ເຈົ້າຄອງ ນວ ຊຸກຍູ້ການຜະລິດກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ

   ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ພ້ອມຄະນະ ເຄື່ອນໄຫວພົບປະພະນັກງານຫຼັກແຫຼ່ງ ສະມາຊິກພັກ ແລະ ຂະແໜງການພະແນກກະສິກໍາ ແລະ ປ່າໄມ້ ນວ ວັນທີ 29 ກັນຍາ 2022 ທີ່ພະແນກດັ່ງກ່າວ ເພື່ອຊູກຍູ້ການຜະລິດກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດໄລຍະ 9 ເດືອນ ແລະ ທິດທາງແຜນການ 3 ເດືອນ ປີ 2022 ໂດຍມີຄະນະພະແນກ ຫົວໜ້າຂະແໜງອ້ອມຂ້າງພະແນກ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ 9 ຕົວເມືອງເຂົ້າຮ່ວມ.

    ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ໄດ້ລາຍງານໃຫ້ຮູ້ວ່າ: ໄລຍະຜ່ານມາ ຄະນະພັກຮາກຖານພະແນກກະສິກໍາ ແລະ ປ່າໄມ້ ນວ ໄດ້ສຸມໃສ່ຊີ້ນໍາພາຈັດຕັ້ງປະຕິບັດຮອບດ້ານ ສາມາດຕອບສະໜອງສະບຽງອາຫານ ແລະ ຜະລິດເປັນສິນຄ້າໄດ້ໂດຍພື້ນຖານ ໂຄງລ່າງການຜະລິດໄດ້ຮັບການປັບປຸງດີຂຶ້ນເປັນແຕ່ລະໄລຍະ ສະແດງອອກໃຫ້ເຫັນການສະໜອງສະບຽງອາຫານປະເພດເຂົ້າ  ພືດຜັກ ໝາກໄມ້ ແລະ ສະໜອງທາດຊີ້ນໃຫ້ ນວ ປະຕິບັດໄດ້ໂດຍພື້ນຖານ ແລະ ມີສ່ວນແຮໄວ້ຈໍານວນໜຶ່ງ ການຜະລິດເປັນສິນຄ້າ ມີການສົ່ງອອກສິນຄ້າກະສິກໍາໄປຕ່າງປະເທດໄລຍະ 9 ເດືອນໄດ້ 47.720 ໂຕນ ລວມມູນຄ່າ 21.081.025 ໂດລາສະຫະລັດ ໃນນີ້ ປະກອບມີ ເຂົ້າສານ ພືດ ຜະລິດຕະພັນພືດ ປະເພດໄມ້ ແປ້ງມັນຕົ້ນ ແລະ ປະເພດເຄື່ອງປ່າຂອງດົງຈໍານວນໜຶ່ງ ພ້ອມນັ້ນ ການພັດທະນາຊົນນະບົດ ປັດຈຸບັນ ນວ ສ້າງຕັ້ງກຸ່ມການຜະລິດໄດ້ 139 ກຸ່ມ ສໍາເລັດການສ້າງຕັ້ງສະຫະກອນທັງໝົດ 7 ສະຫະກອນ ສໍາເລັດການຈັດກອງປະຊຸມທົບທວນຄືນດໍາລັດ 348/ລບ ແລະ ເຝິກອົບຮົມການເດີນສໍາຫຼວດຂັ້ນ ນວ ຂັ້ນເມືອງ 18 ທ່ານ ເພື່ອສ້າງເປັນຄູເຝິກ ປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາຢູ່ 9 ເມືອງ ໄດ້ 215 ຄອບຄົວເທົ່າກັບ 1,04%.

