ກອງປະຊຸມແລກປ່ຽນບົດຮຽນ ວຽກງານນໍ້າ ສຸຂາພິບານ ແລະ ອະນາໄມ ໃນ ສປປ ລາວ ເພື່ອກ້າວໄປສູ່ການຢຸດຕິການຖ່າຍຊະຊາຍ ໃນປີ 2025 ຈັດຂຶ້ນວັນທີ 29-30 ກັນຍາ 2022 ຢູ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີບັນດາຮອງເຈົ້າແຂວງ ຜູ້ຕາງໜ້າຈາກພະແນກສາທາລະນະສຸກ 17 ແຂວງ ນະຄອນຫຼວງ ອົງການຈັດຕັ້ງສາກົນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດຣ ບຸນແຝງ ພູມມະໄລສິດ ກ່າວວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສຳຄັນ ແລະ ເປັນບາດກ້າວໜຶ່ງໃນການທົບທວນຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ພ້ອມດຽວກັນນັ້ນ ກໍຈະໄດ້ມີການຄົ້ນຄ້ວາ ປຶກສາຫາລື ແລະ ວາງແຜນຮ່ວມກັນໃຫ້ບັນລຸຕາມຄາດໝາຍສູ້ຊົນທີ່ໄດ້ວາງໄວ້ໃນກອງປະຊຸມວຽກງານດັ່ງກ່າວໃນປີ 2019 ຜ່ານມາ ໂດຍອີງໃສ່ແຜນພັດທະນາສາທາລະນະສຸກ ປີ2021-2025 ເພື່ອແນໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ( 2021-2025 ) ເພື່ອບັນລຸເງື່ອນໄຂ ນໍາພາປະເທດຊາດໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2024 ແລະ ກະກຽມຄວາມພ້ອມໃຫ້ປະເທດຊາດມີລາຍຮັບສູງປານກາງ ແລະ ບັນລຸການປົກຄຸມສຸຂະພາບທົ່ວປວງຊົນໃນປີ 2025-2030.

ອີງຕາມການລາຍງານຂອງອົງການສະຫະປະຊາຊາດສຳລັບເດັກ ຫຼື ອົງການອຸຍນີເຊັບ ໃນທົ່ວໂລກຍັງມີປະຊາກອນເຖີງ 2,2 ຕຶ້ຄົນ ທີ່ບໍ່ໄດ້ຊົມໃຊ້ນໍ້າທີ່ສະອາດ ຫຼາຍກ່ວາເຄີ່ງໜື່ງຂອງປະຊາກອນໂລກ ຍັງບໍ່ທັນເຂົ້າເຖີງສຸຂາພິບານທີ່ປອດໄພ (ຄາດຄະເນປະຊາກອນໂລກມີ 8 ຕື້ຄົນ ໃນເດືອນພະຈິກ 2022) ປະມານ 3 ຕື້ຄົນ ຍັງບໍ່ທັນເຂົ້າເຖີງການລ້າງມືໃສ່ສະບູ ປະມານ 673 ລ້ານຄົນ ຍັງຖ່າຍຊະຊາຍເດັກນ້ອຍຫຼຸດ 5 ປີ ເສຍຊີວິດ 700 ຄົນຕໍ່ມື້ ສາເຫດມາຈາກຍ້ອນຍັງບໍ່ທັນເຂົ້າເຖີງນໍ້າສະອາດ ແລະ ສຸຂານາໄມ.

ສຳລັບປະເທດລາວເຮົາ ຮອດປັດຈຸບັນອີງໃສ່ຂໍ້ມູນຕົວເລກໃນການນໍາໃຊ້ນໍ້າ ແລະ ວິດຖ່າຍ ສົກປີ 2021-2022 ໃນຂອບເຂດທົ່ວປະເທດ ສາມາດນໍາໃຊ້ນໍ້າສະອາດບັນລຸ 91,50% ສຳລັບວິດຖ່າຍແມ່ນບັນລຸ 82% ສາມາດປະກາດບ້ານຢຸດຕິການຖ່າຍຊະຊາຍໄດ້ທັງໝົດ 5.679 ບ້ານ ໃນ 37 ເມືອງຢູ່ 2 ແຂວງຄື: ແຂວງບໍລິຄຳໄຊ ນະຄອນຫຼວງວຽງຈັນ (ຂໍ້ມູນ 6 ເດືອນຕົ້ນປີ 2022).

ເຖີງແມ່ນວ່າຕົວເລກຈະມີການເພີ່ມຂື້ນກໍຕາມ ແຕ່ມັນກໍເປັນຕົວເລກທີ່ສະສົມ (ມີລະບົບນໍ້າ ວິດຖ່າຍທີ່ມີການເປ່ເພ) ນໍ້າດື່ມ-ນຳໃຊ້ນໍ້າບໍ່ພຽງພໍ ບໍ່ນຳໃຊ້ວິດຖ່າຍ (ຖ່າຍຊະຊາຍ) ໂດຍສະເພາະ ກໍແມ່ນຊຸມຊົນຢູ່ໃນເຂດຊົນນະບົດທີ່ມີການດຳລົງຊີວິດຕິດພັນກັບທໍາມະຊາດ ຍັງບໍ່ທັນມີຄວາມຮັບຮູ້ ຄວາມເຂົ້າໃຈຕໍ່ກັບວຽກງານສຸຂານາໄມ ເປັນຕົ້ນ ການນຳໃຊ້ນໍ້າສະອາດ ການນໍາໃຊ້ວິດຖ່າຍ ການລ້າງມືໃສ່ສະບູ ແລະ ການຮັກສາອະນາໄມສິ່ງແວດລ້ອມທີ່ຢູ່ອາໄສ ແມ່ນຍັງບໍ່ທັນໄດ້ດີ ຈື່ງເປັນສາເຫດເຮັດໃຫ້ມີ ການລະບາດຂອງພະຍາດເຊັ່ນ: ພະຍາດຖອກທ້ອງ ພະຍາດທ້ອງບິດ ໄຂ້ທໍລະພິດ ອັກເສບຕັບ A ພະຍາດເປ້ຍລ່ອຍ ໄຂ່ແມ່ກາຝາກທຸກຊະນິດ ແລະ ພະຍາດອື່ນໆ ເຊິ່ງເປັນບັນຫາກະທົບໃສ່ສຸຂະພາບ ການພັດທະນາດ້ານເສດຖະກິດສັງຄົມ ແລະ ການຈະເລີນເຕີບໂຕຂອງເດັກ ເຮັດໃຫ້ເດັກຂາດສານອາຫານ ລວງສູງບໍ່ໄດ້ມາດຕະຖານ.

