ທ່ານ ມີໄຊ ສຸກຈະເລີນ ໄດ້ຮັບການຍ້ອງຍໍຈາກລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ

    ທ່ານ ມີໄຊ ສຸກຈະເລີນ ຮອງຄະນະບໍດີຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບການຍ້ອງຍໍຈາກທ່ານ ຮະຢະຊິ ໂຢຊິຍະມະ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ວັນທີ 28 ກັນຍາ 2022 ທີ່ນະຄອນຫຼວງວຽງຈັນ ໂດຍການມອບຂອງທ່ານ ໂຄບະຢະຊິ ເຄນອິຈິ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາລາວ. ທ່ານ ມີໄຊ ສຸກຈະເລີນ ໄດ້ນໍາພາພາກພາສາຍີ່ປຸ່ນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໃນນາມເປັນຫົວໜ້າພາກວິຊາເປັນເວລາ 20 ປີ ນັບຕັ້ງແຕ່ໄດ້ສ້າງຕັ້ງພາກວິຊາພາສາຍີ່ປຸ່ນໃນປີ 2003 ເປັນຕົ້ນມາ ພ້ອມນັ້ນ ຍັງໄດ້ປະກອບສ່ວນຢ່າງຫ້າວຫັນ ໃນນາມເປັນອາຈານສອນພາສາຍີ່ປຸ່ນ ເຊິ່ງພາຍໃຕ້ການສິດສອນ ມີນັກສຶກສາຈໍານວນຫຼາຍ ພາຍຫຼັງຮຽນຈົບ ໄດ້ສືບຕໍ່ປະກອບສ່ວນ ແລະ ມີປະສົບການໃນອາຊີບທີ່ຫຼາກຫຼາຍ.

    ທ່ານ ໂຄບະຢະຊິ ເຄນອິຈິ ໄດ້ສະແດງຄວາມຂອບໃຈຕໍ່ຄວາມພະຍາຍາມທີ່ຍາວນານຂອງທ່ານ ມີໄຊ ທີ່ສືບຕໍ່ມຸ່ງໝັ້ນໃນການສຶກສາພາສາຍີ່ປຸ່ນ ຈົນເຮັດໃຫ້ພາກພາສາຍີ່ປຸ່ນມີບົດບາດສໍາຄັນໃນການພັດທະນາຄວາມຮູ້ທາງດ້ານວິຊາການຂອງບັນດານັກສຶກສາ ແລະ ນັກຄົ້ນຄວ້າຂອງລາວ ໃຫ້ມີຄວາມຮອບຮູ້ໃນພາສາຍີ່ປຸ່ນ ເຊິ່ງນັກສຶກສາຫຼາຍຄົນໃນພາກພາສາຍີ່ປຸ່ນ ໄດ້ໄປສຶກສາຢູ່ທີ່ຍີ່ປຸ່ນເປັນເວລາ 1 ປີ ແລະ ຫຼາຍກວ່າ ໂດຍຜ່ານໂຄງການທຶນການສຶກສາລັດຖະບານຍີ່ປຸ່ນ ໂຄງການແລກປ່ຽນລະຫວ່າງມະຫາວິທະຍາໄລ ແລະ ບັນດາໂຄງການທຶນການສຶກສາອື່ນໆ.

    ເພື່ອສົ່ງເສີມການສຶກສາພາສາຍີ່ປຸ່ນ ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອພາກວິຊາພາສາຢີ່ປຸ່ນໃນຫຼາຍດ້ານ ເຊັ່ນ: ການກໍ່ສ້າງອາຄານຮຽນໃໝ່ ການສົ່ງຜູ້ຊ່ຽວຊານທາງດ້ານພາສາຍີ່ປຸ່ນ ແລະ ມອບອຸປະກອນການຮຽນ-ການສອນ ແລະ ອື່ນໆ ສະຖານທູດຍີ່ປຸ່ນຂໍສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງທ່ານມີໄຊ ທີ່ໄດ້ປະກອບສ່ວນອັນດີເດັ່ນ ສົ່ງເສີມການສຶກສາພາສາຍີ່ປຸ່ນຢູ່ລາວ ເຊິ່ງນັບຕັ້ງແຕ່ທ່ານໄດ້ຍ້າຍຈາກພາກວິຊາເພື່ອເລື່ອນຕໍາແໜ່ງໄປເປັນຮອງຄະນະບໍດີຄະນະອັກສອນສາດໃນເດືອນຕຸລາທີ່ຜ່ານມາ ກໍໄດ້ສືບຕໍ່ສອນໃນພາກວິຊາດ້ວຍໃຈຮັກ ແລະ ມີຄວາມມຸ່ງໝັ້ນ ຫວັງຢ່າງຍິ່ງວ່າ ທ່ານຈະສືບຕໍ່ມີບົດບາດໃນຖານະເປັນພັນທະມິດທີ່ພິເສດ ແລະ ມີຄຸນຄ່າໃຫ້ແກ່ທີມງານຂອງພວກເຮົາ. ການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຢີ່ປຸ່ນ ແລະ ລາວ ຈະຄົບຮອບ 70 ປີໃນປີ 2025 ສະຖານທູດ ຮູ້ສຶກຂອບໃຈເປັນຢ່າງສູງ ທີ່ທີມງານຂອງພາກວິຊາພາສາຍີ່ປຸ່ນ ຈະສືບຕໍ່ປະກອບສ່ວນ ແລະ ຊຸກຍູ້ສົ່ງເສີມຄວາມເຂັ້ມແຂງຂອງສາຍພົວພັນສອງຝ່າຍ ລະຫວ່າງ ຢີ່ປຸ່ນ ແລະ ລາວ ຕໍ່ໆໄປ ສະຖານທູດຍີ່ປຸ່ນກໍຈະສືບຕໍ່ພະຍາຍາມຢ່າງເຕັມທີ່ ໃນການຮ່ວມມືກັບມະຫາວິທະຍາໄລແຫ່ງຊາດ ເພື່ອຮັດແໜ້ນສາຍພົວພັນຂອງສອງປະເທດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

error: Content is protected !!