ້າຄະນະຮັບຜິດຊອບຈັດຂະບວນການແລ່ນມິນິມາຣາທອນ ໃຫ້ຮູ້ວ່າ: ການຈັດກິດຈະກໍາຄັ້ງນີ້ ເພື່ອຄໍານັບຮັບຕ້ອນວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຄົບຮອບ 54 ປີ ໃຫ້ມີຄວາມເບີກບານມ່ວນຊື່ນ ມີຄວາມຟົດຟື້ນ ມີຊີວິດຊີວາ ເສີມສ້າງຄວາມສາມັກຄີ ເສີມຂະຫຍາຍສາຍສຳພັນອັນສະໜິດແໜ້ນໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າພາຍໃນຂະແໜງການທະນາຄານ-ການເງິນ ເຊິ່ງກ່ອນໜ້ານີ້ ທຫລ ໄດ້ປະກອບສ່ວນຊ່ວຍສັງຄົມ ໂດຍມອບເງິນຊ່ວຍຜູ້ປະສົບໄພນໍ້າຖ້ວມຢູ່ແຂວງອຸດົມໄຊ 215.880.000 ກີບ ແລະ ສະໜັບສະໜູນການຄັດເລືອກພິທີກອນ ໂຄສົກໄວໜຸ່ມທີ່ຈັດໂດຍສະຖານີໂທລະພາບແຫ່ງຊາດລາວ 20.000.000 ກີບ ແລະ ໃນມໍ່ໆນີ້ ຈະມີການພົບປະອະດີດການນຳ-ພະນັກງານບຳນານຂອງ ທຫລ ຕື່ມອີກ.

    ທະນາຄານປະເທດ ສປປ ລາວ ໄດ້ຮັບການສ້າງຕັ້ງຂຶ້ນວັນທີ 7 ຕຸລາ 1968 ທີ່ເມືອງວຽງໄຊ ແຂວງຫົວພັນ ໂດຍການຊີ້ນໍາ-ນໍາພາຂອງພັກ ກໍຄືສູນກາງແນວລາວສ້າງຊາດ ມີໜ້າທີ່ພິມຈໍາໜ່າຍເງິນກີບປົດປ່ອຍອອກຈໍລະຈອນ ແລະ ຄຸ້ມຄອງ-ນໍາພາວຽກງານທະນາຄານຢູ່ເຂດປົດປ່ອຍທັງເປັນຄັງເງິນຮັບໃຊ້ເບີກຈ່າຍເງິນເດືອນ-ເງິນບໍລິຫານໃຫ້ບັນດາສໍານັກງານ-ອົງການອ້ອມຂ້າງສູນກາງ ແລະ ເຂດພິເສດ ປະຕິບັດນະໂຍບາຍສິນເຊື່ອ ເພື່ອຂະຫຍາຍການຜະລິດ ແລະ ທັງເປັນການຕໍ່ສູ້ດ້ານເງິນຕາກັບຝ່າຍສັດຕູ ຈົນມາຮອດປັດຈຸບັນ ທະນາຄານແຫ່ງ ສປປ ລາວ ແມ່ນປະຕິບັດ 3 ໜ້າທີຫຼັກຄື:

  1. ຄຸ້ມຄອງມະຫາພາກທາງດ້ານເງິນຕາ ໃຫ້ມີສະຖຽນລະພາບ
  2. ຄຸ້ມຄອງສະຖາບັນການເງິນໃຫ້ມີຄວາມໝັ້ນຄົງ
  3. ຄຸ້ມຄອງລະບົບການຊໍາລະໃຫ້ມີປະສິດທິພາບ.

    ຜ່ານຂະບວນວິວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຕະຫຼອດ 54 ປີ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ແລະ ລັດຖະບານ ຂະແໜງການທະນາຄານ ໂດຍສະເພາະ ທຫລ ໄດ້ຮັບການພັດທະນາຂຶ້ນບໍ່ຢຸດຢັ້ງ ເປັນຕົ້ນ ວຽກງານວິຊາສະເພາະ ໄດ້ຮັບການຍົກສູງຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບ ເຊິ່ງຖືເອົາວຽກງານການເມືອງ-ແນວຄິດ ເປັນບັນຫາສໍາຄັນຕົ້ນຕໍ ໂດຍຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ ຕິດພັນກັບການຮັກສະຖຽນລະພາບເງິນຕາ ແລະ ສະໜອງທຶນແກ້ໄຂຄວາມທຸກຍາກ” ປັດຈຸບັນທະນາຄານແຫ່ງ ສປປ ລາວ ມີສໍານັກງານໃຫຍ່ ແລະ ສາຂາ 5 ແຫ່ງ ທະນາຄານທຸລະກິດ 43 ແຫ່ງ ແລະ ສະຖາບັນການເງິນ 235 ແຫ່ງ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!