ເພື່ອໃຫ້ບັນລຸຕາມຍຸດທະສາດ ນະໂຍບາຍແຫ່ງຊາດ ແລະ ບັນລຸຕາມຄາດໝາຍສູ້ຊົນທີ່ຄາດໝາຍໄວ້ ແຕ່ລະພາກສ່ວນ ແຕ່ລະຂັ້ນ ແລະ ຄູ່ຮ່ວມພັດທະນາ ຕ້ອງໃຫ້ຄວາມສຳຄັນໃນການເຜີຍແຜ່ຄວາມຮູ້ ຄວາມເຂົ້າໃຈ ດ້ານຕິນິກຳ ທີ່ເປັນບ່ອນອີງ ເຊັ່ນນະໂຍບາຍ ຍຸດທະສາດ ແຜນຈັດຕັ້ງປະຕິບັດ ອຳນວຍຄວາມສະດວກ ຊຸກຍູ້ ຊ່ວຍເຫຼືອ ພ້ອມທັງຈັດສັນງົບປະມານໃຫ້ໄດ້ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ປຸກລະດົມຊຸມຊົນໃຫ້ຄວາມຮູ້ຄວາມເຂົ້າໃຈດ້ານຂໍ້ມູນຂ່າວສານ ແລະ ການສື່ສານ ເພື່ອປ່ຽນແປງການຫັນປ່ຽນພຶດຕະກໍາ ແບບແຜນການດໍາລົງຊີວິດຂອງຊຸມຊົນໃຫ້ດີຂື້ນ ທັງໝົດນີ້ ກໍເພື່ອຮັບປະກັນດ້ານສຸຂະພາບ ມີຄຸນນະພາບຊີວິດທີ່ດີ ເພື່ອຫຼຸດຜ່ອນການເຈັບເປັນ ແລະ ການເສຍຊີວິດເນື່ອງຈາກການຂາດສຸຂານາໄມ ຕອບສະໜອງດ້ານບຸຄະລາກອນຂັ້ນພື້ນຖານໃຫ້ພຽງພໍ ຍົກລະດັບຄວາມຮູ້ ຄວາມສາມາດ ປະສົບການໃນການເຮັດວຽກໃຫ້ມີຄຸນນະພາບ ປຸກລະດົມໃຫ້ຊຸມຊົນອໍານາດການປົກຄອງທ້ອງຖີ່ນໃຫ້ມີການປະກອບສ່ວນ ມີສ່ວນຮ່ວມ ແລະ ເປັນເຈົ້າການໃນການອອກແບບກໍ່ສ້າງ ນຳໃຊ້ ຄຸ້ມຄອງຮັກສາ ລະບົບນໍ້າ ແລະ ສຸຂາພິບານໃຫ້ມີຄວາມຍືນຍົງ ພ້ອມນັ້ນ ກໍຕ້ອງໄດ້ສ້າງລະບົບຕິດຕາມປະເມີນຄືນແຕ່ລະໄລຍະຕິດຕາມກວດກາ ເຝົ້າລະວັງທາງດ້ານຄຸນນະພາບຂອງນໍ້າ ປັບປຸງແກ້ໄຂລະບົບນໍ້າທີ່ມີຄວາມສ່ຽງ ກະຕຸ້ນຊຸມຊົນໃຫ້ມີການປະກອບສ່ວນ ເປັນເຈົ້າການດ້ານນໍ້າ ສຸຂາພິບານ ການດື່ມນໍ້າທີ່ສະອາດປອດໄພ ການກຳຈັດຂີ້ເຫຍື້ອໃຫ້ຖືກວິທີ ການບໍລິໂພກອາຫານທີ່ສະອາດປອດໄພ ( ຄົບ 5 ໝູ່) ແລະ ລ້າງມືໃສ່ສະບູທຸກຄັ້ງ ກ່ອນກີນອາຫານ ຫຼັງໃຊ້ວິດຖ່າຍ ແລະ ຈັບບາຍສີ່ງເປີເປື້ອນຕ່າງໆ ຖ້າເຮັດໄດ້ຄືແນວນີ້ກໍຈະເປັນການປ້ອງກັນການລະບາດພະຍາດຕ່າງໆໄດ້ ຮອດປີ 2025 ພວກເຮົາກໍຈະປະກາດເປັນປະເທດຢຸດຕິການຖ່າຍຊະຊາຍ ແລະ ປີ 2030 ກໍຈະປະກາດເປັນປະເທດສຸຂານາໄມໄດ້ຕາມຄາດໝາຍສູ້ຊົນທີ່ວາງໄວ້.


(ລັດເວລາ)