ບໍລິສັດ ຊາສີ ກຣຸບ ຈຳກັດ ຈະເລີ່ມຜະລິດນໍ້າດື່ມເຄື່ອງໝາຍກາແດງແຫ່ງຊາດລາວອອກຈຳໜ່າຍ

    ໃນວັນທີ 2 ຕຸລາ 2022 ທີ່ອົງການກາແດງແຫ່ງຊາດລາວ ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການກາແດງແຫ່ງຊາດລາວ ແລະ ບໍລິສັດ ຊາສີ ກຣຸບ ຈຳກັດ ເພື່ອຜະລິດນ້ຳດື່ມເຂົ້າຮັບໃຊ້ໃນວຽກງານກາແດງ ແລະ ຈັດຈຳໜ່າຍ ໂດຍການເປັນປະທານຂອງທ່ານ ຮສ ດຮ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ທ່ານ ພູທອນ ຊາສີ ປະທານບໍລິສັດ ຊາສີ ກຣຸບ ຈຳກັດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເພື່ອຜະລິດນໍ້າດື່ມຮັບໃຊ້ໃນວຽກງານມະນຸດສະທຳຂອງອົງການກາແດງແຫ່ງຊາດລາວ ແລະ ຈຳໜ່າຍຮັບໃຊ້ສັງຄົມຕາມມາດຕະຖານ (ກອຢ) ໃຫ້ພຽງພໍ ທັນເວລາ ແລະ ຈັດສົ່ງນ້ຳດື່ມໃຫ້ເຖິງສາຂາຈຳໜ່າຍໃນທົ່ວປະເທດ ນອກຈາກນັ້ນ ຍັງໄດ້ພ້ອມກັນຄົ້ນຄວ້າ ພັດທະນາ ຜະລິດນໍ້າດື່ມໃຫ້ມີຄຸນນະພາບ ທັນສະໄໝ ແລະ ຍືນຍົງ ມີຄຸນນະພາບມາດສະຖານສາກົນ ເຊິ່ງບໍລິສັດດັ່ງກ່າວ ໄດ້ມີປະສົບການດ້ານການບໍລິການເຄື່ອງດື່ມໃຫ້ສັງຄົມຢ່າງກ້ວາງຂວາງ ນອກຈາກນັ້ນ ຍັງແນໃສ່ໃຫ້ມີແຫຼ່ງທຶນສະໜອງໃຫ້ແກ່ວຽກງານມະນຸດສະທຳ ເຊິ່ງທາງບໍລິສັດ ຊາສີ ກຣຸບ ຈຳກັດ ຈະໄດ້ມອບກຳໄລ 30% ໃນການຂາຍນ້ຳດື່ມແຕ່ລະຄັ້ງໃຫ້ແກ່ອົງການກາແດງແຫ່ງຊາດລາວ ເພື່ອປະກອບສ່ວນເຂົ້າໃນແຫຼ່ງທຶນຂອງວຽກງານມະນຸດສະທຳ.

    ຮ່ວມລົງນາມຄັ້ງນີ້ ຕາງໜ້າອົງການກາແດງແຫ່ງຊາດລາວ ໂດຍທ່ານ ຮສ ດຮ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ແລະ ທ່ານ ພູທອນ ຊາສີ ປະທານບໍລິສັດ ຊາສີ ກຣຸບ ຈຳກັດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຜົນສຳເລັດຕາມແຜນທີ່ໄດ້ກຳນົດໄວ້ ບົດ ບັນທຶກສະບັບນີ້ ມີຜົນແຕ່ມື້ລົງນາມເປັນຕົ້ນໄປ.

error: Content is protected !!