ແຂວງອັດຕະປື ມີ 2 ເມືອງໄດ້ຮັບຜົນກະທົບຈາກພະຍຸໃຕ້ຝຸ່ນໂນຣູ

   ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງອັດຕະປື ໃນນາມກອງເລຂາ ຜູ້ປະຈຳການຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ລາຍງານການກຽມຄວາມພ້ອມ ແລະ ເສີມກໍາລັງເພື່ອຮັບມືກັບພະຍຸໃຕ້ຝຸ່ນໂນຣູ ໃນວັນທີ 28 ກັນຍາ 2022 ຜ່ານມາ ເຊິ່ງໃນສະພາບປັດຈຸບັນ ເຫັນວ່າບັນດາເມືອງທີ່ໄດ້ຮັບຜົນກະທົບໜັກມີ 2 ເມືອງຄື: ເມືອງຊານໄຊ ແລະ ເມືອງສະໜາມໄຊ. ຕໍ່ກັບສະພາບການດັ່ງກ່າວ ທາງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ຈັດເສີມກຳລັງກູ້ຊີບກູ້ໄພລົງປະຈຳພາກສະໜາມ ໂດຍປະສານສົມທົບກັບບັນດາເມືອງ ເປັນຕົ້ນ:ເມືອງຊານໄຊ ມີເຮືອ 2 ລຳ ລົດເຊອາ 1 ຄັນ ມີກຳລັງ 20 ຄົນ ເພື່ອຍົກຍ້າຍຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ໄດ້ຊ່ວຍເຫຼືອນັກຮຽນ-ຄູອາຈານທີ່ຕິດຢູ່ໂຮງຮຽນ ມຕ ຈະເລີນໄຊ ປັດຈຸບັນ ແມ່ນໄດ້ຮັບການຊ່ວຍເຫຼືອ ແລະ ມີຄວາມປອດໄພດີ. ສ່ວນເມືອງສະໜາມໄຊ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ສົ່ງກຳລັງ 10 ຄົນ ເຮືອ 1 ລຳ ລົງສົມທົບກັບເມືອງ ແລະ ເມືອງລວມມີເຮືອ 3 ລໍາ ມີກຳລັງທັງໝົດ 30 ຄົນ ຊ່ວຍຍົກຍ້າຍປະຊາຊົນທີ່ໄດ້ຮັບຜົນກະທົບແລ້ວ ສໍາລັບຂັ້ນແຂວງແມ່ນມີເຮືອ 4 ລຳ ລົດເຊອາ 3 ຄັນ ກຳລັງ 70 ຄົນ ແລະ ມີຄະນະຊີ້ນຳຢ່າງໃກ້ຊິດ ມີການປະຊຸມເປັນໄລຍະ ຮ່ວມກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໃນການເຝົ້າລະວັງນໍ້າຂຶ້ນ-ລົງ ເພື່ອວາງແຜນຮັບມື ນອກນີ້ ກອງເລຂາຂັ້ນແຂວງ ແມ່ນໄດ້ປະຈຳການຕະຫຼອດ 24 ຊົ່ວໂມງ ສ່ວນຂໍ້ມູນການເສຍຫາຍແມ່ນຈະໄດ້ສັງລວມລາຍງານຕາມທີ່ຫຼັງ.

error: Content is protected !!