ນໍ້າເຊກອງລົ້ນຝັ່ງ ໄຫຼເຂົ້າຖ້ວມເຮືອນປະຊາຊົນໃນເທສະບານແຂວງອັດຕະປື

    ອີງຕາມຂໍ້ມູນລານງານຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງອັດຕະປື ໃນຕອນເຊົ້າວັນທີ 29 ກັນຍາ 2022 ນໍ້າເຊກອງ ຢູ່ຈຸດວັດແທກບ້ານເວີນແຄນ ເມືອງສາມັກຄີໄຊ ແຂວງອັດຕະປື ວັດແທກໄດ້ 16,28 ແມັດ ເຊິ່ງຈັດຢູ່ໃນລະດັບເຕືອນໄພອັນຕະລາຍ. ພ້ອມກັນນັ້ນ ນໍ້າຈາກລໍານໍ້າເຊກອງ ຍັງໄດ້ລົ້ນຝັ່ງໄຫຼເຂົ້າຖ້ວມບ້ານເຮືອນຂອງປະຊາຊົນຢູ່ເທສະບານຂອງແຂວງອັດຕະປື ເຊິ່ງມີບ້ານເວີນແຄນ ສະເພົາທອງ ບ້ານບຸ່ງ ບ້ານຫຼັກສາມ ແລະ ບ້ານເຊກອງ ເຮັດໃຫ້ເຮືອນຫຼາຍຫຼັງໄດ້ຮັບຄວາມເສຍຫາຍ ປະຊາຊົນຫຼາຍຄອບຄົວໄດ້ຮີບຮ້ອນຂົນຊັບສິນ-ເຄື່ອງໃຊ້ຍ້າຍໄປໄວ້ພື້ນທີ່ສູງ ແລະ ປັດຈຸບັນ ລະດັບນໍ້າຍັງເພີ່ມສູງຂຶ້ນເລື້ອຍໆ.

# ຂ່າວ – ພາບ : ແຂວງອັດຕະປື

error: Content is protected !!