ນໍາສະເໜີປາແດກເພື່ອນວິນ ປາແດກຂອງຄົນລາວ ເພື່ອສັງຄົມລາວ

    ພິທີນໍາສະເໜີປາແດກເພື່ອນວິນ ປາແດກຂອງຄົນລາວ ເພື່ອສັງຄົມລາວ ຈັດຂຶ້ນວັນທີ 28 ກັນຍາ 2022 ຢູ່ຕະຫຼາດເຊົ້າມໍ ໂດຍມີທ່ານ ວິນລຽມ ໄຊວຸດ ຜູ້ບໍລິຫານຮ້ານ Vergin90 ເຈົ້າຂອງຜະລິດຕະພັນປາແດກເພື່ອນວິນ ພ້ອມດ້ວຍບັນດາດາຣາສິລະປິນ ນາງງາມ ລວມທັງບຸກຄົນທີ່ມີຊື່ສຽງໂດ່ງດັງພາຍໃນ ແລະ ປະເທດໃກ້ຄຽງ ແລະ ລູກຄ້າ ເຂົ້າຮ່ວມ.     

    ທ່ານ ວິນລຽມ ໄຊວຸດ ກ່າວວ່າ:  ປາກປາແດກເພື່ອນວິນ  ຄັດສັນປາແກ້ວພຮີມຽມຄຸນນະພາບ  ຜ່ານການໝັກພິເສດ ໂດຍໄດ້ເລືອກເອົາໂຮງງານທີ່ໄດ້ມາດຕະຖານ ແລະ ມີປະສົບການຫຼາຍກວ່າ 40 ກວ່າປີ ປະສົມປະສານກັບຄວາມຕັ້ງໃຈຄິດຄົ້ນສູດປາແດກເປັນເວລາດົນສົມຄວນ ຈຶ່ງໄດ້ສູກປາແດກທີ່ເຂັ້ມຂຸ້ນ ແຊບນົວເຖິງໃຈ ແລະ ຖືກປາກຄົນລາວທີ່ສຸດ ຈຶ່ງຂໍຝາກທຸກຄົນຊ່ວຍສະໜັບສະໜູນຜະລິດຕະພັນຂອງຄົນລາວເຮົາດ້ວຍ.

    ງານນໍາສະເໜີປາແດກເພື່ອນວິນຄັ້ງນີ້ ຍັງມີການສະແດງສິລະປະ (ມິນິຄອນເສີດ) ຈາກ ຕ່າຍ ອໍລະ ໄທ ສິລະປິນຊື່ດັງຈາກປະເທດໄທ ແລະ ສິລະປິນຈາກບ້ານເຮົາ ກໍຄື ເຈມ Uno ແລະ ກູດ GX2 ເຈົ້າຂອງຜົນງານເພງຕິດຫູ ລູກເຂີຍ ໃສ່ມອງ ຕ້ອງຍອມ ແລະ ອີກຫຼາຍບົດເພງ ເຊິ່ງທັງສອງເປັນສິລະປິນໄວໜຸ່ມທີ່ໄດ້ຮັບຄວາມນິຍົມທັງພາຍໃນ ແລະ ຕ່າງປະເທດ ນອກນີ້ຍັງມີການຈັບສະຫຼາກມອບລາງວັນໃຫ້ຜູ້ໂຊກດີ ທີ່ຊື້ຜະລິດຕະພັນປາແດກເພື່ອນວິນ ເຊິ່ງປະກອບມີໝໍ້ໄຟຟ້າ ໝໍ້ຫຸງເຂົ້າ ໂທລະສັບ ຕູ້ເຢັນ ແລະ ອື່ນໆອີກ ແຊບຄູ່ຄົວ ນົວທຸກບ້ານ ໄປກັບປາແດກເພື່ອນວິນ ສໍາລັບຕົວແທນຈຳໜ່າຍທົ່ວເທດ ສັ່ງຈອງໄດ້ທີ່ເບີ 020 56532919.

error: Content is protected !!