    ໂອກາດນີ້ທ່ານ ອາດສະພັງທອງ ສີພັນດອນ ໄດ້ມີຄໍາເຫັນບາງທັດສະນະເພື່ອເປັນທິດນຳໃຫ້ຂະແໜງການພະແນກກະສິກໍາ ແລະ ປ່າໄມ້ ນວ ໄດ້ນໍາໄປຈັດຕັ້ງປະຕິບັດເຂົ້າໃນແຜນງານ ເຊິ່ງໄດ້ເນັ້ນໃຫ້ເອົາໃຈໃສ່ຕິດຕາມກວດກາ ແລະ ປະເມີນຄືນເປັນແຕ່ລະໄລຍະ ເປັນຕົ້ນ ເພີ່ມທະວີການປັບປຸງ ກໍ່ສ້າງດ້ານການເມືອງ-ແນວຄິດ ແລະ ແບບແຜນວິທີເຮັດວຽກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ໃນນີ້ ໃຫ້ເອົາໃຈໃສ່ການມີສະຕິໃນການປະຕິບັດໜ້າທີ່ວິຊາສະເພາະ ການມີຈັນຍາບັນໃນໜ້າທີ່ຄວາມຮັບຜິດຊອບຂອງຕົນ ໃຫ້ເອົາໃຈໃສ່ຢ່າງຈິງຈັງຕໍ່ການພັດທະນາສີມື ກົນຈັກການຜະລິດທີ່ທັນສະໄໝ ກົນໄກການຫັນສູ່ເສດຖະກິດການຕະຫຼາດ ການຄ້າໃນຂົງເຂດກະສິກໍາຈາກປະເທດເພື່ອນມິດ ບັນດານະຄອນແຂວງແຮກສ່ຽວທີ່ມີນະວັດຕະກໍາທີ່ທັນສະໄໝ ເພື່ອນໍາເອົາບົດຮຽນມາພັດທະນາບຸຄະລາກອ ນກໍ່ຄືກຸ່ມສະຫະກອນຜູ້ຜະລິດ ການພັດທະນາຊົນນະບົດ ຕ້ອງພັດທະນາເຂດຈຸດສຸມການສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ ຕິດພັນກັບການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຂອງຄອບຄົວ ຂອງປະຊາຊົນ ໂດຍຕິດພັນກັບການລົງທຶນຂອງພາກສ່ວນທຸລະກິດ ແລະ ຜູ້ປະກອບການຕ່າງໆ ມີການຮັບປະກັນທາງດ້ານລາຄາ ມີຕະຫຼາດພາຍໃນ ແລະ ຕ່າງປະເທດ ການຜະລິດເປັນສິນຄ້າຂອງປະຊາຊົນ ໄດ້ຫັນໄປສູ່ການຜະລິດແບບເປັນກຸ່ມ ເປັນສະຫະກອນ ນຳໃຊ້ເຕັກນິກວິຊາການທີ່ທັນສະໄໝເຂົ້າຊ່ວຍ ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຢູ່ພາຍໃນ ແຂງແຮງຂຶ້ນກ່ວາເກົ່າ ການສົ່ງເສີມການຜະລິດກະສິກຳສະອາດ ການທ່ອງທ່ຽວສວນກະສິກຳ ແລະ ການສ້າງຜະລິດຕະພັນ ສິນຄ້າກາໝາຍດ້ານກະສິກຳ ໃຫ້ຄໍານຶງເຖິງການນໍາໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ ເປັນການຜະລິດທີ່ສະໜອງອາຫານທີ່ປອດໄພໃຫ້ແກ່ສັງຄົມ ເປັນທີ່ຍອມຮັບຂອງຕະຫຼາດພາຍໃນ ແລະ ຕ່າງປະເທດ ການຈັດສັນພື້ນທີ່ເພື່ອການຜະລິດ ແນໃສ່ຜະລິດເພື່ອລ້ຽງຕົວເມືອງ ແລະ ເປັນສິນຄ້າສົ່ງອອກ ເພື່ອສ້າງລາຍຮັບໃຫ້ກັບຕົວເມືອງ ຕ້ອງເລີ່ມຈາກການແລກປ່ຽນຊື້ຂາຍພາຍໃນ ຈາກນັ້ນ ກໍຈັດສັນໃຫ້ມີຕະຫຼາດຮອງຮັບ ສ້າງເປັນເຂດການຜະລິດເພື່ອສົ່ງອອກກັບບັນດາແຂວງນະຄອນເພື່ອນມິດໃກ້ຄຽງ ໃນນີ້ ຕ້ອງສະຫງວນພື້ນທີ່ເພື່ອປູກພືດ ຜັກກະສິກຳໃນການສະໜອງການຜະລິດຫົວອາຫານສັດ ຝຸ່ນຊີວະພາບ ແລະ ເຂດພື້ນທີ່ການພັດທະນາເປັນສູນເຕັກນິກ ວິເຄາະ ວິໄຈ ເພື່ອການພັດທະນາເຕັກນິກກະສິກຳຂອງ ນວ.

error: Content is protected !!