ສຳມະນາກ່ຽວກັບການພັດທະນາທ່າບົກ ການດຳເນີນທຸລະກິດໄຟຟ້າລາວ ແລະ ການພັດທະນາລະບົບສາຍສົ່ງໄຟຟ້າແຫ່ງຊາດ

   ກຳມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ຈັດກອງປະຊຸມສຳມະນາກ່ຽວກັບການພັດທະນາທ່າບົກ ການດຳເນີນທຸລະກິດຂອງລັດວິສາຫະກິດໄຟຟ້າລາວ ທິດທາງການປັບປຸງໂຄງສ້າງລາຄາໄຟຟ້າ ແລະ ການພັດທະນາລະບົບສາຍສົ່ງໄຟຟ້າແຫ່ງຊາດ ລະຫວ່າງວັນທີ 29-30 ກັນຍາ 2022 ທີ່ແຂວງຫຼວງພະບາງ ເປັນປະທານຮ່ວມຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ຜູ້ຊີ້ນຳວຽກງານເສດຖະກິດ ແຜນການ ແລະ ການເງິນສະພາແຫ່ງຊາດ ແລະ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງຫຼວງພະບາງ ມີບັນດາທ່ານຮອງເຈົ້າແຂວງ  ຜູ້ຊີ້ນຳວຽກງານເສດຖະກິດ ຫົວໜ້າພະແນກການ ພາກສ່ວນທີ່ກ່ຽວຂ້ອງ ແລະ ສະມາຊິກສະພາແຫ່ງຊາດທີ່ເປັນກຳມະການຂອງກຳມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ປະຈຳຢູ່ເຂດເລືອກຕັ້ງ ແຂວງບໍ່ແກ້ວ ຫຼວງນໍ້າທາ ຜົ້ງສາລີ ອຸດົມໄຊ ໄຊຍະບູລີ ຜົ້ງສາລີເຂົ້າຮ່ວມ.

    ເພື່ອຍົກລະດັບຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານການພັດທະນາທ່າບົກໃນຂອບເຂດທົ່ວປະເທດ ເປັນຕົ້ນ ການກໍານົດທີ່ຕັ້ງ ສິດ ແລະ ພາລະບົດບາດຂອງແຕ່ລະທ່າບົກ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ ຮັບຟັງການລາຍງານກ່ຽວກັບສະພາບລວມ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານຢູ່ທ່າບົກ 3 ແຫ່ງ ທີ່ໄດ້ດໍາເນີນທຸລະກິດ ແລະ ເປີດໃຫ້ບໍລິການແລ້ວ ໂດຍສະເພາະ ບ່ອນອີງທາງດ້ານນິຕິກຳໃນການຈັດຕັ້ງປະຕິບັດວຽກງານທ່າບົກ 3 ແຫ່ງນັ້ນຄົບຖ້ວນ ຊັດເຈນ ແລະ ສອດຄ່ອງກັນແລ້ວບໍ ຄວນຈະມີການປັບປຸງຄືແນວໃດ ເພື່ອບໍ່ໃຫ້ເກີດມີຊ່ອງຫວ່າງ ລະດົມແນວຄວາມຄິດຕໍ່ທິດທາງການພັດທະນາທ່າບົກອີກ 6 ແຫ່ງທີ່ຈະດຳເນີນການໃນຕໍ່ໜ້ານັ້ນ ຄວນຈະມີນິຕິກຳຄຸ້ມຄອງຄືແນວໃດ ເພື່ອໃຫ້ສອດຄ່ອງກັບສະພາບຈຸດພິເສດທີ່ຕັ້ງຂອງແຕ່ລະທ່າບົກ ລະດົມຄວາມຄິດຄວາມເຫັນຕໍ່ທິດທາງການປັບປຸງໂຄງສ້າງລາຄາໄຟຟ້າ ແລະ ການພັດທະນາລະບົບສາຍສົ່ງແຫ່ງຊາດ ໂຄງສ້າງລາຄາໄຟຟ້າ ໂດຍສະເພາະ ພາກອຸດສາຫະກຳ ພາກປະເພດກະສິກຳທີ່ນຳໃຊ້ໃນປັດຈຸບັນ ເໝາະສົມແລ້ວຫຼືບໍ ແລະ ຄວນຈະປັບປຸງຄືແນວໃດ ເພື່ອບໍ່ໃຫ້ມີຜົນກະທົບຫຼາຍຕໍ່ຜູ້ຊົມໃຊ້ ແລະ ຜູ້ສະໜອງ ສອດຄ່ອງກັບທ່າອຽງການຂະຫຍາຍຕົວທາງດ້ານເສດຖະກິດ.

error: Content is protected !!